ສຳເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຄະນະພັກຮາກຖານ ທສກ

  ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງຄະນະພັກຮາກຖານທະນາຄານສົ່ງເສີມກະສິກໍາ (ທສກ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາສິງແສງ ແກ້ວມະຫາວົງ ເລຂາຄະນະພັກຮາກຖານ-ວ່າການຜູ້ອໍານວຍການ ທສກ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ພ້ອມນີ້, ກໍ່ມີບັນດາສະຫາຍຄະນະພັກຮາກຖານ-ຄະນະໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລຜູ້ແທນທົ່ວຄະນະພັກຮາກຖານ ແລະ 3 ອົງການ ຈັດຕັ້ງຈັດຕັ້ງມະຫາຊົນ ທສກ ເຂົ້າຮ່ວມ.

  ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະພັກຮາກຖານ ທສກ ທີ່ສະເໜີໂດຍສະຫາຍ ສູນທອນ ສຸພົມມະວົງ ຮອງເລຂາຄະນະພັກຮາກຖານ ທສກ ທີ່ໄດ້ສັງເກດຕີລາຄາຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຕະຫຼອດໄລຍະ 5 ປີ ແຫ່ງການຊີ້ນໍາ-ນໍາພາ ຊຶ່ງຢູ່ໃນເງື່ອນໄຂສະພາບແວດລ້ອມພາຍໃນ ແລະຕ່າງປະເທດມີການຜັນແປໂດຍມີການແຂ່ງຂັນຂອງບັນດາທະນາຄານພາຍໃນປະເທດນັບມື້ເພີ່ມຂຶ້ນ, ພະຍາດລະບາດ, ການຜັນຜວນຂອງອັດຕາແລກປ່ຽນ ແລະອັດຕາດອກເບ້ຍ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງຄະນະພັກ-ຄະນະຜູ້ວ່າທຫລ, ຄະນະພັກຮາກຖານ ທສກ ໄດ້ມີຄວາມພະຍາຍາມປຸກລະດົມກໍາລັງແຮງພາຍໃນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ທຫລ ໂດຍສະເພາະສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນແລະແຜນຍຸດທະສາດໄລຍະຍາວຂອງ ທສກ ດ້ວຍຜົນສໍາເລັດຫຼາຍດ້ານ.

  ຄະນະພັກຮາກຖານຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາກົກ ແລະຕິດພັນກັບທຸກການເຄື່ອນໄຫວວຽກງານດ້ວຍຫຼາຍຮູບການທີ່ເໝາະສົມເຮັດໃຫ້ສະມາຊິກພັກ-ພະນັກງານກຳໄດ້ແນວທາງນະໂຍບາຍຂອງພັກ ແລະຖືເອົາລະບອບສ່ອງແສງສາຍງານ, ກໍາສະພາບແຕ່ລະບັນຫາໃຫ້ຈະແຈ້ງເປັນເນື້ອໃນສໍາຄັນໃນການດໍາເນີນຊີວິດການເມືອງພາຍໃນພັກ ແລະອົງການຈັດຕັ້ງມະຫາຊົນເພື່ອສໍາຫຼວດກວດກາ,ຕໍາໜິກໍ່ສ້າງຊ່ວຍເຫຼືອກັນ, ຈາກການປະຕິບັດຄືດັ່ງກ່າວເຮັດໃຫ້ສະພາບແນວຄິດຂອງ ຖັນແຖວສະມາຊິກພັກ-ພະນັກງານແຕ່ລະຂັ້ນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເປັນເອກະພາບຕໍ່ກັບແນວທາງການບໍລິຫານງານຂອງຂັ້ນເທິງມີ ຄວາມຫ້າວຫັນ, ສຸມກໍາລັງເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

  ຄະນະພັກຮາກຖານໄດ້ນໍາພາວຽກງານວິຊາສະເພາະຢ່າງຕັ້ງໜ້າ ແລະດີຂຶ້ນກ່ວາເກົ່າໂດຍສະເພາະການລະດົມທຶນ ແລະສະໜອງສິນເຊື່ອກໍ່ມີທ່ວງທ່າເພີ່ມຂຶ້ນ, ພັດ ທະນາປັບປຸງຂອດວຽກງານບໍລິການ, ລະບົບເຕັກນິກທີ່ທັນສະໄໝ, ພັດທະນາຮູບແບບຂອງຜະລິດຕະພັນເງິນຝາກໃຫ້ມີຄວາມຫຼາກຫຼາຍເນັ້ນໃສ່ສິດຜົນປະໂຫຍດຂອງລູກຄ້າເປັນຫຼັກ,ປັບປຸງບັນດາສະຖານທີ່ບໍລິການເພື່ອອໍານວຍຄວາມສະດວກໃນການບໍລິການລູກຄ້າແນໃສ່ໃຫ້ມີຄວາມເປັນເອກະພາບໃນທົ່ວລະບົບສາມາດສະໜອງແຫຼ່ງທຶນເຂົ້າສູ່ພາກກະສິກໍາໄດ້ເປັນຢ່າງດີປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະ ໃນຕົວເມືອງໄດ້ນໍາໃຊ້ສິນເຊື່ອຂອງ ທສກ ເຂົ້າໃນການຜະລິດ, ການບໍລິການ,ການປຸງແຕ່ງ ແລະການເກັບຊື້ຜົນຜະລິດຂອງປະຊາຊົນ; ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຕີລາຄາບັນດາສາ ເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະບົດຮຽນທີ່ຖອດຖອນໄດ້, ພ້ອມທັງກໍານົດທິດທາງແຜນການ ແລະຄາດໝາຍສູ້ຊົນຂອງຄະນະພັກຮາກຖານໃນ 5 ປີ ຕໍ່ໜ້າ.

  ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານທີ່ສະເໜີໂດຍ ສະຫາຍ ຄໍາສິງ ແສງແກ້ວມະຫາວົງ ເລຂາຄະນະພັກຮາກ ຖານຊຶ່ງຕີລາຄາການນໍາພາລວມຂອງຄະນະພັກຮາກຖານທີ່ຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກຮາຖານກໍ່ຄືສະມາຊິກພັກທັງໝົດຢ່າງແໜ້ນແຟ້ນ,ເສີມຂະຫຍາຍບົດຮຽນ ແລະຄວາມສາມາດຢ່າງມີຫົວຄິດປະດິດສ້າງໃນການນຳພາຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ ແລະໄດ້ຮັບຜົນສຳເລັດເປັນກ້າວໆມາ.

  ກອງປະຊຸມຍັງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນເລືອກເອົາຄະນະພັກຮາກຖານ ທສກ ສະໄໝທີ III ປະກອບດ້ວຍ 7 ສະຫາຍ ເພື່ອສືບຕໍ່ເປັນແກນນໍາໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຄະນະພັກຮາກຖານ ທສກ ໂດຍເລືອກເອົາສະຫາຍ ຄໍາສິງ ແສງແກ້ວມະຫາວົງ ເປັນເລຂາຄະນະພັກຮາກຖານທສກ , ສະຫາຍ ສູນທອນ ສຸພົມມະວົງ ເປັນຮອງເລຂາ ແລະ ສະຫາຍ ມະໂນລິດ ຊຸມພົນພັກດີ ເປັນປະທານຄະນະກວດກາ, ສະຫາຍ ນາງ ວິໄລເພັດ ຫຼວງອາໄພ ເປັນຮອງປະທານ ແລະສະຫາຍ ຄາເຜີຍ ວີສີສົມບັດ ເປັນຄະນະກວດກາ, ພ້ອມນີ້ຍັງເລືອກເອົາຜູ້ແທນເຂົ້າຮ່ວມກອງປະ ຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ທຫລ.

  ສະຫາຍເລຂາຄະນະພັກ ທຫລ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າທີ່ໄດ້ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ການເມືອງສາມາດຍາດໄດ້ຜົນງານ ໃນຫຼາຍໆດ້ານ ແລະມີທິດຊີ້ນໍາໃນແຕ່ລະວຽກງານຢ່າງພາວະວິໄສ ແລະມີ ຈຸດສຸມ; ນອກຈາກນີ້, ສະຫາຍຍັງມີຄວາມເຊື່ອໝັ້ນວ່າ: ໃນຕໍ່ໜ້າຄະນະພັກຮາກຖານຊຸດໃໝ່ຈະນໍາພາຖັນແຖວສະມາຊິກພັກ-ພະນັກງານ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ບັນລຸຜົນສໍາເລັດ ແລະ ຍາດໄດ້ໝາກຜົນອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງ.

________________

ຂຽນໂດຍ: ຣັດສະໝີ ດວງສັດຈະ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ