ງານຊາປານະກິດສົບ ພຣະຍອດແກ້ວ ມະຫາງອນ ດຳຣົງບຸນ ຈັດຂື້ນຢ່າງສົມກຽດ

  ຂປລ. ພິທີຖວາຍພຣະເພີງ (ຊາປະນະກິດ) ລະດັບຊາດ ພຣະສະຣີຣະສັງ ຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ມະຫາງອ ດຳຣົງບຸນມະຫາເຖຣະເຈົ້າ, ອະດີດປະທານສູນກາງອົງການພຸດທະ ສາສະໜາສຳພັນແຫ່ງ ສປປ ລາວ, ອະດີດກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2020 ທີ່ເດີນພະທາດຫລວງວຽງຈັນ ໂດຍມີ ທ່ານ ບຸນຍັງ ວໍລະຈິດປະ ທານປະທານແຫ່ງ ສປປ ລາວ, ພ້ອມດ້ວຍການນຳພັກ, ລັດ, ພຣະສົງ-ສາມະເນນ, ອຸປາສົກ-ອຸປາສິກາ ແລະ ພຸດທະສາສະນິກະຊົນລາວເຂົ້າຮ່ວມ.

ອົງພຣະຍອດແກ້ວ ມະຫາງອນ ດໍາຣົງບຸນ ໄດ້ລະສັງຂານໃນວັນທີ 24 ມີນາ 2020 (ພຣະພຸດທະສັງກາດ 2562) ເວລາ 7:30 ໂມງ ລວມສິຣິອາຍຸໄດ້ 91 ປີ 91 ວັນ ແລະວັດສາຍຸການ 71 ພັນສາ, ອົງພຣະຍອດແກ້ວ ມະຫາງອນ ດໍາຣົງບຸນ ໄດ້ອຸທິດຕົນເຂົ້າບວດໃນບໍວອນພຸດທະສາສະໜາເມື່ອອາຍຸໄດ້ 13 ປີ ຊຶ່ງໄດ້ຕັ້ງໃຈຮໍ່າ ຮຽນແຕ່ລະຊັ້ນຈົນຈົບມະຫາ 8 ປະໂຫຍກ ແລະໄດ້ເຄື່ອ ນໄຫວຕາມໜ້າທີ່ຮັບຜິດຊອບທາງດ້ານການບໍລິຫານ, ການປົກຄອງສົງຈົນໄດ້ເຕີບໃຫຍ່ກາຍເປັນພຣະມະຫາເທຣະເຈົ້າອົງໜຶ່ງທີ່ມີຜົນງານ-ຄຸນງາມຄວາມດີຢ່າງຫລວງຫລາຍໃນການພັດທະນາອົງການພຸດທະສາສະໜາສຳພັນລາວ.

  ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ, ລັດຖະບານ ແລະຕ່າງປະເທດດ້ວຍຫລາຍຮູບການເຊັ່ນ: ໄດ້ຮັບຫລຽນກາແຮງ ງານ, ໃບຍ້ອງຍໍຈາກສູນກາງແນວລາວສ້າງຊາດ, ກະ ຊວງສຶກສາທິ ການ ແລະກິລາ, ຈາກບັນດາແຂວງ. ນອກ ນັ້ນ, ຍັງໄດ້ຮັບກິດຕິຄຸນຊັ້ນອັກຄະມະຫາສັດທຳມະໂຊຕິກະທະຊະຈາກລັດຖະບານມຽນມາ, ໄດ້ຮັບການແຕ່ງ ຕັ້ງໃຫ້ເປັນທີ່ປຶກສາກິດຕິມະສັກຂອງມະຫາວິທະຍາໄລພະພຸດທະສາສະໜາຂອງ ເມືອງເສີນເຈີ້ນ ແຂວງກວາງຕຸ້ງ ສປ ຈີນ, ໄດ້ຮັບປະລິນຍາດຸດສະດີບັນດິດກິດຕິ ມະສັກຈາກມະຫາວິທະຍາໄລມະຫາຈຸ ລາລົງກອນ ແຫ່ງປະເທດໄທ, ດຸດສະດີ ບັນດິດ ກິດຕິມະສັກ ຈາກມະຫາວິທະຍາໄລ ສິນລະທຳສາກົນ ແລະມະຫາວິ ທະຍາໄລ ໂພທິສາຕາແຫ່ງຟໍລິດາ ປະເທດອາເມລິກາ.

ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນ ຍັງເປັນພະ ສົງທີ່ມີທັດສະນະຫລັກໝັ້ນ, ມີຄວາມຊື່ສັດບໍລິສຸດ, ເຄັ່ງຄັດຕໍ່ຫລັກທໍາມະວິໄນ, ມີຄວາມເມດຕາກະລຸນາ, ມີຄວາມເສຍສະຫລະສຸງເພື່ອພຸດທະສາສະໜາຖືຜົນປະໂຫຍດຂອງພຸດທະສາສະໜາ ແລະປະເທດຊາດສູງກວ່າຜົນປະໂຫຍດສ່ວນຕົວ, ຫ້າວຫັນໃນການປະຕິບັດໜ້າທີ່ສາສະນະກິດ ແລະ ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສະນັ້ນພຣະອາຈານໃຫຍ່ຈຶງໄດ້ຮັບຄວາມເຄົາລົບ-ນັບຖື, ຮັກແພງຈາກພະສົງ-ສາມະເນນ ແລະສາສະນິກະຊົນບັນດາເຜົ່າຢ່າງກວ້າງຂວາງທັງພາຍໃນ ແລະຕ່າງປະເທດ.