ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມິຖຸນາ 2020

  ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມິຖຸນາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າ ແລະປິດລົງໃນຕອນແລງຂອງວັນທີ 17 ມິຖຸນາ 2020 ທີ່ສຳນັກງານນາ ຍົກລັດຖະມົນຕີ,ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ;ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະປະກອບຄຳຄິດເຫັນຕໍ່ບົດລາຍງານ 3 ຫົວຂໍ້ດັ່ງນີ້:

  1. ຮ່າງບົດລາຍງານຂອງທ່ານນາຍົກລັດຖະມົນຕີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແລະແຜນເງິນຕາ 5 ເດືອນ,ຄາດຄະເນ 6 ເດືອນຕົ້ນປີ 2020 ແລະທິດທາງວຽກງານຈຸດສຸມ 6ເດືອນທ້າຍປີ 2020.

  ຜ່ານການພິຈາລະນາຮ່າງບົດລາຍງານ, ກອງປະຊຸມໄດ້ມີທິດຊີ້ນຳໃຫ້ປັບປຸງໂຄງຮ່າງບົດລາຍງານໃຫ້ເປັນລະບົບ ແລະ ເຂົ້າໃຈງ່າຍ ແລະປັບປຸງດ້ານເນື້ອໃນຕື່ມໃຫ້ຄົບ ຖ້ວນ, ຊັດເຈນ, ຮັດກຸມ ແລະຖືກຕ້ອງກັບຕົວຈິງ, ໃນນັ້ນສຳລັບການສະຫຼຸບ 5 ເດືອນຕົ້ນປີ 2020 ແມ່ນໃຫ້ກວດກາ ແລະປັບປຸງຄືນຕື່ມບາງດ້ານເປັນຕົ້ນຕົວເລກການເຕີບໂຕທາງດ້ານເສດຖະກິດ, ການຈັດຕັ້ງປະຕິບັດຄາດໝາຍມະຫາພາກສົມທຽບກັບຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ,; ຄວາມຄືບໜ້າ ແລະແຜນການສືບຕໍ່ປະຕິບັດ 10 ນະໂຍບາຍ ແລະ9 ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ສປປ ລາວ. ສ່ວນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2020 ແມ່ນໃຫ້ຈັດລຽງບູລິມະສິດແຕ່ລະໜ້າວຽກຄືນໂດຍຕິດພັນກັບການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ. ພ້ອມກັນນີ້ໃຫ້ກຳນົດເພີ່ມບາງເນື້ອໃນເປັນຕົ້ນ; ກຳນົດແຈ້ງບັນດາໂຄງການໃຫຍ່ທີ່ຈະສືບຕໍ່ຫຼືສຸມໃສ່ຈັດຕັ້ງປະຕິບັດ, ການສືບຕໍ່ກວດກາ ແລະເຈລະຈາຫຼຸດມູນຄ່າບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າສູງເກີນລາ ຄາກາງ 20% ຂຶ້ນໄປ, ການຈັດຕັ້ງປະຕິບັດ; ວຽກງານຂົງເຂດວັດທະນະທຳ-ສັງຄົມ, ການສ້າງວຽກເຮັດງານທຳ ແລະການນຳໃຊ້ແຮງງານລາວທີ່ກັບມາຈາກຕ່າງປະເທດ, ຈຸດສຸມຂອງວຽກງານການຕ່າງປະເທດ, ພາຍຫຼັງປັບປຸງຮ່າງບົດລາຍງານແລ້ວໃຫ້ສົ່ງສະມາຊິກລັດຖະບານມີຄຳຄິດເຫັນຕື່ມກ່ອນສົ່ງໃຫ້ທ່ານນາຍົກລັດຖະ  ມົນຕີພິຈາລະນາ ແລະມີທິດຊີ້ນຳ.

   1. ບົດລາຍງານການປະຕິບັດນະໂຍບາຍລາຄາກະແສໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະການປັບໂຄງສ້າງລາຄາໄຟຟ້າຄືນໃໝ່.

   2. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຄົ້ນຄວ້າການປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ຊຶ່ງກະຊວງພະລັງງານ ແລະບໍ່ແຮ່ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ຫຼາຍທາງເລືອກເພື່ອສະເໜີລັດຖະບານພິຈາລະນາກອງປະຊຸມເຫັນດີມອບໃຫ້ໂຄສົກລັດຖະບານ,ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະຜູ້ວ່າການຜູ້ອຳນວຍການລັດ ວິສາຫະກິດໄຟຟ້າລາວຮ່ວມກັນຖະແຫຼງຂ່າວໃຫ້ສັງຄົມຮັບຊາບເປັນອັນສະເພາະ.

  3. ບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະບັນດາຕົວຊີ້ວັດຕ່າງໆໃນການດຳເນີນທຸລະກິດໃນສປປລາວຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະຄຳສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍປັບປຸງວຽກງານການບໍລິການການອອກໃບອະນຸຍາດການລົງທຶນແລະການອອກໃບອະນຸຍາດດຳເນີນທຸລະກິດ.

  3. ຕໍ່ການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ, ກອງປະຊຸມໄດ້ຕີລາຄາວ່າ: ຕົວຊີ້ວັດທີ 1, 2, 3, 4, 6 ແລະ 8 ແມ່ນມີຄວາມຄືບໜ້າດີ, ສ່ວນຕົວຊີ້ວັດທີ 5, 7, 9 ແລະ 10 ແມ່ນຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ. ສຳລັບການຈັດຕັ້ງປະຕິບັດຄຳສັ່ງ 03/ນຍ ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂເປັນຕົ້ນ ການປະສານງານ, ການແກ້ໄຂເອກະສານບາງຄັ້ງຍັງຊັກຊ້າ, ແກ່ຍາວເວລາ. ກອງ ປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຈະຕ້ອງໄດ້ເພີ່ມຄວາມເປັນເຈົ້າການໃນການວາງແຜນ,ການປະສານງານ,ການຕິດຕາມ ແລະຮ່ວມມືກັນແກ້ໄຂຂໍ້ຄົງຄ້າງໂດຍສະເພາະການປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ວ່ອງໄວ,ທັນການ ແລະມີປະສິດທິຜົນ.

  ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນທ້າຍເດືອນມິຖຸນາ ແລະເດືອນກໍ ລະກົດ 2020 ດັ່ງນີ້: