ມອບ-ຮັບຜະລິດຕະພັນຊາ ເພື່ອນຳໃຊ້ເຂົ້າໃນການຮັບແຂກ

 ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2020 ທີ່ຫ້ອງວ່າການສນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວທີຊິກມາເນີການຄ້າຂາອອກ-ຂາເຂົ້າ ຈຳກັດ (Lao Three Six Manor Trade Export-Import SOLE CO., LTD) ໄດ້ນເອົາຜະລິດຕະພັນຊາທີ່ເປັນຜະລິດຕະພັນຂອງບໍລິສັດຕົນມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີເພື່ອໃຫ້ການນຳມອບເປັນຂອງຂວັນ, ຂອງຝາກ ໃຫ້ແຂກທີ່ມາຢ້ຽມຢາມ ຫສນຍ.

​  ຜະລິດຕະພັນຊາທີ່ນຳມາມອບໃຫ້ໃນຄັ້ງນີ້ມີມູນຄ່າທັງໝົດ 100.000 ໂດລາສະຫະລັດ ຊຶ່ງກ່າວມອບໂດຍທ່ານ ຢ້ຽນ ຢົ່ງ, ອຳນວຍການ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ແລະ ກ່າວຮັບແມ່ນທ່ານ  ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າກາສຳນັກງານນາຍົກລັດຖະມົນຕີ; ມີພະນັກງານທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮ່ວມ.

​   ໃນໂອກາດນີ້, ທ່ານ ຢ້ຽນ ຢົ່ງ ໄດ້ໃຫ້ຮູ້ວ່າ: ຊາດັ່ງກ່າວແມ່ນຜະລິດຕະພັນຈາກສວນຊາ 36, ມີເນື້ອທີ່ປູກ 150 ກວ່າເຮັກຕາ, ປູກຢູ່ດິນພູເຂົາໄຟຢູ່ເຂດພູພຽງບໍລິ ເວນ, ເມືອງປາກຊ່ອງ,ແຂວງຈຳປາສັກ ທີ່ມີອາກາດຊຸ່ມເຢັນເໝາະສົມແກ່ການປູກຊາທີ່ສຸດ, ສົ່ງຜົນໃຫ້ຊາມີລົດຊາດດີເປັນພິເສດ, ເປັນຊາອິນຊີ (ປອດສານພິດ) ໂດຍຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກອົງການ Eurofins. ໃນສວນຊາດັ່ງກ່າວປະກອບດ້ວຍ ຕົ້ນຊາພັນປີ, ຕົ້ນຊາຮ້ອຍປີ, ຕົ້ນໄມ້ກິນໝາກ ແລະ ຕົ້ນກາເຟ. ສຳລັບບໍລິສັດຖືວ່າເປັນບໍລິສັດໜຶ່ງດຽວໃນ ສປປ ລາວ ທີ່ຜະລິດຊາແບບປະສົມປະສານນັບແຕ່ຂັ້ນຕອນການປູກ,ການເກັບ,ການຜະລິດຈົນຮອດການຈຳໜ່າຍ; ໃນນັ້ນໂຮງງານໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017, ປະຈຸບັນບໍລິສັດມີຜະລິດຕະພັນຊາຫຼາຍຊື່ໂດຍຂຶ້ນກັບຄຸນລັກສະນະສະເພາະຂອງຊາເປັນຕົ້ນຊາປາກຊ່ອງຮຸ່ງເຮືອງ, ຊາທັບທິມແດງປາກຊ່ອງ, ຊາລາສີປາກຊ່ອງ, ຊາມໍລະກົດປາກຊ່ອງ, ຊາທັບທີມຟ້າປາກຊ່ອງ, ຊາຫຍົກປາກຊ່ອງ ແລະອື່ນໆ. ສຳລັບຕະຫຼາດຈຳໜ່າຍສ່ວນໃຫຍ່ແມ່ນສົ່ງອອກໄປຂາຍທີ່ ສປ ຈີນ ຊຶ່ງເປັນຊາທີ່ມີຊື່ສຽງ, ເປັນທີ່ຮັບຮູ້ ແລະໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງດີ.

​  ໃນໂອກາດດຽວກັນ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການມອບຜະລິດຕະພັນຊາຂອງບໍລິສັດ ລາວທີຊິກມາເນີການຄ້າຂາອອກ-ຂາເຂົ້າ ຈຳກັດ ໃຫ້ແກ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃນຄັ້ງນີ້, ພ້ອມທັງໄດ້ກ່າວຊົມເຊີຍ ແລະຕີລາຄາສູງຕໍ່ການຕັດສີນໃຈເລືອກລົງທຶນປູກ ແລະສ້າງຕັ້ງໂຮງງານຜະລິດຊາຢູ່ ສປປ ລາວ ຂອງບໍລິສັດ, ຊຶ່ງເຫັນວ່າສອດຄ່ອງກັບນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຖ່າຍທອດຄວາມຮູ້ທາງດ້ານເຕັກນິກວິຊາການ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ໄດ້ຊ່ວຍເຫຼືອທ້ອງຖິ່ນໃນການສ້າງໂຮງຮຽນ, ຖະໜົນຫົນທາງ ແລະອື່ນໆ. ນອກຈາກນັ້ນ ທ່ານ ຄຳລາວັນ ຈັນທະລາວັນ ກໍ່ຍັງໄດ້ສະເໜີໃຫ້ບໍລິສັດສືບຕໍ່ຊ່ວຍສ້າງວຽກເຮັດງານທໃຫ້ແກ່ປະຊາຊົນທ້ອງຖິ່ນນັບມື້ຫຼາຍຂຶ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮຽນຮູ້ທາງດ້ານເຕັກນິກກະສິກຳ, ການປຸງແຕ່ງ,ການບໍລິຫານ ແລະອື່ນໆ ເພື່ອໃຫ້ສາມາດສືບຕໍ່ປະຕິບັດວຽກງານ ແລະມີຄວາມເຂັ້ມແຂງຂຶ້ນໃນຕໍ່ໜ້.

____________

ພາບ ແລະ ຂ່າວ: ຫສນຍ 

ໜັງສືພິມເສດຖະກິດ-ສັງຄົມ