ເຂດເສດຖະກິດພິເສດສາມຫຼ່ຽມຄຳໃຊ້ງົບ 11 ຕື້ກວ່າກີບ ສ້າງບ້ານໃໝ່ສາມຫຼ່ຽມຄຳ

  ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກສ້າງຕັ້ງຂຶ້ນຕາມການອະນຸຍາດຂອງລັດຖະບານລາວໃຫ້ສຳປະທານໄລຍະ 99 ປີ ໃນເນື້ອທີ່ 10 ພັນເຮັກຕາ ໂດຍແບ່ງອອກເປັນສອງເຂດຄື: ເຂດພັດທະນາ 3 ພັນເຮັກຕາ ແລະເຂດປ່າສະຫງວນ 7 ພັນເຮັກຕາ ປະຈຸບັນລົງມືພັດທະນາໄປແລ້ວເນື້ອທີ່ 1 ພັນເຮັກຕາ ໃນນັ້ນສະເພາະສ້າງບ້ານໃໝ່ຈັດສັນໃຫ້ປະຊາຊົນບ້ານສາມຫຼ່ຽມຄຳໄດ້ຍົກຍ້າຍມາເພື່ອພັດທະນາເຂດເສດຖະກິດພິເສດສາມຫຼ່ຽ ມຄຳແມ່ນເນື້ອທີ່ 11 ເຮັກຕາ ແລະໃຊ້ງົບປະມານ 13 ລ້ານໂດລາ ເທົ່າກັບ 11 ຕື້ກວ່າກີບ.

  ອີງໃສ່ຂໍ້ມູນຈາກສະພາບໍລິຫານເຂດເສດຖະກິດສາມຫຼ່ຽມຄຳໃຫ້ຮູ້ວ່າ: ນັບຕັ້ງແຕ່ສ້າງຕັ້ງເສດຖະກິດພິເສດສາມຫຼ່ຽມຄຳແມ່ນໄດ້ພັດທະນາຍຸດທະສາດອຳ ນວຍຄວາມສະດວກໃຫ້ແກ່ປະຊາຊົນໃນເຂດທ້ອງຖິ່ນຫຼາຍດ້ານໂດຍສະເພາະໄດ້ພັດທະນາສົ່ງເສີມດ້ານການເງິນ,ການສົ່ງ ແລະການຄ້າ,ຊັບພະຍາກອນທຳມະ ຊາດ, ແຫຼ່ງທ່ອງທ່ຽວ ແລະ ສົ່ງເສີມທາງດ້ານວັດທະນະທຳນອກນັ້ນຍັງໄດ້ສ້າງໂຄງການບ້ານຈັດສັນໃຫ້ ປະຊາຊົນບ້ານສາມຫຼ່ຽມຄຳໃຫ້ຍົກຍ້າຍເພື່ອເຂົ້າພັດ ທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳອີກດ້ວຍຊຶ່ງໃນນັ້ນມີເນື້ອທີ່ 11 ເຮັກຕາ ແລະໄດ້ສ້າງເຮືອນວິນລ້າສອງຊັ້ນຈຳນວນ 120 ຫຼັງຄຽງຄູ່ກັນນັ້ນຍັງໄດ້ສ້າງທາງເບຕົງ, ລະບົບນ້ຳປະປາ, ໂຮງຮຽນປະຖົມສົມບູນ, ວັດ, ສວນນ້ຳພຸ, ຫ້ອງການບ້ານ ແລະອື່ນໆ ໂດຍໃຊ້ງົບປະມານ 13 ລ້ານໂດລາ ເທົ່າກັບ 11 ຕື້ກວ່າກີບ.

  ນອກນັ້ນຍັງມີແຜນພັດທະນາໂຄງການຕີລາຄາການພັດທະນາເອເລັກໂຕຣນິກ ແລະສືບຕໍ່ປັບປຸງກໍ່ສ້າງພື້ນຖານໂຄງຮ່າງພັດທະນາແຫຼ່ງທ່ອງທ່ຽວແບບທຳ ມະຊາດ, ສົ່ງເສີມການຜະລິດກະສິກຳ, ການເງິນ, ການຂົນສົ່ງ ແລະການຄ້າ ແລະສະໜັບສະໜູນການພັດທະນາອຸດສາຫະກຳຕ່າງໆເຊັ່ນ: ອະສັງຫາລິມະຊັບ, ການຄ້າ ແລະອື່ນໆເພື່ອແນໃສ່ເຂດຊົນນະບົດໃຫ້ກາຍເປັນຕົວເມືອງໃຫຍ່ທີ່ທັນສະໄໝໂດຍຕິດພັນກັບຮ່ອງຮອຍປະຫວັດສາດຂອງເມືອງຕົ້ນເຜິ້ງໃຫ້ມີພື້ນ ຖານທາງດ້ານເສດຖະກິດທີ່ເຂັ້ມແຂງ, ມີຄວາມສະຫງົບປອດໄພ ແລະຍຸຕິທຳເພື່ອຄວາມກ້າວໜ້າເປັນເມືອງທີ່ໜ້າຢູ່.