ອຸດົມໄຊ ປະກາດແຕ່ງຕັ້ງຄະນະໜ່ວຍພັກ, ພະແນກຊັບພະຍາກອນທຳມະຊາດ

  ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງອຸດົມໄຊ, ຄະນະພັກ, ຄະນະພະແນກ, ສະມາຊິກພັກພາຍໃນໜ່ວຍພະແນກດັ່ງກ່າວ.
  ເນື່ອງຈາກກົງຈັກການຈັດຕັ້ງຂອງພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຮັບການປັບປຸງໃໝ່ຈຶ່ງຈຳເປັນຕ້ອງໄດ້ມີການປະກາດບົ່ງ ຕົວແຕ່ງຕັ້ງຄະນະພັກຂຶ້ນເພື່ອສືບຕໍ່ເຄື່ອນໄຫວຊີ້ນຳ-ນຳພາວຽກງານພາຍໃນໜ່ວຍພັກຂອງຕົນໃຫ້ໄປຕາມທິດທາງແຜນການທີ່ໄດ້ກຳນົດໄວ້ ແລະມີຜົນສໍາເລັດຕາມລະດັບຄາດໝາຍພ້ອມເປັນການກະກຽມຜູ້ແທນສົມບູນເພື່ອເຂົ້າຮ່ວມການດຳເນີນກອງປະຊຸມໃຫຍ່ຄັ້ງທີ 9 ຄັ້ງອົງຄະນະພັກແຂວງອຸດົມໄຊທີ່ຈະໄດ້ຈັດຂຶ້ນໃນໄວໆນີ້.     ໃນພິທີໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງອຸດົມໄຊ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ໃນນັ້ນຄະນະປະຈຳພັກແຂວງອຸດົມໄຊເຫັນດີບົ່ງຕົວແຕ່ງຕັ້ງຄະນະພັກພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ ຈຳ ນວນ 3 ສະຫາຍ ເຊິ່ງປະກອບມີຄືສະຫຍາຍນາງ ຄຳໝັ້ນ ແກ້ວບຸນຫວນ ເປັນເລຂາໜ່ວຍພັກ,ສະຫາຍ ຄອນສີ ໄຊຍະມອນ ເປັນຮອງເລຂາໜ່ວຍພັກ ແລະສະຫາຍ ສີສຸກ ປະດີຈິດ ເປັນຄະນະໜ່ວຍພັກ, ນອກນັ້ນຍັງໄດ້ແຕ່ງຕັ້ງປະທານ, ຮອງປະທານກວດກາໜ່ວຍພັກໂດຍແຕ່ງຕັ້ງສະຫາຍ ຄອນສີ ໄຊຍະມອນ ເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ພອນສັກ ປັນຍາລັກ ເປັນຮອງປະທານກວດກາໜ່ວຍພັກ. ຈາກນັ້ນພິທີໄດ້ມີການປຶກສາຫາລື ແລະ ເຫັນດີເປັນເອກະພາບເລືອກເອົາສະ ຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ເລຂາໜ່ວຍພັກ, ວ່າການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເປັນຜູ້ແທນສົມບຸນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 9 ພ້ອມທັງຄັດເລືອກເອົາຜູ້ແທນສຳຮອງອີກຈຳນວນ 2 ສະຫາຍ.
 ໂອກາດດັ່ງກ່າວທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ,ຮອງເຈົ້າແຂວງອຸດົມໄຊໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳແກ່ຄະນະພັກ ແລະສະມາຊິກພັກພ້ອມທັງເນັ້ນໜັກບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ແລະປັບປຸງແກ້ໄຂໂດຍສະເພາະແມ່ນວຽກງານດ້ານການເມືອງ-ແນວຄິດ, ເອົາໃຈໃສ່ເຄື່ອນໄຫວວຽກງານປັບປຸງກໍ່ສ້າງໜ່ວຍພັກປອດໃສ , ເຂັ້ມແຂງ, ໜັກແໜ້ນ, ປະຕິບັດວຽກງານວິຊາສະເພາະໃຫ້ໄດ້ມີຜົນສຳເລັດຕາມລະດັບຄາດໝາຍ, ມີຄວາມສາມັກຄີ ແລະຊຸກຍູ້ພະນັກງານໃນການສຶກສາ, ຮຽນຮູ້ເພື່ອພັດທະນາ ແລະຍົກລະດັບຄວາມຮູ້, ຄວາມສາມາດຂອງສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິ, ຕໍ່ເນື່ອງ.

------------------

ຂ່າວ: ຄານມະນີ ຮຽນດໍຈັນ,  ໜັງສືພິມເສດຖະກິດ-ສັງຄົມ