ເຊີນຮ່ວມບໍລິຈາກເລືອດໂອກາດສະຫຼອງວັນບໍລິຈາກເລືອດໂລກ

   ອົງການກາແດງລາວສູນເລືອດແຫ່ງຊາດໄດ້ຈັດພິທີຖະແຫຼງຂ່າວເຊີນຊວນມວນຊົນເຂົ້າຮ່ວມບໍລິຈາກເລືອດສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກວັນທີ 14 ມິຖຸ ນາ ໂດຍເຂົ້າຮ່ວມຂອງ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ແລະທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດບັນດາສື່ມວນຊົນເຂົ້າ ຮ່ວມ.

 ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ: ເພື່ອເປັນການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກວັນທີ 14 ມິຖຸນາ ໃຫ້ກວ້າງຂວາງສະນັ້ນຈຶ່ງຮຽກຮ້ອງໜ່ວຍງານທຸກພາກສ່ວນຮ່ວມກັນບໍລິຈາກຢ່າງພຽງພໍ ແລະປອດໄພທັງຜູ້ໃຫ້ ແລະຜູ້ຮັບດຳເນີນກຽມພ້ອມໃນການວາງໂຄງສ້າງເພີ່ມຫຼາຍຂຶ້ນໃນນີ້ສະເພາະຢູ່ສູນກາງແມ່ນຈະໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2020ທີ່ສູນການຄ້າລາວ-ໄອເຕັກເລີ່ມແຕ່ເວລາ 8-16 ໂມງ ສ່ວນບັນດາແຂວງອື່ນໆ ກໍຈະມີກິດຈະກໍາບໍລິຈາກເລືອດຕາມເວລາ ແລະເງື່ອນໄຂທີ່ເໝາະສົມຂອງແຕ່ລະທ້ອງຖິ່ນໃນປີ 2019 ຜ່ານມາ ບັນດາສູນເລືອດໃນຂອບເຂດທົ່ວປະເທດໄດ້ຮ່ວມສ້າງຂະບວນບໍລິຈາກເລືອດ 1,6 ພັນຄັ້ງ ແລະໄດ້ຮັບເລືອດ 55,405 ຖົງ ເທົ່າກັບ 100,74% ແມ່ນປະຕິບັດໄດ້ລື່ນແຜນການປະຈໍາປີ.

  ສຳລັບປີຄາດໝາຍສູ້ຊົນທົ່ວປະເທດໃຫ້ບັນລຸ 60,7 ພັນຖົງ ໂດຍແບ່ງຕົວເລກໃຫ້ແຕ່ລະແຂວງໄປປະຕິບັດຮ່ວມກັນໃນໄລະ5 ເດືອນຜ່ານມາຍ້ອນຜົນກະທົບການລະ ບາດພະຍາດໂຄວິດ-19 ທາງສູນເລືອດແມ່ນບໍ່ສາມາດຮັບບໍລິຈາກເລືອດຕາມສະຖານທີ່ວາງໄວ້ຈຶ່ງເຮັດໃຫ້ຫຼຸດແຜນການປະຈຳປີໃນນີ້ແມ່ນໄດ້ເຈາະເກັບເລືອດໄດ້ 20,683 ຖົງ ເທົ່າກັບ 82% ຂອງແຜນການເມື່ອທຽບໃສ່ປີຜ່ານມາແມ່ນປະຕິລັດໄດ້ພຽງແຕ່ 34% ການບໍລິຈາກເລືອດແມ່ນມີຄວາມສໍາຄັນຫຼາຍຕໍ່ສັງຄົມໃນປະຈຸ ບັນອັນເນື່ອງມາຈາກພະຍາດ ແລະ ອຸບັດເຫດສະນັ້ນຈຶ່ງຂໍເຊີນຊວນພະນັກງານທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາ ຊົນທົ່ວປະເທດເຂົ້າຮ່ວມກິດຈະກໍາດັ່ງກ່າວສ່ວນເງື່ອນໄຂຂອງຜູ້ທີ່ຈະບໍລິຈາກເລືອດຕ້ອງມີສຸຂະພາບແຂງແຮງ, ອາຍຸ 17-60 ປີ, ນໍ້າໜັກ 45 ກິໂລຂຶ້ນໄປ.

ຂຽນໂດຍ: ແພງຕາ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ