ໄຊຍະ ຍົກລະດັບການປ້ອງກັນພະຍາດລະບາດ

   ຊຸດອົບຮົມການຄວບຄຸມ ແລະການປ້ອງກັນພະຍາດໂຄວິດ-19 ແລະການປ້ອງກັນພະຍາດລະບາດໃຫ້ແກ່ພະນັກງານ ແລະອາສາສະໝັກອົງການກາແດງແຂວງໄຊ ຍະບູລີ ໄດ້ຈັດຂຶ້ນໃນວັນທີ 17 ມິ ຖຸນາຜ່ານມາຢູ່ທີ່ຫ້ອງປະຊຸມອົງການກອງທຶນປະກັນສັງຄົມແຂວງໂດຍມີທ່ານ ແພງຈັນ ແກ້ວມະນີວົງ ຫົວໜ້າພະແຮງງານ ແລະສະຫວັດດີການສັງຄົມແຂວງ, ທ່ານ ວັນນະສິງ ມົງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ, ທ່ານ ພອນໄຊ ສີວິໄລ ຫົວໜ້າພະແນກສຸຂະພາບສຸເສີນອົງ ການກາແດງລາວສູນກາງມີວິທະຍາກອນຈາກສູນກາງ ແລະສໍາມະນາກອນຈາກອົງການກາແດງ ແລະອາສາສະໝັກກູ້ໄພແຂວງໄຊຍະບູລີເຂົ້າຮ່ວມ.


  ທ່ານ ນາງ ແພງຈັນ ແກ້ວມະນີວົງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມານີ້ແຂວງໄຊຍະບູລີປ້ອງກັນພະຍາດໂຄວິດ-19 ແມ່ນໄດ້ປະຕິບັດຕາມຄໍາສັ່ງ 06 ຂອງນາຍົກ ລັດຖະ ມົນຕີວາງອອກປະຈຸບັນນີ້ແມ່ນຍັງສືບຕໍ່ເອົາໃຈໃສ່ເຝົ້າລະວັງຕິດຕາມຢ່າງໃກ້ສິດບໍ່ໃຫ້ມີການແຜ່ລະບາດພາຍໃນແຂວງກໍ່ຄືທົ່ວປະເທດທີ່ມັນໄດ້ສົ່ງຜົນກະທົບຢ່າງໃຫ່ຍ ຫຼວງຕໍ່ເສດຖະກິດປະເທດຊາດຢ່າງມະຫາສານສະນັ້ນທາງອົງການກາແດງລາວສູນກາງຈຶ່ງໄດ້ຈັດຊຸດອົບຮົມການຄວບຄຸມ ແລະ ການປ້ອງກັນ ແລະ ພະຍາດໂຄວິດ- 19 ແລະຄວບຄຸມການປ້ອງກັນພະຍາດລະບາດໃຫ້ແກ່ພະນັກງານ ແລະອາສາສະໝັກອົງການກາແດງແຂວງໄຊຍະບູລີ ເພື່ອເຝົ້າລະວັງການແຜ່ລະບາດຂອງພະຍາດ ຢ່າງຮຸ່ນແຮງໃນປະເທດທີ່ໃກ້ຄຽງປະເທດລາວ. ດັ່ງນັ້ນຊຸດອົບຮົມຄັ້ງນີ້ສໍາມະນາກອນຈະໄດ້ຮັບຮູ້ກ່ຽວກັບສະພາບລວມຂອງການເຝົ້າລະວັງການຕິດຕໍ່ ແລະປະສານງານຂອງພະແນກສາທາລະນະສຸກແຂວງ, ຄວາມຮູ້ກ່ຽວກັບໂຄວິດ 19, ຫຼັກການອະນາໄມ, ຂໍ້ກໍານົດເຂດຂ້າເຊື້ອຕາມຫຼັກອະນາໄມ. ຫຼັກການ 5 ທ່ານທີ່ຄວນປະຕິບັດ, ຫຼັກການ 5 ທີ່ບໍ່ຄວນປະຕິບັດການຂ້າເຊື້ອແບບປ້ອງກັນ, ການກະກຽມ, ແບບແຜນ, ເຄື່ອງມື ແລະວິທີການລົງໂຄສະນາຈຸດປະສົງກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມຮູ້ ຄວາມສາມາດ ແລະນໍາເອົາບົດຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກຕົວຈິງ.


   ທັງນີ້ກໍເພື່ອໂຄສະນາ,ເຜີຍແຜ່ຄວາມຮູ້,ຂ່າວສານກ່ຽວກັບການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19, ວິທີລ້າງມືທີຖືກຕ້ອງ,ວິທີໃສ່ຜ້າອັດປາກທີ່ຖືກວິທີ, ການຊີດພົ່ນຢາຂ້າເຊື້ອໃນສະຖານທີ່ມີຄວາມສ່ຽງໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະເຂົ້າໃຈໃນໂອການທາງອົງການກາແດງລາວກອງສົ່ງເສີມສຸຂະພາບຊຸມຊົນຍັງໄດ້ມອບອຸປະກອນຊຸດ PPE ເຄື່ອງພົ່ນຢາ, ເກີບໂບກ, ເຫຼົ້າ 90%, ນໍາຢາຂ້າເຊື້ອກຣໍລິນ ລວມມູນຄ່າ 3,3 ລ້ານກີບ ໃຫ້ແກ່ອົງການກາແດງແຂວງໄຊຍະບູລີນຳອີກ.

____________

ຂ່າວ: ບຸນທີ,  ໜັງສືພິມເສດຖະກິດ-ສັງຄົມ