ພະທາດສາມປາງ ເປັນສະຖາປັດຕະຍະກຳຫີນແບບຂອມບູຮານໃນທຸກໆປີມື້ຂຶ້ນ 15 ຄໍ່າເດືອນ 2 (ເດືອນຍີ່) ບັນດາຊາວບ້ານ,ຊາວເມືອງຈະມີການຈັດພິທີສະເຫຼີມສະຫຼອງພະທາດແຫ່ງນີ້ຊຶ່ງຖືເປັນປະເພນີທີ່ໄດ້ສືບທອດກັນມາ.
ພະທາດສາມປາງຕັ້ງຢູ່ເຂດ 4 ໂນນຍາງ ເມືອງສຸຂຸມາ ແຂວງຈໍາປາສັກ ຫ່າງຈາກຕົວເມືອງສຸຂຸມາໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ ແລະຫ່າງ ຈາກເມືອງປາກເຊໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ, ສະຖານທີ່ແຫ່ງນີ້ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ຊຶ່ງເປັນສາຂາໜຶ່ງຂອງແມ່ນໍ້າຂອງ; ໃນອະດີດ ຫ້ວຍນີ້ມີນໍ້າໄຫຼຕະຫຼອດຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະໄປມາຫາສູ່ກັນ, ນອກຈາກນີ້ຍັງມີເສັ້ນທາງບູຮານທີ່ໄດ້ເນັ່ງຈາກວັດພູໄປທາງໃຕ້ຈົນເຖິງຊາຍແດນກຳປູ ເຈຍ, ປະຈຸບັນນີ້ຍັງໄດ້ພົບເຫັນຮ່ອງຮອຍໂດຍສະເພາະແມ່ນເຂດທີ່ປະຊາຊົນທຳມາຫາກິນບໍ່ວ່າຈະເປັນການເຮັດໄຮ່, ເຮັດນາ, ປຸກເຮືອນໃສ່ແຕ່ກໍ່ຍັງສາມາດສັນນິຖານໄດ້ວ່າ: ແມ່ນເສັ້ນທາງບູຮານ.
ພະທາດສາມປາງ ເປັນຜາສາດຫີນສາມຍອດທີ່ເຄີຍຮຸ່ງເຮືອງ ແລະໄດ້ຫຼົ້ມສະຫຼາຍແຫ່ງອະຣິຍະທຳຂອມ, ຊຶ່ງຊາວຂອມບູຮານນັ້ນເດີມເປັນຊາດນິຍົມສາສະໜາຮິນດູ ແລະໄດ້ແຜ່ສາສະໜານີ້ໄປດ້ວຍຮູບແບບຕ່າງໆບໍ່ວ່າຈະເປັນຫຼັກການປົກຄອງ,ຄະຕິຄວາມເຊື່ອ ແລະ ວິຖີການດຳລົງຊີບ,ດ້ວຍເຫດຫຼັກປັດໄຈນີ້ພະທາດສາມປາງອາດຈະເປັນເທວະສະຖານ, ເປັນຕົວແທນ ຫຼືໝາຍເຖິງພະຊີວະ, ພະວິສະນຸ ແລະພະພົມກໍເປັນໄດ້.
ຕາມການບອກເລົ່າຂອງເຖົ້າແກ່ແນວໂຮມບ້ານໃນເຂດນັ້ນໃຫ້ຮູ້ວ່າ: ພະທາດສາມປາງເປັນພະທາດທີ່ກໍ່ສ້າງຂຶ້ນມາໃນໄລຍະສະຕະວັດທີ 12 ຊຶ່ງສ້າງບໍ່ສໍາເລັດໂດຍຕັ້ງລຽງກັນເທິງແທ່ນສັນນິຖານວ່າ: ສຸພາທາເປັນຜູ້ສ້າງຂຶ້ນ, ຜູ້ຊ່ຽວຊານທາງບູຮານນະຄະດີ ໄດ້ສັນນິຖານວ່າ: ສຸພາທາອາດແມ່ນບຸກຄົນດຽວກັນກັບທິວາກາຮາປັນດິຕາ ຊຶ່ງເປັນທີ່ປຶກສາຂອງເຈົ້າຊີວິດ, ຫີນສີລາຈາລຶກຢູ່ຕໍ່ໜ້າຫໍທີ່ມີໜັງສືຂຽນໄວ້ທັງ 4 ດ້ານສັນນິຖານວ່າມານດາຂອງພະອົງເປັນຄົນງາມ ແລະເປັນຜູ້ເກັ່ງທາງດ້ານອັກສອນສາດກໍຄືທາງດ້ານກາບກອນ, ຫີນສີລາຈາລຶກໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ຊຶ່ງເປັນຂໍ້ມູນທີ່ສຳຄັນສຳລັບນັກຊ່ຽວຊານທາງດ້ານໜັງສືຈາລຶກຫີນສີລາຊຶ່ງພົວພັນເຖິງປະຫວັດສາດຂະແມ ຫຼືກຳປູເຈຍໃນປະຈຸບັນ.
ຢ່າງໃດກໍ່ຕາມສະຖານທີ່ແຫ່ງນີ້ຍັງເປັນປິດສະໜາຊຶ່ງຫາຄຳຕອບຍັງບໍ່ໄດ້ວ່າໃຜເປັນຜູ້ສ້າງກັນແທ້ ແລະເພື່ອຈຸດປະສົງຫຍັງເພາະເປັນພຽງການບອກເລົ່າກັນມາປາກຕໍ່ປາກທີ່ຜູ້ເຖົ້າຜູ້ແກ່ທີ່ອາໄສຢູ່ບໍລິເວນນັ້ນເລົ່າໃຫ້ຟັງ, ບາງຄົນກໍ່ວ່າ: ທາດສາມປາງແມ່ນສະຖານທີ່ບູຮານທີ່ພວກຂອມສ້າງຂຶ້ນໂດຍການນຳພາຂອງສາມອ້າຍນ້ອງຜູ້ທີ 1 ຊື່ວ່າ: ກຳມະລໍ, ຜູ້ທີ 2 ຊື່ວ່າ: ກຳມະລິເກຍ ແລະຜູ້ທີ 3 ຊື່ວ່າ: ກຳມະລິເມຍແຕ່ກໍ່ຍັງຫາສາເຫດມາສະຫຼຸບບໍ່ໄດ້ເທື່ອເຖິງປະຫວັດຄວາມເປັນມາຢ່າງແທ້ຈິງ.
ແນວໃດກໍດີຄວາມເກົ່າແກ່ຂອງສະຖານທີ່ໃດໜຶ່ງກໍ່ສາມາດບົ່ງບອກໄດ້ເຖິງຄວາມຈະເລີນຮັ່ງມີໃນສະໄໜກ່ອນ ແລະຄວາມອຸດົມສົມບູນທາງດ້ານວັດທະນະທຳ, ສິລະ ປະ, ການດຳລົງຊີວິດທີ່ຜູກພັນມາຈົນເຖິງເທົ່າທຸກວັນນີ້.