ເອຊີລີດາລາວ ຂອບໃຈລູກຄ້າໃຫ້ຄວາມເຊື່ອໝັ້ນ ແລະເຫັນສຳຄັນການລະດົມເງິນຝາກເປັນສອງເທົ່າ

  ຂະແໜງການທະນາຄານມີບົດບາດສຳຄັນໃນລະບົບການເງິນ ແລະເສດຖະກິດ, ໃນຖານະທີ່ເປັນອົງປະກອບທີ່ສຳຄັນຂອງລະບົບການເງິນັນດາທະນາຄານໄດ້ຈັດສັນເງິນທຶນຈາກຜູ້ຝາກເງິນໃຫ້ແກ່ຜູ້ກູ້ຢືມຢ່າງມີປະສິດທິພາບຊຶ່ງການໃຫ້ບໍລິການທາງດ້ານການເງິນດັ່ງກ່າວນີ້ຊ່ວຍເຮັດໃຫ້ເສດຖະກິດ-ສັງຄົມ ໂດຍລວມມີປະສິດທິ ພາບສູງຂຶ້ນຜູ້ຝາກເງິນຈະຝາກເງິນກັບທະນາຄານເປັນປະຈຳ ແລະຈະໄດ້ຮັບຫຼາຍຂຶ້ນຍ້ອນຜົນເນື່ອງມາຈາກການບໍລິຫານເງິນຢ່າງມີລະບຽບວິໄນ.

  ທະນາຄານ ເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດເປັນຜູ້ນຳໃນດ້ານທະນາຄານເພື່ອທຸລະກິດຂະໜາດນ້ອຍ ແລະຂະໜາດກາງໃນ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກໆທ່ານ ແລະສາທາລະນະຊົນທີ່ໃຫ້ຄວາມເຊື່ອໝັ້ນ ແລະເຫັນເຖິງການເຕີບໃຫຍ່ເປັນສອງເທົ່າໃນໄລຍະ 3 ປີຂ້າງໜ້າຊຶ່ງເຫັນໄດ້ຈາກຈຳນວນບັນຊີແລະຈຳນວນເງິນຝາກທີ່ເພີ່ມຂຶ້ນຢ່າງຊັດເຈນຢູ່ໃນ 5 ເດືອນ ເຄິ່ງທຳອິດຂອງປີນີ້ ແລະ ສືບຕໍ່ຄຽງຄູ່ເຕີບໃຫຍ່ໄປພ້ອມກັນກັບລູກ ຄ້າແບບຍືນຍົງ ແລະ ໂປ່ງໃສທະນາຄານເອຊີລີດາລາວ ຈຳກັດ ໃຫ້ການບໍລິການທາງດ້ານການເງິນທີ່ວ່ອງໄວແລະດີທີ່ສຸດແກ່ລູກຄ້າທຸກລະດັບໂດຍສະເພາະແມ່ນຜູ້ປະ ກອບການ SME ໃນທົ່ວ ສປປ ລາວ.

  ໃນກາງເດືອນມິຖຸນາ ປີ 2020, ທະນາຄານເອຊີລີດາລາວຈໍາກັດ ເຫັນເຖິງການເພີ່ມຂຶ້ນຂອງເງິນຝາກໂດຍຈໍານວນບັນຊີເພີ່ມຂຶ້ນຫຼາຍກວ່າ 5.000 ບັນຊີ, ອີງຕາມບົດລາຍງານຂອງທະນາຄານຍອດເງິນທັງໝົດແມ່ນເພີ່ມຂຶ້ນປະມານ11 ລ້ານໂດລາສະຫະລັດ ກວມເອົາອັດຕາການຂະຫຍາຍຕົວເຖິງ 4,05% ແລະ 9,53 % ຕາມລຳດັບເມື່ອສົມທຽບໃສ່ຜົນໄດ້ຮັບຂອງທ້າຍປີທີ່ຜ່ານມາເງິນຝາກດັ່ງກ່າວຈະເພິ່ມຂຶ້ນເຖິງ 237 ລ້ານໂດລາສະຫະລັດ ໃນໄລຍະກາງປີທີ່ຈະມາເຖິງນີ້ ແລະ 386 ລ້ານໂດລາສະຫະລັດໃນປີ 2025.

  ນອກຈາກນີ້, ການບໍລິການເທິງມືຖືເອຊີລີດາທັນໃຈແມ່ນມີຄວາມເປັນມິດກັບຜູ້ໃຊ້ເໝືອນກັບວ່າທະນາຄານຢູ່ໃນມືຂອງທ່ານເຊິ່ງຊ່ວຍໃຫ້ລູກຄ້າສາມາດເຮັດທຸລະກຳຜ່ານມືຖືໄດ້ທຸກວັນ, ທຸກທີ່, ທຸກເວລາພ້ອມດຽວກັນນີ້ຍັງມີ ອີກຫຼາກຫຼາຍການບໍລິການເຊັ່ນ: ກວດຍອດເງິນໃນບັນຊີ, ໂອນເງິນ, ຊຳລະໃບບິນ, ຕື່ມມູນຄ່າໂທ, ຊຳລະຜ່ານ QR, ຖອນເງິນສົດຜ່ານຕູ້ເອທີເອັມໂດຍບໍ່ໃຊ້ບັດໂດຍການນຳໃຊ້ລະຫັດ OTP, ທີ່ຕັ້ງຕູ້ເອທີເອັມຂອງທະນາຄານ (ຍິນດີຮັບບັດເອທີເອັມຂອງ 14 ທະນາ ຄານເພື່ອຖອນເງິນສົດຈາກຕູ້ເອທີເອັມຂອງທະນາຄານເອຊີລີດາ ລາວຈຳກັດ) ແລະຂໍ້ມູນຂ່າວສານຕ່າງໆທີ່ອັບເດດລ້າສຸດ.

    ທ່ານ ດຣ. ຮາຍ ສະວາຍຜູ້ອຳນວຍການໃຫຍ່ຂອງທະນາຄານເອຊີລີດາລາວ ຈຳກັດ ໄດ້ກ່າວວ່າແນວໂນ້ມການຂະຫຍາຍຕົວຂອງເງິນຝາກຈາກທຸລະກິດຂະໜາດນ້ອຍ ແລະຂະໜາດກາງ, ຄູ່ຮ່ວມທຸລະກິດ, ລູກຄ້າປະຈຳ ແລະສາທາລະນະຊົນມີການເພີ່ມຂຶ້ນຢ່າງຕໍ່ເນື່ອງສະນັ້ນ, ທະນາຄານພ້ອມແລ້ວທີ່ຈະໃຫ້ການບໍລິການໄດ້ດີເປັນສອງເທົ່າໂດຍສະເພາະການປ່ອຍເງິນກູ້ໃຫ້ລູກຄ້າໃນທຸກຂົງເຂດຂອງຊຸມຊົນ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ທຸລະກິດຂະໜາດໃຫຍ່ແຕ່ລະຂະ ໜາດທີ່ມີຂະໜາດວົງເງິນກູ້ສູງເຖິງ 20 ຕື້ກີບ ຫຼື ທຽບເທົ່າ 2,3 ລ້ານ ໂດລາສະຫະລັດ, ສິນເຊື່ອເງິນດ່ວນ SME ຂອງທະນາຄານ ເອຊີລີດາລາວ ຈຳກັດ ແມ່ນເປັນທີ່ນິຍົມສຳລັບລູກຄ້າ ຫຼືຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະຂະໜາດກາງທີ່ກ່ຽວຂ້ອງຢູ່ໃນຊ່ວງທີ່ສະພາບແວດລ້ອມມີຄວາມທ້າທາຍ ຫຼືຢູ່ໃນຊ່ວງທີ່ວິກິດ, ນອກຈາກນີ້,ທະນາຄານເອຊີລີດາລາວຈຳກັດໄດ້ປະກາດແຜນການປ່ອຍກູ້ເຖິງ 100 ຕື້ກີບ ສຳລັບສິນເຊື່ອໄລຍະສັ້ນດ້ວຍອັດຕາດອກເບ້ຍທີ່ໜ້າສົນໃຈເພື່ອສົ່ງເສີມຜູ້ປະ ກອບການ SME ທັງໝົດໃນລາວຕາມຄວາມເໝາະສົມ.