ຈະລົງກວດສຸຂະພາບປະຈຳປີໃນເຂດເສດຖະກິດພິເສດທົ່ວປະເທດ

  ພິທີລົງນາມບັນທຶກຮ່ວມມືການຈັດຕັ້ງປະຕິບັດວຽກງານການກວດສຸຂະພາບປະຈຳປີໃຫ້ແຮງງານຢູ່ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດລະຫວ່າງຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໂຮງໝໍມິດຕະພາບໄດ້ຈັດຂຶ້ນໃນວັນທີ 12 ມິຖຸນານີ້ຢູ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ແລະທ່ານ ປະເດີມພອນສົນທານີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ.

 ທ່ານ ຈຳປາ ຄຳສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ: ປະຈຸບັນ ສປປ ລາວ ໄດ້ມີສູນກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງແຮງງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານຄວາມປອດໄພ ແລະສຸຂະພາບແຮງງານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສູນດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂຶ້ນໂດຍການຮ່ວມມືລະຫວ່າງກະຊວງສາທາ ລະນະສຸກ ແລະກະຊວງແຮງງານ ແລະສະຫວັດດີການສັງຄົມ, ຊຶ່ງປະຈຸບັນແມ່ນເປັນສູນ ແລະເປັນຄັ້ງທຳອິດທີ່ຈະໄດ້ມີການບໍລິການກວດສຸຂະພາບແຮງງານປະຈຳປີ ເປັນລະບົບຄົບຊຸດ ແລະທັນສະໄໝຢູ່ລາວສູນແຫ່ງນີ້ສາມາດບົ່ງມະຕິພະຍາດໄດ້ຊັດເຈນ ແລະມີປະສິດທິຜົນ.

  ປະຈຸບັນ, ຢູ່ ສປປ ລາວ ມີເຂດເສດຖະກິດພິເສດທັງໝົດ 12 ແຫ່ງໃນແຂວງ ແລະໃນນະຄອນຫຼວງວຽງຈັນ ມີຜູ້ລົງທຶນແລະຈົດທະບຽນຈຳນວນ 845 ບໍລິສັດ ໃນນີ້ ເປັນການລົງທຶນຂອງຕ່າງປະເທດ 712 ບໍລິສັດ, ພາຍໃນ 92 ບໍລິສັດ, ພາຍໃນຮ່ວມມືກັບຕ່າງປະເທດ 41 ບໍລິສັດ ມີແຮງງານຫຼາຍກວ່າ 50 ພັນຄົນ, ໃນນັ້ນ ແຮງງານຕ່າງປະເທດຫຼາຍກວ່າ 40 ພັນຄົນເຂດເສດຖະກິດພິເສດທັງໝົດສາມາດປະກອບພັນທະຕ່າງໆໃຫ້ລັດຖະບານອັນໄດ້ປະກອບສ່ວນຊຸກຍູ້ເສດຖະກິດຂອງຊາດເຂັ້ມແຂງຂຶ້ນເທື່ອລະກ້າວ.

_______________

ຂ່າວ: ຮສສ

ໜັງສືພິມເສດຖະກິດ-ສັງຄົມ