ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ

  ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ວ່າ: ເພີ່ມທະວີປະສິດທິພາບຂອງການຄຸ້ມຄອງ ແລະບໍລິຫານລັດ, ພັດທະນາກົດໝາຍໃຫ້ເປັນລະບົບຄົບຊຸດ, ຈະແຈ້ງ, ເປັນເອກະພາບ, ກົມກຽວ ແລະໃຫ້ທຸກຄົນເຂົ້າເຖິງການບໍລິການຂອງລັດຢ່າງວ່ອງໄວ, ໂປ່ງໃສ, ເສີມຂະຫຍາຍປະສິດທິຜົນ ແລະຄວາມສັກສິດຂອງກົດໝາຍເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ນັບມື້ນັບກວ້າງຂວາງເຮັດໃຫ້ການຄຸ້ມຄອງພົນລະເມືອງດ້ວຍກົດ ໝາຍມີຄວາມສັກສິດ ແລະປະຊາຊົນໄດ້ໃຊ້ສິດ ແລະພັນທະຂອງຕົນຕາມລັດຖະທໍາມະນູນ ແລະກົດໝາຍໄດ້ກໍານົດໄວ້. ພ້ອມກັນນີ້, ເພື່ອຈັດຕັ້ງປະຕິບັດແຜນການສ້າງ ແລະປັບປຸງກົດໝາຍທີ່ສະພາແຫ່ງຊາດຊຸດທີ 8 ໄດ້ຮັບຮອງໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ດັ່ງນັ້ນ, ລັດຖະບານຈິ່ງໄດ້ດໍາເນີນກອງປະຊຸມ ສະໄໝວິສາມັນທີ່ສໍານັກງານນາຍົກລັດຖະມົນຕີໃນວັນທີ 11 ກຸມພາ2019, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

  ກອງປະຊຸມລັດຖະບານສະໄໝວິສາມັນຄັ້ງນີ້ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະພິຈາລະນາຮັບຮອງເອົາການສ້າງແລະປັບປຸງຮ່າງ ກົດໝາຍຈໍານວນ 04 ສະບັບດັ່ງນີ້:

  1. - ຮ່າງກົດໝາຍວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ);
  2. - ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່);
  3. - ຮ່າງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່);
  4. - ຮ່າງກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ).

    ຕໍ່ກັບເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມຄໍາ ເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບກະຊວງຍຸຕິທໍາ ແລະລັັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງເພື່ອເຮັດ ໃຫ້ເນື້ອໃນຂໍ້ກຳນົດຕ່າງໆເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະສອດຄ່ອງກັບສະພາບການຕົວຈິງ ໂດຍ ສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນຕ້ອງເອົາໃຈໃສ່ປັບປຸງຄໍາສັບ, ສໍານວນຕ່າງໆໃຫ້ຖືກຕ້ອງກັບພາສາລາວເພື່ອເຂົ້າໃຈງ່າຍກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະມາເຖິງນີ້.

  ການນໍາເອົາຮ່າງກົດໝາຍມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານໃນຄັ້ງນີ້ແມ່ນສະແດງໃຫ້ເຫັນວ່າລັດຖະບານໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ.

   ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການກະກຽມເອກະສານທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2019 ທີ່ຈະມາເຖິງນີ້ໃຫ້ມີເນື້ອໃນຖືກຕ້ອງ, ຄົບ ຖ້ວນ, ຈະແຈ້ງ, ຮັດກຸມ ແລະທັນຕາມກໍານົດເວລາ.

   ໃນໂອກາດນີ້, ລັດຖະບານຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະພັນທະຂອງຕົນໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງສາຄະນະຍາດແຫ່ງຊາດ,ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ.