2 ເດືອນ ສະຫວັນສົ່ງອອກເຂົ້າສານໄປຕ່າງປະເທດໄດ້ 6,8 ໂຕນ

  ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະປ່າໄມ້ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດວ່າ: ການສົ່ງອອກເຂົ້າສານຂອງແຂວງສະຫວັນນະເຂດໃນປີ 2020 ນີ້, ພຽງໄລຍະ 2 ເດືອນກໍສາມາດສົ່ງອອກເຂົ້າສານໄດ້ 6.865 ໂຕນ, ລວມເປັນເງິນ 36 ຕື້ກວ່າກີບ ຫຼືປະມານ 4,13 ລ້ານໂດລາ, ພົ້ນເດັ່ນແມ່ນການສົ່ງອອກເຂົ້າສານໄປປະເທດແບນຊິກ 2.000 ໂຕນ ແລະ ປະເທດຈີນ 1.520 ໂຕນແຂວງສະຫວັນນະເຂດສົ່ງອອກເຂົ້າສານໄດ້ພຽງໄລຍະ 2 ເດືອນ (ເດືອນ1-2) ນັບແຕ່ຕົ້ນປີ 2020 ເທົ່ານັ້ນເນື່ອງຈາກວ່າໄລຍະເດືອນ 3-4-5 ເກີດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຫຼາຍປະເທດ ແລະປະ ເທດລາວເຮົາກໍມີຜູ້ຕິດເຊື້ອລວມທັງໝົດ 19 ຄົນເຖິງແມ່ນລັດຖະບານຈະອອກມາດຕະການຜ່ອນຜັນ ແລະເປີດໃຫ້ບໍລິການພາຍໃນປະເທດແລ້ວແຕ່ການສົ່ງອອກ-ນໍາເຂົ້າສິນຄ້າຈາກຕ່າງປະເທດແມ່ນຍັງໃຊ້ມາດຕະການຄວບຄຸມຢ່າງເຂັ້ມງວດເນື່ອງຈາກວ່າມີຫຼາຍປະເທດຍັງມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່.

  ຖ້າທຽບໃສ່ປີ 2019 ທີ່ຜ່ານມາການສົ່ງອອກເຂົ້າສານໄລຍະ 2 ເດືອນຂອງປີ 2020 ນີ້ແມ່ນໄດ້ລື່ນເຄິ່ງໜຶ່ງຂອງປີ 2019 ແລ້ວທີ່ສົ່ງອອກໄດ້ພຽງ 7.150 ໂຕນ ເນື່ອງຈາກວ່າປີຜ່ານມາເກີດໄພນໍ້າຖ້ວມ ແລະສໍາລັບປີ 2020 ນີ້ ກໍສະແດງຄວາມດີໃຈກັບຊາວກະສິກອນທຸກທ່ານທີ່ສາມາດຜະລິດເຂົ້ານາແຊງໄດ້ລື່ນຄາດໝາຍຂອງ ແຜນການ ແລະເຂົ້າກໍ່ມີລາຄາຂາຍສູງຊຶ່ງເມືອງທີ່ຜະລິດເຂົ້າໄດ້ຫຼາຍທີ່ສຸດແມ່ນເມືອງຈໍາພອນ, ໄຊບູລີ ແລະ ເມືອງສອງຄອນ ແລະ ຄາດວ່າປີ 2020 ຈະສາມາດສົ່ງ ອອກເຂົ້າສານໄດ້ອີກຫຼາຍພັນໂຕນແນ່ນອນຫາກຫຼາຍປະເທດກັບສູ່ສະພາບການປົກກະຕິ.