ສ້າງເສັ້ນທາງຊົນນະບົດ 7 ເສັ້ນ ມູນຄ່າ 117 ຕື້ກວ່າກີບຢູ່ 2 ເມືອງ ແຂວງສາລະວັນ

  ອາທິດຜ່ານມາຄະນະກຳມະການການລົງທຶນຂັ້ນແຂວງ ແລະເມືອງພ້ອມດ້ວຍເຈົ້າຂອງໂຄງການ ແລະຜູ້ຮັບເໜົາກໍ່ສ້າງສ້ອມແປງເສັ້ນທາງໄດ້ລົງກວດກາຜົນສຳເລັດຂອງການກໍ່ສ້າງສ້ອມແປງເສັ້ນທາງຈຳນວນ 2 ເສັ້ນຄື: ເສັ້ນທາງທີ່ແຍກຈາກທາງ 15 ອອກສູ່ບ້ານລະໄລຈຸດບ້ານໂກກບົກຫາບ້ານຊອຍຕາມຢູ່ເມືອງຕະໂອ້ຍ ແລະເສັ້ນ ທາງທີ່ແຍກຈາກທາງ 15 ອອກສູ່ບ້ານລະໄລເມືອງສະໝ້ວຍໄປຫາບ້ານອາສົກ.

  ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການກໍ່ສ້າງພື້ນຖານໂຄງລາງທາງຊົນນະບົດໄລຍະ 6 ກົມຂົວທາງກະຊວງໂຍທາທິການ ແລະຂົນສົ່ງກໍ່ໄດ້ໃຫ້ສຳພາດວ່າ: ສະ ເພາະຢູ່ແຂວງສາລະວັນນີ້ໄດ້ຮັບທຶນກໍ່ສ້າງເສັ້ນທາງຊົນນະບົດມີ 2 ເມືອງຄື: ເມືອງຕະໂອ້ຍ ແລະເມືອງສະໝ້ວຍຊຶ່ງມີທັງໝົດ 7 ເສັ້ນ, ມີຄວາມຍາວ 121,7 ກິໂລ ແມັດ ແລະມີຄວາມກວ້າງຂອງໜ້າທາງ 5-5,5 ແມັດ, ເປັນທາງດິນແດງປູດ້ວຍດິນຈີ 46,34 ກິໂລແມັດ ແລະເປັນທາງປູຢາງຍາວ 74,5 ກິໂລແມັດ, ມີຂົວ 29 ແຫ່ງມີລວງຍາວ 600 ແມັດ, ທໍ່ດາໂລ 56 ແຫ່ງມີລວງຍາວ 1 ພັນກວ່າແມັດ ແລະມີມູນຄ່າການກໍ່ສ້າງທັງໝົດ 117 ຕື້ກວ່າກີບ, ໃນນັ້ນບວງເງິນຊ່ວຍເຫຼືອ ຈາກລັດຖະບານເຢຍລະມັນໂດຍຜ່ານທະນາຄານພັດທະນາ KfW (85%) ເປັນເງິນຈໍານວນ 100,79 ຕື້ກີບ ບ້ວງເງິນສົມທົບຂອງກະຊວງຍທຂ (10%) ເປັນເງິນຈໍານວນ 11,85 ຕື້ກີບ ແລະ ບ້ວງເງິນສົມທົບຂອງແຂວງ(5%) ເປັນເງິນ 5,92 ຕື້ກີບ, ນອກຈາກກໍ່ສ້າງ ເສັ້ນທາງແລວໂຄງການຍັງໄດ້ຕໍ່ເຕີມຫ້ອງການ ຍທຂ 2 ໃນເມືອງຕື່ມອີກ, ພ້ອມທັງປັບປຸງຕະຫຼາດເມືອງຕະໂອ້ຍຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 610 ລ້ານກວ່າກີບ, ໂຄງການດັ່ງກ່າວໄດ້ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 6 ມັງ ກອນ 2016 ແລະ ໄດ້ສຳເລັດໃນວັນທີ 16 ມິຖຸນາ 2019 ແລະໄດ້ມອບ-ຮັບ ຢ່າງເປັນທັງການແລ້ວມີ 5 ເສັ້ນຍາ ແລະ ມອບ-ຮັບຊົ່ວຄາວ 2 ສັນຍາຄືທາງ 2.6910 ແຍກທາງ 15-ບ້ານ ອາສົກ-ຊາຍແດນຫຽວດນາມ ແລະທາງ 5.7204 ແຍກ 15, ບ້ານກົກບົກ-ບ້ານ ຊ້ອຍຕາມ ແລະມາຮອດຄັ້ງວັນທີ 3 ມິຖຸນາ 2020 ຈຶ່ງໄດ້ມອບຮັບ 100%, ເນື່ອງຈາກໄດ້ຮັບຜົນກະທົບໄພພິບັດຈາກພະຍຸໂພດູນໃນປີ 2019 ຜ່ານມາ ແລະກໍ່ໂຄງການໄດ້ຮັບທືນຈາກໂຄງການຟື້ນຟູໂຄງລ່າງພາກໃຕ້ (RISL) ໂດຍເປັນທຶນຊ່ວຍເຫຼືອຂອງອົງການ KfW ມູນຄ່າ 150.000 ເອີໂຣເພື່ອມາຟື້ນຟູທາງຊົນນະບົດທີ່ໄດ້ຮັບຜົນກະ ທົບຢູ່ 2 ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ ຊຶ່ງມາຮອດປະຈຸບັນແຕ່ລະສັນຍາໄດ້ຖືກຈັດຕັ້ງປະຕິບັດແມ່ນສໍາເລັດ 100% ແລ້ວ.

  ທ່ານ ສົມໃຊ ລຸນທະປັນຍາ ປະທານບໍລິສັດສົມໃຊຈະເລີນການກໍ່ສ້າງຈຳກັດກ່າວວ່າ: ການກໍ່ສ້າງເສັ້ນທາງແຕ່ແຍກທາງ 15 ຫາບ້ານອາສົກຊາຍແດນຫວຽດນາມກໍ່ມີທັງຂໍ້ດີ, ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕີບັດແຕ່ທາງບໍລິສັດເຮົາກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຈົນເຮັດໃຫ້ສຳເລັດຕາມຄາດໝາຍອັນນັ້ນກໍ່ຍ້ອນພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຊຸກຍູ້ພັກດັນບັນຫາຕ່າງໆອີກບັນຫາໜຶ່ງຂໍ້ຫຍຸ້ງຍາກກໍ່ຄືດິນຟ້າອາກາດເພາະວ່າໃນເຂດເມືອງສະໝ້ວຍນີ້ມີຝົນຕົກຫຼາຍກວ່າເຂດອື່ນລະດຸແລ້ງມີພຽງແຕ່ 3-4 ເດືອນເທົ່າດັ່ງນັ້ນເຮັດໃຫ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆມີຄວາມຫຍຸ້ງຍາກທ່ານ ບາເລ ບຸນສະຫວ່າງ ຮອງເຈົ້າເມືອງໆສະໝ້ວຍໃຫ້ສຳພາດວ່າ: ແຕ່ກ່ອນບໍ່ທັນມີເສັ້ນທາງນີ້ການໄປມາແມ່ນມີຄວາມຫຍຸ້ງຍາກຫຼາຍຂອງພໍ່ແມ່ປະຊາຊົນແຕ່ພາຍຫຼັງເສັ້ນທາງນີ້ສຳເລັດການກໍ່ສ້າງການໄປມາຂອງພໍ່ແມ່ປະຊາຊົນກໍ່ເຫັນໄດ້ວ່າສະດວກສະບາຍດີກວ່າແຕ່ກ່ອນຫຼາຍເທົ່າ ແລະຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ຄອບຄົວກໍ່ມີການພັດທະນາດີຂື້ນ, ເກີດມີການຄ້າ, ການຂາຍພາຍໃນບ້ານ, ການເຈັບ, ການເຈັບເປັນໄປມາໂຮງໝໍກໍ່ມີຄວາມສະດວກສະບາຍງາຍກວ່າແຕ່ກ່ອນ, ໃນໄລຍະທີ່ບໍ່ທັນມີເສັ້ນທາງແມ່ນມີຄວາມຫຍຸ້ງຍາກ ຫຼາຍ, ຈະໄປມາຫາສູ່ກັນກໍ່ພົບຄວາມຫຍຸ້ງຍາກ, ຖ້າທຽບໃສ່ເມືອກ່ອນກັບປະຈຸບັນແມ່ນແຕກຕ່າງກັນຫຼາຍເທົ່າຕົວ.

____________

ຂຽນໂດຍ: ສິດຕາ ເພັດວົງສາ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ