ຣາຊ-ລາວ ສຳເລັດການລົງຊຸກຍູ້ຜູ້ໄດ້ຮັບທຶນຈາກໂຄງການ

  ໃນລະຫວ່າງວັນທີ 31-4 ມິຖຸນາ 2020 ໂຄງການກ້າໄມ້ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມກໍຄືບໍລິສັດ ຣາຊ-ລາວບໍລິການ ຈຳກັດ ແລະກົມພັດທະນາວິຊາຊີບຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ນຳພາຄະນະສື່ມວນຊົນ, ຊຶ່ງລວມມີໜັງສືພິມເສດຖະກິດ-ສັງຄົມ,ໜັງສືພິມວຽງຈັນໃໝ່ລົງຢ້ຽມຢາມ, ຊຸກຍູ້ ແລະ ມອບທຶນບໍ່ມີດອກເບ້ຍດ້ານການພັດທະນາຍົກລະດັບຄວາມຮູ້ດ້ານວິຊາການທັກສະສີມືແຮງງານສຳລັບປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນຝຶກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ແລະເພື່ອໃຫ້ບັນດາສື່ມວນຊົນໃນຂະແໜງຕ່າງໆໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບການດຳເນີນທຸລະກິດຂອງໂຄງການກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນໃຫຍ່ງາມຫຼາຍຂຶ້ນຊຶ່ງໂຄງການດັ່ງກ່າວເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ.

  ທ່ານ ນະລົງວິດ ຄອງສິນ ໃຫ້ຮູ້ວ່າ: ບໍລິສັດໄດ້ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເພື່ອສ້າງໂອກາດ ແລະມອບທຶນບໍ່ມີດອກເບ້ຍດ້ານການພັດທະນາຍົກລະດັບຄວາມຮູ້ດ້ານວິຊາການທັກສະສີມືແຮງງານສຳລັບປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນຝຶກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງສໍາລັບເງິນທຶນໝູນວຽນນີ້ກົມພັດທະນາວິຊາຊີບສູນກາງ ຊປປລ ນຳເອົາທຶນໄປມອບຕໍ່ໃຫ້ແກ່ຊາວໜຸ່ມກູ້ຢືມໂດຍບໍ່ມີດອກເບ້ຍສິ່ງສຳຄັນນັ້ນຖືວ່າເປັນສ່ວນໜຶ່ງທີ່ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນການແກ້ໄຂຄວາມທຸກຍາກຂອງປະຊາ ຊົນເສີມສ້າງພັດທະນາວິຊາຊີບພັດທະນາດ້ານສີມືແຮງງານລາວໃຫ້ມີຄຸນນະພາບ ແລະ ເງິນທຶນໝູນວຽນນັ້ນແມ່ນຖືກນຳໃຊ້ໝູນວຽນທຶນໃຫ້ແກ່ຊາວໜຸ່ມຜູ້ອື່ນໆ ທີ່ມີເງື່ອນໄຂກູ້ຢືມຕໍ່ໄປພາຍຫຼັງທີ່ໄດ້ເກັບກູ້ຄືນມາແລ້ວນັ້ນ.

ປະຈຸບັນເງິນທຶນໝູນວຽນຈຳນວນນັ້ນໄດ້ຈັດຕັ້ງປະຕິບັດມາໄດ້ 3 ໄລຍະສາມາດມອບທຶນຊ່ວຍເຫຼືອຊາວໜຸ່ມກູ້ຢືມທັງໝົດຈຳນວນ 43 ທຶນ ລວມມູນຄ່າທັງໝົດເກືອບ 400 ລ້ານກີບ ແລະໃນແຕ່ລະປີບໍລິສັດ ແລະສູນກາງຊາວໜຸ່ມຍັງໄດ້ລົງຊຸກຍູ້ຕິດຕາມຊາວໜຸ່ມເກືອບທຸກແຂວງໃນທົ່ວປະເທດລວມໄປເຖິງຜູ້ທີ່ປະສົບຜົນສຳເລັດ ແລະຜູ້ທີ່ຍັງດຳເນີນທຸລະກິດໃນປະຈຸບັນນຳອີກ, ຊຶ່ງໂຄງການດັ່ງກ່າວໄດ້ເຮັດໃຫ້ຊາວໜຸ່ມທີ່ດ້ອຍໂອກາດໄດ້ຮັບການສຶກສາຮໍ່າຮຽນ ແລະໄດ້ຮັບການສະໜັບສະໜູນຈາກບໍລິສັດຣາຊ-ລາວບໍລິການຈຳກັດເຮັດໃຫ້ມີວຽກເຮັດງານທຳສາມາດປະກອບກິດຈະການເປັນຂອງຕົນເອງໄດ້ເຊັ່ນກິດຈະການສ້ອມແປງລົດຈັກຊ່າງຈອດຊ່າງເສີມ ສວຍ,ຕັດຫຍິບເປັນເຈົ້າຂອງກິດຈະການ, ຊຶ່ງເປັນການສ້າງລາຍຮັບໃຫ້ແກ່ຕົນເອງ ແລະຄອບຄົວດີຂຶ້ນເທື່ອລະກ້າວ, ພ້ອມນີ້ບໍລິສັດຍັງຄາດຫວັງວ່າຈະເປັນໂຄງການຕົ້ນແບບເພື່ອໃຫ້ບໍລິສັດເອກະຊົນອື່ນໆ ໃນ ສປປ ລາວ ໄດ້ນຳເອົາຮູບແບບການຊ່ວຍເຫຼືອທີ່ຍືນຍົງໄປນຳໃຊ້ປະຕິບັດກັບຊາວໜຸ່ມຄົນອື່ນໆຕໍ່ໄປ.

ສະໜັບສະໜູນໂດຍ: HONDA

______________

  ຂຽນໂດຍ: ວົງມະນີ

  ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ