ມອບ-ຮັບຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງໄຊຍະບູລີ

  ພິທີປະກາດການຈັດຕັ້ງ ແລະມອບຮັບໜ້າທີ່ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີ ລະຫວ່າງທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງໄຊ ຍະບູລີຜູ້ເກົ່າ ແລະທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາ 2020 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະພະແນກກະສິກຳ ແລະປ່າໄມ້ພ້ອມດ້ວຍຫົວໜ້າຫ້ອງການກະສິ ກຳ 11 ເມືອງ ແລະພະນັກງານພາຍໃນພະແນກເຂົ້າຮ່ວມ.

  ໃນພິທີ ທ່ານ ຈັນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 563/ຈຂຊຍ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ຂໍ້ ຕົກລົງເລກທີ 565/ຈຂຊຍ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ ແລະມະຕິຕົກລົງຂອງຄະນະປະຈໍາພັກແຂວງເລກທີ 258/ຄພຂ ລົງວັນທີ 5 ມິຖຸນາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງວ່າການເລຂາຄະນະພັກຮາກຖານພະແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີ, ດັ່ງນັ້ນເຈົ້າແຂວງໄຊຍະບູລີຕົກ ລົງຍົກຍ້າຍທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງໄປຮັບໜ້າທີ່ໃໝ່ຢູ່ພະແນກກວດກາລັດແຂວງ,ແຕ່ງຕັ້ງທ່ານ ບຸດສະກອນ ອິນທະລັງສີ ຮອງຫົວໜ້າກົມປູກຝັງກະຊວງກະສິກໍາ ແລະປ່າໄມ້ເປັນຫົວໜ້າ ພະແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີພ້ອມທັງແຕ່ງຕັ້ງເປັນວ່າການເລຂາຄະນະພັກຮາກຖານພະແນກກະສິກໍາແລະປ່າໄມ້ແຂວງໄຊຍະບູລີ,ຈາກນັ້ນ ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ຜູ້ເກົ່າ ແລະທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ຜູ້ໃໝ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບໜ້າ ທີ່ຢ່າງເປັນທາງການ.

   ຕອນທ້າຍການນໍາຂອງແຂວງ ແລະກະຊວງກະສິກໍາ ແລະປ່າໄມ້ໄດ້ຜັດປ່ຽນກັນມີຄໍາເຫັນຊີ້ແນະໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະຍົກຍ້າຍຈົ່ງຕັ້ງໜ້າປະຕິບັດໜ້າ ທີ່ຂອງຕົນໃຫ້ດີ, ສ້າງຄວາມສາມັກຄີພາຍໃນພັກ-ລັດໃຫ້ແໜ້ນແຟ້ນ,ເປັນເຈົ້າການໃນການຊີ້ນໍານໍາພາວຽກງານທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດພ້ອມນີ້ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງສິນທໍາປະຕິວັດເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະບຸກຄົນຮັບຜິດຊອບ, ມີລະບອບປະຊຸມປະຈໍາເດືອນ 3ເດືອນ,6 ເດືອນ ຫຼືປີໃຫ້ເປັນປົກກະຕິສິ່ງສໍາຄັນຕ້ອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະໜັກແໜ້ນນໍາພາຈັດຕັ້ງຜັນຂະຫຍາຍ ປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດກໍຄືບັນດາຍຸດທະສາດການພັດທະນາຂອງລັດຖະບານກໍຄືແຂວງວາງອອກໂດຍສະເພາະການພັດທະ ນາວຽກງານກະສິກໍາປ່າໄມ້ ແລະພັດທະນາຊົນນະບົດຕາມ 3 ເສົາຄໍ້າ, 4 ແຜນງານ 10 ແຜນດໍາເນີນງານໜ້າທີ່ອັນຕົ້ນຕໍແມ່ນເລັ່ງໃສ່ຄຸ້ມຄອງປ່າໄມ້, ການຜະລິດສະບຽງອາຫານ,ການປູກພືດເປັນສິນຄ້າ,ການລ້ຽງສັດ,ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະການພັດທະນາກອງທຶນຂັ້ນບ້ານໃຫ້ມີການເຕີບໂຕຂຶ້ນເລື່ອຍໆ.

______________

  ຂຽນໂດຍ: ບຸນທີ

  ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ