ຮສ. ປອ ວິໄຊ ຈັນສະຫວ່າງ ຖືກແຕ່ງຕັ້ງເປັນອະທິການບໍດີມະຫາວິທະຍາໄລສຸພານຸວົງ

  ເພື່ອເຮັດໃຫ້ການບໍລິຫານງາະຫາວິທະຍາໄລສຸພານຸວົງຢ່າງຖືກຕ້ອງ ແລະເຂັ້ມແຂງຂຶ້ນກວ່າເກົ່າຈຶ່ງໄດ້ຈັດພິທີແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລສຸພານຸວົງ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2020 ນີ້ຢູ່ສະໂມສອນໃຫຍ່ມະຫາວິທະຍາໄລສຸພານຸວົງໂດຍມີທ່ານ ຮສ. ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະກີລາ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ມີອະທິການບໍດີ, ຄະນະບໍດີ ແລະຄູອາຈານມະຫາວິທະຍາໄລສຸພານຸວົງເຂົ້າຮ່ວມ.

 ໃນພິທີຕາງໜ້າກົມຈັດຕັ້ງ-ພະນັກງານກະຊວງສຶກສາທິການແລະກິລາໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລສຸພານຸວົງ ເລກທີ 220/ ນຍ ລົງວັນທີ 4 ເມສາ 2020 ໂດຍນາຍົກລັດຖະມົນຕີອອກດໍາລັດແຕ່ງຕັ້ງທ່ານ ຮສ.ປອ ວິໄຊ ຈັນສະຫວ່າງ ເປັນອະທິການບໍດີມະຫາວິ ທະຍາໄລສຸພານຸວົງ, ຈາກນັ້ນ ທ່ານຮສ.ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາໄດ້ມອບໃບຢັ້ງຢືນຮັບໜ້າທີ່ເປັນອະທິການບໍດີມະຫາວິທະຍາໄລສຸພານຸວົງ ຢ່າງເປັນທາງການ.

   ເພື່ອເຮັດໃຫ້ພິທີດັ່ງກ່າວໄດ້ມີຄວາມໝາຍໜັກແໜ້ນທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ແລະເນັ້ນໜັກໃຫ້ໃຫ້ສືບຕໍ່ປັບປຸງແຜນການຮຽນການສອນ, ສ້າງຊັບພະຍາກອນມະນຸດ, ຫຼັກການຮຽນ-ສອນ ຕ້ອງຮັບປະກັນ ທາງດ້ານປະລິມານ ແລະຄຸນນະພາບ ທີ່ດີ, ເອົາໃຈໃສ່ບໍລິຫານວຽກງານ, ວຽກງານບຸກຄະລາກອນ, ວິທີການສິດສອນ, ການປະສານງານສາຍຕັ້ງ-ສາຍຂວາງ ແລະຂະແໜງການທີ່ກ່ຽວຂ້ອງຕາມຫຼັກການຂອງກະຊວງສຶກສາທິການ ແລະກີລາວາງອອກ.

_______________

ຂຽນໂດຍ: ສີສຸວັນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ