ປີທ່ອງທ່ຽວລາວ 2018 ດຶງດູດນັກທ່ອງທ່ຽວ 4,18 ລ້ານຄົນສ້າງລາຍຮັບເຂົ້າປະເທດ 6 ພັນຕື້ກວ່າກີບ

   ວັນທີ 11 ກຸມພາ 2019 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຊີ້ນຳລະດັບຊາດການເປິດປີທ່ອງທ່ຽວລາວ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ຮອງປະທານຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດ, ພ້ອ ມດ້ວຍບັນດາຕົວແທນຂະແໜງການທ່ອງທ່ຽວຈາກບັນດາແຂວງ ແລະແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ປີ 2018 ຜ່ານມາກະຊວງ ຖວທ ໄດ້ເອົາໃຈໃສ່ໃນການພັດທະນາໂຄງລ່າງພື້ນຖານເພື່ອອຳນວຍຄວາມສະດວກແກ່ການທ່ອງທ່ຽວເປັນຕົ້ນ ແມ່ນເສັ້ນທາງໄປຫາແຫຼ່ງທ່ອງທ່ຽວຕ່າງໆ ແລະ ຍັງໄດ້ຈັດບັນດາກິດຈະກຳຕ່າງໆຢ່າງຟົດຟື້ນເພື່ອສົ່ງເສີມການທ່ອງທ່ຽວໂຄສະນາດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ. ນອກນັ້ນລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ວຽກງານທ່ອງທ່ຽວໂດຍໄດ້ໃຊ້ງົບປະມານ ແລະ ມີນະໂຍບາຍພິເສດຕໍ່ບາງປະເທດເຊັ່ນ: ຍົກເວັ້ນຄ່າທຳນຽມວີຊ່າແກ່ 4 ປະເທດ ໃນຊ່ວງເປີດປີທ່ອງທ່ຽວລາວ 2018 ເປັນຕົ້ນແມ່ນປະເທດເດນມາກ, ນອກແວ, ແຟ ງລັງ ແລະຊູແອດ. ພ້ອມທັງຈັດມີບັນກິດຈະກຳປີທ່ອງທ່ຽວລາວ 2018 ຂື້ນຢູ່ບາງປະເທດເປັນຕົ້ນແມ່ນ ສປ ຈີນ, ຫວຽດນາມ, ສິງກະໂປ, ຍີ່ປຸ່ນ ແລະ  ຝຣັ່ງອີກດ້ວຍ.

  ຕະຫຼອດໄລຍະເປີດປີທ່ອງທ່ຽວ 2018 ສາມາດດຶງດູດນັກທ່ອງທ່ຽວຈຳນວນ 4.186.432 ຄົນ ເພີ່ມຂຶ້ນ 8,2% ທຽບໃສ່ປີ 2017 ແລະສ້າງລາຍຮັບເຂົ້າປະເທດໄດ້ຈຳນວນ 755.342.151 ໂດລາ ຫຼື ປະມານ  6,3 ພັນຕື້ກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017, ພ້ອມນັ້ນຈຳນວນກຸ່ມຕະຫຼາດທ່ອງທ່ຽ ວກໍ່ເພີ່ມຂຶ້ນເຊັ່ນ: ກຸ່ມຕະຫຼາດທ່ອງທ່ຽວອາຊີປາຊີຟິກເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16% ຂອງຈຳນວນນັກທ່ອງທ່ຽວມາລາວ; ກຸ່ມຕະ ຫຼາດເອີຣົບເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96%; ກຸ່ມຕະຫຼາດອາເມລິກາເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ແລະມີພຽງສະເພາະກຸ່ມຕະຫຼາດອາຟຣິກາ ແລະຕາເວັນອອກກາງຫຼຸດລົງ 0,5% ກວມເອົາອັດຕາສ່ວນພຽງ 0,22%.

  ນອກນັ້ນຍັງໄດ້ມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຜູ້ປະກອບການໃນການພັດທະນາການທ່ອງທ່ຽວດີເດັ່ນແບບຍືນຍົງຊຶ່ງມີ 8 ປະເພດເຊັ່ນ: ສະຖານທີ່ທ່ອງທ່ຽວດີເດັ່ນຈຳນວນ 16 ລາງວັນ, ພາກສ່ວນໂຮງແຮມ 19 ລາງວັນ, ຣີສອດ ແລະເຮືອນພັກ 11 ລາງວັນ, ບໍລິສັດທ່ອງທ່ຽວ 18 ລາງວັນ, ນັກນຳທ່ຽວ 13 ລາງວັນ, ຮ້ານອາຫານ 24 ລາງວັນ, ປະຊາຊົນມີສ່ວນຮ່ວມ (ໂຮມສະເຕດີເດັ່ນ) 8 ລາງວັນ ແລະພາກສ່ວນບໍລິສັດອຸປະຖໍາ 11 ລາງວັນ.