ເຊກອງ ມີຜູ້ຕິດເຊື້ອໄຂ້ຍຸງ 51 ກໍລະນີ

  ນັບແຕ່ວັນທີ 29 ທັນວາ 2019 ຫາວັນທີ 23 ມິຖຸນາ 2020 ແຂວງເຊກອງມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 51 ກໍລະນີ ຢູ່ໃນ 3 ເມືອງ, ແຕ່ບໍ່ມີຜູ້ເສຍຊີວິດໂດຍເມືອງລະມາມມີຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່.
ວັນທີ 25 ມິຖຸນາ 2020 ທີ່ພະແນກສາທາລະນະສຸກແຂວງໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວໃນການຄວບຄຸມພະຍາດໄຂ້ຍຸງລາຍປະຈໍາ 6 ເດືອນ ຕົ້ນປີ ແລະວາງແຜນການ 6 ເດືອນທ້າຍປີ 2020 ຂຶ້ນໂດຍການເປັນປະທານຂອງ ທ່ານນາງ ຈັນຫອມ ມະຫາໄຊ ຄະນະປະຈໍາພັກແຂວງ, ປະທານກວດກາພັກ; ພ້ອມນີ້ກໍມີທ່ານຮອງເຈົ້າເມືອງທ່າແຕງ, ເມືອງກະລຶມ, ບັນດາທ່ານຄະນະກໍາມະການຄວບຄຸມພະຍາດໄຂ້ຍຸງລາຍຂັ້ນແຂວງ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.
  ໃນກອງປະຊຸມທ່ານ ດຣ. ກົງສິນ ວົງເສດຖາ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງເຊກອງລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ຫຼືນັບແຕ່ວັນທີ 29 ທັນວາ 2019 ຫາວັນທີ 23 ມິຖຸນາ 2020 ຢູ່ແຂວງເຊກອງມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 51 ກໍລະນີ ຢູ່ໃນ 3 ເມືອງລວມມີ 21 ບ້ານ, ໃນນີ້ເມືອງລະມາມມີຜູ້ຕິດເຊື້ອຫຼາຍກວ່າໝູ່ລວມມີ 36 ກໍລະນີ ຈໍານວນ 11 ບ້ານ; ເມືອງດາກຈຶງ 11 ກໍລະນີ ຈໍານວນ 7 ບ້ານ ແລະເມືອງກະລຶມມີຜູ້ຕິດເຊື້ອ 4 ກໍລະນີ ຈໍານວນ 3 ບ້ານ.
 ສ່ວນແຜນການ 6 ເດືອນທ້າຍປີ, ທ່ານ ດຣ. ກົງສິນ ວົງເສດຖາ ກ່າວວ່າ: ພະແນກສາທາລະນະສຸກແຂວງກໍຄືຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງຈະໄດ້ສືບຕໍ່ຜັນຂະຫຍາຍນິຕິກຳ, ແຈ້ງການຕ່າງໆ ແລະວາງມາດຕາການໃນການປ້ອງກັນ ແລະຄວບຄຸມຫາກມີການລະບາດ, ສືບຕໍ່ເຝົ້າລະວັງໂດຍໃຫ້ມີການລາຍງານປະຈໍາວັນ, ປະຈໍາອາທິດຂອງບັນດາຄຼີນິກ, ສຸກສາລາ, ໂຮງໝໍເມືອງເພື່ອຊອກຄົ້ນຫາຕົວຢ່າງ, ສືບຕໍ່ຕິດຕາມສະພາບການຂະຫຍາຍຕົວຂອງໜອນນໍ້າຍູງລາຍ ແລະສືບຕໍ່ໂຄສະນາຜ່ານສື່ຕ່າງໆຂອງທ້ອງຖິ່ນໃຫ້ປະຊາຊົນປະຕິບັດມາດຕາການ 5 ປ ຢ່າງເຂັ້ມງວດ.

_____________

ຂ່າວ: ສັນຍາ,  ໜັງສືພິມເສດຖະກິດ-ສັງຄົມ