ປະທານປະເທດໂອ້ລົມພະນັກງານການນໍາກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ

  ຂປລ ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບຢູ່ສະໂມສອນກະຊວງປ້ອງກັນປະເທດໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ວິໄລຫຼ້າ ຄໍາຟອງ ຄະນະເລ ຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບມີພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າ ຮ່ວມ.

  ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບສ້າງມາໄດ້ໃນຕະຫຼອດໄລ ຍະຊຸມປີຜ່ານມາໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດທະ ນາປະເທດຊາດພາຍໃຕ້ການຊີ້ນໍາເດັດຂາດໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບໄດ້ມີຄວາມເຂັ້ມແຂງໜັກແໜ້ນກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພັກ-ຕໍ່ປະເທດຊາດ ແລະຕໍ່ປະຊາຊົນລາວບັນດາເຜົ່າພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້, ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະນໍາກະຊວງປ້ອງກັນປະເທດ-ຄະນະນໍາກະຊວງປ້ອງກັນຄວາມສະຫງົບຈົ່ງຕັ້ງໜ້າກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະຄຸນນະ ພາບ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະຍາວນານ, ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບຈົ່ງໄດ້ພ້ອມກັນເຊີດຊູມານະຈິດປະຕິວັດ ແລະຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຮັບໃຊ້ຊາດຮັບໃຊ້ປະຊາຊົນ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງກໍາລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ-ຂອງກໍາລັງ ປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີພໍ່ພັກ-ຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະ ດັບທິດສະດີວິທະຍາສາດ, ເຕັກນິກ, ສິລະປະຍຸດ, ຍຸດທະວິທີ; ພ້ອມກັນນີ້ກໍຕ້ອງໄດ້ສືບຕໍ່ຫັນກໍາລັງລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບ ດ້ານຢູ່ແຕ່ລະຈຸດສຸມກໍຄືເຂດຫ່າງໄກ ສອກຫຼີກໃນຂອບເຂດທົ່ວປະເທດໃຫ້ມີ ຜົນສໍາເລັດ, ເຂົ້າຮ່ວມການພັດທະນາ ທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະກຽມພ້ອມຊ່ວຍເຫຼືອປະຊາຊົນໃນທຸກສະຖານະການທີ່ອາດຈະເກີດຂຶ້ນໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ນອກນີ້ກອງທັບ ແລະກໍາລັງປ້ອງກັນຄວາມສະຫງົບຈົ່ງພ້ອມກັນສຸມໃສ່ຈັດຕັ້ງຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງອອກແຮງສ້າງພະລາທິການກັບທີ່ເພື່ອຍົກສູງຄຸນນະພາບຊີວິດຂອງພະນັກງານ-ນັກຮົບຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີຂຶ້ນເປັນກ້າວໆ.

  ໃນຍາມສະຫງົບກໍຄືຍາມສັນຕິພາບ, ກໍາລັງປ້ອງກັນຊາດ-ປ້ອງກັນຄວມສະຫງົບຈົ່ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງພາຍໃຕ້ສະພາບການໃໝ່ຕາມທິດກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງ ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນກາຍເປັນກໍາລັງປະກອບອາວຸດປະຕິວັດທີ່ມີແບບແຜນ ແລະທັນສະໄໝ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນສືບປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນທັງຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດ ໝາຍກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 15 ວຽກຈຸດສຸມຂອງກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ປາກົດຜົນເປັນຈິງເພື່ອປົກປັກຮັກສາເອກະລາດອະທິປະໄຕ ແລະຜືນແຜ່ນດິນອັບຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ, ເຮັດໃຫ້ປະເທດ ຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ,ເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກສູງດີຂຶ້ນເຮັດໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດ ຢັ້ງ.

  ພາຍຫຼັງສໍາເລັດການພົບປະໂອ້ລົມ, ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບກໍໄດ້ລົງຢ້ຽມຢາມໂຄງ ການກໍ່ສ້າງອານຸສອນສະຖານອະດີດຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດຢູ່ທີ່ຄ້າຍໂພນເຄັງຕື່ມອີກ.

____________

ຂ່າວ: ຂັນໄຊ