ຄວາມຄືບໜ້າການປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ

  ກົມບັນຊີ ແລະການເງິນທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ IFRS ໃນຂະແໜງການທະນາຄານໃນຕອນເຊົ້າວັນທີ 16 ມິຖຸນາ 2020 ທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງສະຖາບັນການທະນາຄານພາຍໃຕ້ການເປັນປະທານຂອງທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະພັກ ທຫລ, ຫົວໜ້າກົມບັນຊີ ແລະການເງິນ; ພ້ອມນີ້, ກໍ່ມີບັນດາຄະນະກົມ, ຄະນະສາຂາ ທຫລ, ຄະນະສະຖາບັນການທະນາຄານ, ຜູ້ອຳນວຍການທະນາຄານທຸລະກິດ, ສະພາວິຊາຊີບນັກບັນຊີ ແລະນັກກວດສອບລາວ (LCPAA), ບໍລິສັດກວດສອບພາຍນອກເອີນແອນຢັງ ລາວຈຳກັດ (E&Y) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານຜົນການສະຫຼຸບການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ IFRS ໃນໄລຍະຜ່ານມາ, ມາດຕະ ຖານສາກົນດ້ານການລາຍງານການເງິນ IAS12 ອາກອນລາຍໄດ້ ແລະ IFRS16 ສັນຍາເຊົ່າ ສະເໜີໂດຍວິທະຍາກອນຈາກກົມບັນຊີ ແລະການເງິນ ທຫລ; ການຄຸ້ມຄອງຄວາມໝັ້ນຄົງທີ່ຕິດພັນກັບການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ IFRSທີ່ກົມຄຸ້ມຄອງທະນາຄານທຸລະກິດ ທຫລ ມີຄຳເຫັນ; ສິ່ງທ້າທາຍ ແລະການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ IFRS 9 ທີ່ສະພາວິຊາຊີບນັກບັນຊີ ແລະນັກກວດສອບລາວ (LCPAA) ໄດ້ນຳສະເໜີ;ຂໍ້ສະດວກ ແລະສິ່ງທ້າທາຍໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະບາງຄໍາເຫັນຕໍ່ຜູ້ຄຸ້ມຄອງ ແລະຜູ້ຈັດຕັ້ງປະຕິບັດ IFRS ທີ່ສະເໜີໂດຍບໍລິສັດ ເອີນແອນ ຢັງລາວ ຈໍາກັດ.

  ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ IFRS ໃນຄັ້ງນີ້ລະຫວ່າງຜູ້ຄຸ້ມຄອງ, ຜູ້ກວດສອບ ແລະຜູ້ຈັດ ຕັ້ງປະຕິບັດຕົວຈິງຊຶ່ງມາຈາກ ທຫລ ສຳນັກງານໃຫຍ່, ທຫລ ສາຂາ, ສະຖາບັນການທະນາຄານ, ທະນາຄານທຸລະກິດ, ສະພາວິຊາຊີບນັກບັນຊີແລະນັກກວດສອບລາວ ແລະບໍລິສັດກວດສອບພາຍນອກໂດຍໄດ້ມີການແລກປ່ຽນຄຳຄິດເຫັນຂໍ້ສະດວກ ແລະສິ່ງທ້າທາຍໃນການກະກຽມຄວາມພ້ອມການຈັດຕັ້ງປະຕິບັດ IFRS.

  ທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມບັນຊີ ແລະການເງິນໄດ້ເນັ້ນວ່າ: ການປະຕິບັດມາດຕະຖານສາກົນດ້ານການລາຍການເງິນ IFRS ເປັນວຽກງານທີ່ສຳຄັນ ແລະຮີບດ່ວນ, ກົດ ໝາຍວ່າດ້ວຍການບັນຊີໄດ້ກໍານົດໃຫ້ວິ ສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ (PIE) ຊຶ່ງລວມທັງທະນາຄານທຸລະກິດ ແລະບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບຕ້ອງຖືບັນຊີຕາມມາດຕະຖານສາກົນດ້ານການລາຍງານການເງິນ IFRS, ເພື່ອຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວ; ໃນປີ 2013 ກົມບັນຊີ ແລະການເງິນ ທຫລ ໄດ້ອອກແຈ້ງການໃຫ້ທະນາຄານທຸລະກິດກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ IFRS, ພ້ອມດຽວກັນນັ້ນກໍ່ໄດ້ສັງລວມຫຍໍ້ບັນດາມາດຕະຖານທີ່ຕິດພັນກັບຂະແໜງການທະນາຄານເປັນພາສາລາວຊຶ່ງບົດດັ່ງກ່າວໄດ້ກາຍເປັນຄູ່ມືພື້ນຖານໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍ ງານການເງິນ IFRS ທີ່ຕິດພັນກັບຂະແໜງການທະນາຄານ ແລະຜັນຂະຫຍາຍອອກບົດແນະນຳການບັນທຶກບັນຊີໄດ້ຈຳນວນໜຶ່ງນັບແຕ່ປີ 2014 ເປັນຕົ້ນມາ.    

  ໃນໄລຍະຜ່ານມາເຫັນວ່າ: ທະນາຄານທຸລະກິດໄດ້ເປັນເຈົ້າການຈັດຕັ້ງປະຕິບັດໂດຍໄດ້ມີການປັບປຸງນະໂຍບາຍບັນຊີຂອງຕົນເພື່ອໃຫ້ສອດຄ່ອງກັບ IFRS, ປັບປຸງດ້ານນິຕິກໍາທີ່ກ່ຽວຂ້ອງ, ພັດທະນາບຸກຄະລາກອນ ແລະດ້ານລະບົບໄອທີເພື່ອຮອງຮັບການຈັດຕັ້ງປະຕິບັດໄດ້ໂດຍພື້ນຖານ ແລະມີຄວາມຄືບໜ້າເທື່ອລະກ້າວ, ຈັດຕັ້ງປະຕິບັດຕາມການຜັນຂະຫຍາຍອອກເປັນບົດແນະນໍາການບັນທຶກບັນຊີ ແລະ ແຈ້ງການຕ່າງໆທີ່ກົມບັນຊີ ແລະ ການເງິນປະກາດນຳໃຊ້ໃນແຕ່ລະໄລຍະຊຶ່ງເຫັນວ່າມີຫຼາຍທະນາຄານກໍສາມາດຈັດຕັ້ງປະຕິບັດໄດ້ ແລະ ບາງທະນາຄານກໍ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ເຕັມສ່ວນເນື່ອງຈາກວ່າຄວາມເຂົ້າໃຈກ່ຽວກັບ IFRS ຍັງບໍ່ທັນເລິກເຊິ່ງເທົ່າທີ່ຄວນ, ການປັບປຸງລະບົບໄອທີຍັງມີຄວາມຊັກຊ້າເນື່ອງຈາກວ່າຕ້ອງໄດ້ນຳໃຊ້ງົບປະ ມານຈຳນວນຫຼາຍ ແລະອື່ນໆ. ສະນັ້ນເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ IFRS ຕ້ອງໄດ້ມີການປັບປຸງດ້ານນິຕິກຳທີ່ກ່ຽວຂ້ອງ, ດ້ານບຸກຄະລາກອນ ແລະ ດ້ານລະບົບໄອທີເພື່ອໃຫ້ມີຄວາມສອດຄ່ອງກັບມາດຕະ ຖານສາກົນດ້ານການລາຍງານການເງິນ IFRS.

______________

ຂຽນໂດຍ: ຣັດສະໝີ ດວງສັດຈະ     

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ