ຄະນະພັກຮາກຖານພະແນກ ຍທຂ ແຂວງຫຼວງພະບາງຈັດກອງປະຊຸມໃຫຍ່

  ຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງຫຼວງພະບາງໄດ້ຈັດກອງປະໃຫຍ່ສະມາຊິກພັກຄັ້ງທີ VIII ຂຶ້ນໃນວັນທີ 9 ມິຖຸນາ 2020 ນີ້ຢູ່ຫ້ອງປະຊຸມພະແນກດັ່ງກ່າວໂດຍການເປັນປະທານຂອງສະຫາຍ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ, ມີສະຫາຍ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ເລຂາໜ່ວຍພັກພະແນກ ຍທຂ, ມີຄະນະໜ່ວຍພັກ, ຕາງໜ້າຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

  ສະຫາຍ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ເລຂາໜ່ວຍພັກພະແນກ ຍທຂ ເລຂາໄດ້ຂຶ້ນຜ່ານບົດລາຍງານການເມືອງສອງພາກເປັນຕົ້ນແມ່ນເນື້ອໃນບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງພະແນກ ຍທຂ 5 ປີຜ່ານມາແລະທິດ ທາງແຜນການ 5 ປີ (2020-2024), ບົດສຳຫຼວດການຊີ້ນຳໆພາຂອງຄະນະພັກຊຸດເກົ່າຊຶ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທ່ີຖອດຖອນໄດ້ໃນການນຳພາຈັດຕັ້ງປະຕິບັດວຽກງານ ຍທຂ ແຂວງຫຼວງພະບາງ ຊຶ່ງໄດ້ເອົາໃຈໃສ່ນຳພາວຽກງານພັກ ແລະນຳພາວຽກງານລັດຢ່າງຕັ້ງໜ້າອັນໄດ້ເຮັດໃຫ້ວຽກງານແຕ່ລະດ້ານບັນລຸຄາດໝາຍທີ່ກອງປະຊຸມປະຊຸມໃຫຍ່ໜ່ວຍພັກຄັ້ງທີ VII ໄດ້ວາງໄວ້ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຍທຂ ມີທັງໝົດ 5 ໜ່ວຍພັກຄື: ໜ່ວຍພັກຈັດຕັ້ງ ແລະບໍລິຫານ, ໜ່ວຍພັກຂົນສົ່ງ, ໜ່ວຍພັກໂຍທາທິການ, ໜ່ວຍພັກສະໜາມບິນແລະໜ່ວຍພັກລັດວິສາຫະກິດການບິນ, ມີຜູ້ແທນສົມບູນຕາງໜ້າເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ນີ້ມີ 92 ສະຫາຍ, ຍິງ21 ສະຫາຍ, ຈາກນັ້ນຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງພະບາງວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານພະແນກ ຍທຂ ແຂວງຫຼວງພະບາງຊຸດທີVIII  ລວມມີ 7 ສະຫາຍຄືສະຫາຍ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ເປັນເລຂາໜ່ວຍພັກ, ສະຫາຍ ບຸນຄົງ ສຸກສະຫວັດ ເປັນຮອງ, ສະຫາຍ ສາລິກາ ພົນປະເສີດເປັນຄະນະທັງເປັນປະທານກວດກາພັກ, ສະຫາຍ ໄຊແກ້ວ ທະວີໄຈ,ສະຫາຍ ສົມບູນ ພັນທະສຸກ, ສະຫາຍ ທະວີໄຊ ຄໍາມະນີ ແລະສະຫາຍ ທອງວັນ ສີສຸພາພອນ ເປັນຄະນະໃນການສືບຕໍ່ນໍາພາຈັດຕັ້ງປະຕິວຽກງານໃນຂົງເຂດ ຍທຂ ແຂວງ ແລະເລືອກເອົາຜູ້ແທນສົມບູນ ແລະສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຕື່ມອີກ ແລະ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງສອງພາກເປັນຕົ້ນແມ່ນເນື້ອໃນບົດສະຫຼຸບການຊີ້ ນຳໆພາ 5 ປີຜ່ານມາ 2015-2019 ແລະ ທິດທາງ 2020-2024, ຮັບຮອງເອົາ ແຜນພັດທະນາວຽກງານໃນຂົງເຂດ ຍທຂ ແຂວງ 5 ປີ ແລະຮັບຮອງເອົາບົດ ສໍາຫຼວດການນໍາພາຂອງຄະນະພັກສຸດເກົ່າ.

  ຕອນທ້າຍພິທີ ສະຫາຍ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງໄດ້ມີຄຳເຫັນໂອ້ລົມຕໍ່ບັນດາສະມາຊິກພັກຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມຜົນງານທີ່ໜ່ວຍພັກຍາດມາໄດ້ພາຍໃຕ້ຄວາມສາມັກຄີກັນພາຍໃນໜ່ວຍພັກ ແລະໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ສືບຕໍ່ຮັກສາມູນເຊື້ອ ແລະເຮັດໜ້າທີ່ຂອງພັກໃຫ້ມີຄວາມເຂັ້ມແຂງໜັກແໜ້ນຕິດພັນກັບການຈັດຕັ້ງປະຕິບັດວຽກງານລັດຢຶດໝັ້ນການນໍາພາຂອງພັກກໍ່ຄືໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

ຂຽນໂດຍ: ສີສຸວັນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ