ແຂວງວຽງຈັນ ເນັ້ນສົ່ງເສີມຜະລິດເປັນສິນຄ້າຫຼາຍຂື້ນ

  ໃນໄລຍະຜ່ານມາແຂວງວຽງຈັນ ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນເພື່ອເຮັດໃຫ້ໄດ້ຜົນຜະລິດທີ່ມີຄຸນນະພາບໂດຍສະເພາະການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າເປັນຕົ້ນສາລີແຂງ, ສາລີຫວານ, ໝາກເດືອຍ, ໝາກຂາມ, ກ້ວຍ,ມັນຕົ້ນ ແລະອື່ນໆ ເພື່ອສົ່ງຂາຍພາຍໃນ, ຕ່າງແຂວງ ແລະສົ່ງອອກຕ່າງປະເທດຈຳນວນໜຶ່ງ.

  ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງວຽງຈັນໃຫ້ສຳພາດວ່າ: ການປູກຝັງແມ່ນໄດ້ຊຸກຍູ້ກຸ່ມການຜະລິດແນວພັນເຂົ້າ, ກຸ່ມຜະລິດເຂົ້າເປັນສິນຄ້າ, ປະສານສົມທົບກຸ່ມໂຮງສີເຂົ້າເພື່ອໃຫ້ການຈໍລະຈອນສິນຄ້າ ແລະບໍລິການ ໂດຍເລັ່ງໃສ່ ເຂດທີ່ໄດ້ກຳນົດເປັນເຂດທີ່ຜະລິດເປັນສິນຄ້າຢູ່ເມືອງທຸລະຄົມ, ໂພນໂຮງ ແລະເມືອງຊະນະຄາມ, ສົ່ງເສີມພືດສິນຄ້າທີ່ເປັນປາຍແຫຼມເປັນຕົ້ນສາລີແຂງເນື້ອທີ່ 6.279 ເຮັກຕາ ຜົນຜະລິດ 38.307 ໂຕນ, ສາລີຫວານ 12,5 ພັນເຮັກຕາ ຜົນຜະລິດ 19 ພັນກວ່າໂຕນ, ມັນຕົ້ນ 6,27 ພັນເຮັກຕາຜົນຜະລິດ 1 ແສນກວ່າໂຕນ, ໝາກເດືອຍ11,6 ພັນເຮັກຕາຜົນຜະລິດ 46,7 ພັນໂຕນ, ກ້ວຍ 1,47 ພັນເຮັກຕາ ຜົນຜະລິດ 13,23 ພັນໂຕນ, ໝາກກ້ຽງ 647 ເຮັກຕາ ຜົນຜະລິດ 3.853 ໂຕນ ພ້ອມນັ້ນຍັງສົ່ງເສີມການຜະລິດສະໜອງເປັນວັດຖຸດິບປ້ອນໂຮງ ງານອຸດສາຫະກຳມີປະເພດສາລີຫວານ, ມັນຕົ້ນ, ໝາກເດືອຍ ແລະ ສຳລັບການປຸງແຕ່ງມີໝາກຂາມ, ກ້ວຍ, ມັນຕົ້ນຢູ່ເມືອງຊະນະຄາມ ແລະເມືອງຫີນເຫີບ.

 ທ່ານ ພູວົງ ບຸນຊູ ກ່າວຕື່ມວ່າ: ສຳລັບການລ້ຽງສັດແມ່ນໄດ້ສືບຕໍ່ຊຸກຍູ້ບັນດາກຸ່ມລ້ຽງສັດໃຫຍ່ຈຳນວນ 6 ກຸ່ມ ແລະບັນດາຟາມຕ່າງໆຈຳນວນ 90 ຟາມ ໃນທົ່ວແຂງທີ່ມີຢູ່ຄື: ຟາມງົວ 6 ຟາມຟາມໝູພໍ່ແມ່ພັນ 7 ຟາມ, ຟາມໝູຊີ້ນ 26 ຟາມ, ຟາມໄກ່ຊີ້ນ 14 ຟາມ, ຟາມໄກ່ ໄຂ່ 29 ຟາມ, ແລະ ຟາມເປັດ 8 ຟາມ, ພ້ອມທັງສູ້ຊົນຜະລິດຊີ້ນ, ປາ, ໄຂ່ເປັນສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງສັງຄົມໂດຍຄິດໄລ່ຕາມຝູງສັດທີ່ມີຄື: ສັດເຂົ້າໂຮງງານຂ້າສັດຄວາຍ 3.686 ໂຕ,ງົວ 6.644 ໂຕ, ໝູ, ແບ້14,9 ພັນໂຕ, ສົ່ງອອກຄວາຍ 2.737 ໂຕ, ງົວ 1.559 ໂຕ ແລະໝູ 48,67 ພັນໂຕ.