ເມື່ອອາທິດຜ່ານມາສະພາປະຊາຊົນ ແຂວງອັດຕະປື ນໍາໂດຍທ່ານ ແກ້ວວົງວຽນ ບຸດສະວົງ ຮອງປະທານສະພາປະຊາຊົນແຂວງອັດຕະປືຊຸດທີ 1, ພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມ ແລະ ກວດກາໂຄງການຂຸດຄົ້ນຂອງລັດ (ຫີນປາໂກໄດ) ຂອງບໍລິສັດພັດທະນາຫີນປະເສີດ ລາວ-ຈີນ ທີ່ເຂດພູກາງໂຮງບ້ານວັງແຄນ ແລະ ບ້ານ ຄໍາວົງສາເມືອງພູ ວົງ ແຂວງອັດຕະປື ພ້ອມທັງຊຸກຍູ້ແກ້ໄຂຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດບັນຫາທີ່ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ແລະພໍ່ແມ່ປະຊາຊົນ.

  ໃນການລົງຕິດຕາມທ່ານຮອງປະທານສະພາປະຊາຊົນ ແຂວງອັດຕະປື ກໍໄດ້ຟັງການລາຍງານໂດຍຫຍໍ້ກ່ຽວກັບ ຜົນການດໍາເນີນກິດຈະການຂອງບໍລິສັດໄລຍະ 5 ເດືອນຕົ້ນປີ 2020 ຊຶ່ງໂຄງ ການຂຸດຄົ້ນຫີນປາໂກໄດແມ່ນບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ຮ່ວມທຶນກັບລັດຖະບານແຫ່ງ ສປປ ລາວ ໃນນີ້ກະຊວງການເງິນຖືຮຸ້ນຢູ່40% ແລະບໍລິສັດເປົາລີຮົງກົງພັດທະນາແຮ່ທາດຈໍາກັດຖືຮຸ້ນ 60%, ມີທຶນຈົດທະ ບຽນ 80 ຕື້ກີບ ແລະມີທຶນທັງໝົດ 240 ຕື້ກີບ, ໄລຍະສໍາປະທານ 30 ປີ, ນັບ ແຕ່ປີ 2016 ເປັນຕົ້ນໄປ ໂດຍມີການ ດໍາເນີນສໍາຫຼວດ, ຂຸດຄົ້ນຜະລິດ ແລະ ປຸງແຕ່ງຫີນປາໂກໄດເພື່ອຈໍາໜ່າຍພາຍ ໃນ ແລະຕ່າງປະເທດ, ມີເນື້ອທີ່ສໍາປະ ທານທັງໝົດ 44 ກວ່າກິໂລຕາແມັດ ແລະເນື້ອທີ່ຂຸດຄົ້ນ 17 ກິໂລຕາແມັດ, ໃນປີ 2020 ທາງບໍລິສັດມີແຜນການ ຈະສົ່ງອອກຫີນປາໂກໄດໄປ ສປ ຈີນ ຈໍານວນ 3.000 ໂຕນ ແລະຫີນຕາມ ໂກຕາຕົກຄ້າງຂອງປີ 2019 ຈໍານວນ 400 ກວ່າໂຕນ, ນັບແຕ່ທ້າຍປີ 2019 ເປັນຕົ້ນມາຍ້ອນການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບ ໂດຍລວມຕໍ່ບໍລິສັດ ຊຶ່ງໄດ້ມີຄວາມຈໍາເປັນ ຕ້ອງໄດ້ຫຼຸດພະນັກງານ-ກໍາມະກອນເປັນ ການຊົ່ວຄາວຈໍານວນ 134 ຄົນ ເຮັດໃຫ້ປະຈຸບັນບໍລິສັດຍັງເຫຼືອພະນັກງານ ແລະກໍາມະກອນຕົວຈິງທັງໝົດ 113 ຄົນ, ໃນນັ້ນເປັນຄົນຈີນ 17 ຄົນ.

  ໂອກາດນີ້ ທ່ານ ແກ້ວວົງວຽນ ບຸດສະວົງ ຮອງປະທານສະພາປະຊາຊົນ ແຂວງອັດຕະປື ກໍໄດ້ມີຄໍາເຫັນແລກປ່ຽນຕໍ່ຄະນະບໍລິຫານງານຂອງບໍລິສັດພັດທະນາຫີນປະ ເສີດລາວ-ຈີນ ໂດຍສະເພາະກ່ຽວກັບການຄຸ້ມຄອງແຮງງານ, ການປະຕິບັດນະໂຍບາຍ ແລະສະຫວັດດີການຕ່າງໆຕໍ່ແຮງງານທີ່ເຮັດວຽກກັບໂຄງການ,ບັນຫາການປົກປັກຮັກສາສະພາບແວ້ດລ້ອມ ແລະອື່ນໆ ພ້ອມດຽວກັນທ່ານຮອງປະທານສະພາປະຊາຊົນແຂວງອັດຕະປືຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບບໍລິສັດພັດທະນາຫີນປະເສີດລາວ-ຈີນສືບຕໍ່ເອົາໃຈໃສ່ໃນການປະຕິບັດສັນຍາກໍຄືການປະຕິບັດຕໍ່ລະບຽບຫຼັກການ ແລະກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດເພື່ອຮັບປະກັນສິດຜົນປະໂຫຍດອັນລວມຂອງຊາດ ແລະຂອງປະຊາຊົນໃຫ້ໄດ້ຮັບຜົນດີຂຶ້ນ.

_______________

  ຂຽນໂດຍ: ສາຍນໍ້າ

  ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ