ຮອງນາຍົກ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງໄຊຍະບູລີ

   ໃນວັນທີ 6 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະເຮັດວຽກຢູ່ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

  ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ວ່າ: ຜ່ານມາແຂວງໄຊຍະບູລີແມ່ນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງໜັກໜ່ວງ, ບົ້ງຝູງທໍາລາຍເຄື່ອງປູກ ແລະຜົນກະທົບຈາກການລະບາດຂອງພະຍາດໂຄວິດ- 19, ອັນເປັນສາເຫດເຮັດໃຫ້ອັດຕາການເຕີບໂຕເສດຖະກິດຂອງແຂວງບໍ່ບັນລຸຄາດໝາຍທີ່ວາງໄວ້ (8,2%),ລາຍໄດ້ສະເລ່ຍຕໍ່ຫົວຄົນ 3.315 ໂດລາສະຫະລັດ, ສໍາລັບ 5 ເດືອນຕົ້ນປີ 2020 ນີ້ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 451,31 ຕື້ກີບ, ເທົ່າກັບ 43,05% ຂອງແຜນການປີ, ປັດໄຈພົ້ນເດັ່ນແມ່ນການປູກພືດລະດູແລ້ງຂອງປະຊາຊົນເຫັນວ່າເປັນຂະບວນແຂງແຮງກວ່າຊຸມປີຜ່ານມາເຊັ່ນ: ພືດຜັກ, ໝາກຖົ່ວ, ໝາກແຕງ, ໝາກເພັດ ແລະອື່ນໆ, ການລ້ຽງສັດຂອງຄອບ ຄົວເຊັ່ນ: ເປັດ, ໄກ່, ໝູ ແລະງົວ, ຄວາຍໄດ້ຫັນມາລ້ຽງແບບເປັນຟາມຫຼາຍຂຶ້ນ, ມາຮອດປະຈຸບັນມີຟາມໄກ່ 22 ຟາມ, ຟາມໝູ 35 ຟາມ ແລະຟາມງົວ-ຄວາຍ ຕິດພັນກັບການປູກຫຍ້າ 44 ຟາມ, ສາມາດຕອບສະໜອງການບໍລິໂພກຢູ່ພາຍໃນ ແລະສົ່ງອອກໄປຕ່າງແຂວງໄດ້ຈໍານວນໜຶ່ງ, ບັນຫາທີ່ຍັງຫຍຸ້ງຍາກພວມປະເຊີນແມ່ນໄພແຫ້ງແລ້ງແກ່ຍາວໜັກໜ່ວງກວ່າຊຸມປີຜ່ານມາເຮັດໃຫ້ປະລິມານນໍ້າຫ້ວຍ, ນໍ້າໜ້າອ່າງບົກແຫ້ງຜິດປົກກະຕິປະຈຸບັນຂາດນໍ້າໃຊ້ເຂົ້າໃນການຜະລິດລະດູປີ, ການລົງທຶນຂອງລັດ 3 ເດືອນຜ່ານມາໄດ້ຮັບເພດານການລົງທຶນບ້ວງປົກກະຕິທັງໝົດ 24,3 ຕື້ກີບ (284 ໂຄງການ) ປະຕິບັດໄດ້ 93 ໂຄງການ, ມູນຄ່າ 10,17 ຕື້ກີບ, ສໍາລັບ ແຜນການຕໍ່ໜ້າແຂວງຈະສູມໃສ່ຊຸກຍູ້ ການຜະລິດລະດູປີ, ການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງຢູ່ພາຍໃນເທື່ອລະກ້າວ, ຊຸກຍູ້ປະຊາຊົນໃຫ້ຫັນມາປູກພືດຊະນິດອື່ນທົດແທນເປັນຕົ້ນ: ມັນຕົ້ນ, ສາລີ, ຖົ່ວດິນ, ຖົ່ວແດງ, ຖົ່ວເຫືຼອງ, ມັນດ້າງ ແລະອື່ນໆ, ຕິດຕາມການຊຸກຍູ້ການເປີດການຮຽນ-ການສອນຂອງຊັ້ນຮຽນຕ່າງໆທັງຮັບປະກັນການປະຕິບັດມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ແລະປ້ອງກັນການລະບາດພະຍາດໄຂ້ຍຸງລາຍ ແລະສືບຕໍ່ກະກຽມ ແລະດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະບໍລິຫານງານພັກແຂວງ, ກະກຽມຮ່າງລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ, ຍູ້ຂະບວນການຮອບດ້ານເພື່ອກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VII.

  ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກໍໄດ້ໃຫ້ກຽດ ໂອ້ລົມທ່ານໄດ້ຍົກໃຫ້ເຫັນສະພາບເສດຖະກິດ ແລະການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ພ້ອມດຽວກັນກໍໄດ້ເໜັ້ນໜັກໃຫ້ການນໍາຂອງແຂວງໄຊຍະບູລີ ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ແລະເອກະຊົນໃຫ້ລະອຽດ, ເອົາ ໃຈໃສ່ເບິ່ງຄືນການຄາດຄະເນການເຕີບໂຕຂອງເສດຖະກິດ, ຊຸກຍູ້ ແລະອໍານວຍຄວາມສະດວກໃນການດໍາເນີນທຸລະກິດຂະໜາດນ້ອຍ,ຂະໜາດກາງ,ຊຸກຍູ້ການຜະລິດເປັນສິນຄ້າຕິດພັດກັບການປຸງແຕ່ງ,ຕິດຕາມການລະບາດຂອງສັດຕູພືດ, ຊຸກຍູ້ການລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າ, ລ້ຽງແບບເປັນຟາມດ້ວຍເຕັກນິກໃໝ່, ເອົາ ໃຈໃສ່ເຝົ້າລະວັງ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານ ແລະສະກັດກັ້ນພະຍາດໂຄວິດ-19, ພ້ອມທັງປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍ, ເອົາໃຈໃສ່ຄຸ້ມຄອງແຮງງານລາວທີ່ກັບຈາກຕ່າງປະເທດດ້ວຍມາດຕະການກັກຕົວ 14 ວັນ, ເອົາໃຈໃສ່ກະຕຸ້ນບັນດາຂະແໜງການທີ່ມີລາຍຮັບເພື່ອຈັດເກັບລາຍຮັບເຂົ້າງົບປະ ມານ, ເອົາໃຈໃສ່ຕິດຕາມ-ຄຸ້ມຄອງລາຄາສິນຄ້າ ແລະຕິດຕາມພະຍາກອນອາກາດເພື່ອແຈ້ງເຕືອນປະຊາຊົນ,ພ້ອມທັງສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂອ ກາດດັ່ງກ່າວທ່ານຮອງນາຍົກກໍໄດ້ມອບເງິນສົດຈໍານວນ 30 ລ້ານກີບ ໃຫ້ແຂວງໄຊຍະບູລີ ເພື່ອຈັດຊື້ອຸປະກອນໃນການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19.

------------------

  ຂຽນໂດຍ: ອຸ່ນເຮືອນ ໂພທິລັກ

  ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ