ອາກອນສາລະວັນເກັບລາຍຮັບບໍ່ໄດ້ຕາມແຜນ

  ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າສ່ວຍສາອາກອນແຂວງສາລະວັນ ເປີດເຜີຍວ່າ: ຂະແໜງສ່ວຍສາອາກອນແມ່ນຂະແໜງໜຶ່ງທີ່ເຄື່ອນໄຫວ ລວມສູນຕາມສາຍຕັ້ງເປັນເສນາທິການໃຫ້ແກ່ກົມສ່ວຍສາອາກອນ, ໃນໄລຍະຜ່ານມາຄະນະພັກ, ຄະນະນຳກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ແນວຄິດ, ເພື່ອຍົກສູງຄຸນທາດການເມືອງໃຫ້ແກ່ພະນັກງານສະມາຊິກພັກ, ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ຄຸນສົມບັດສິນທຳປະ ຕິວັດຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຕັ້ງໜ້າປະຕິບັດດ້ວຍຄວາມວ່ອງໄວ້, ໂປ່ງໃສ, ເພື່ອບໍລິການຮັບໃຊ້ປະຊາຊົນ, ທຸລະກິດ ແລະຜູ້ປະກອບການຕ່າງໆໃຫ້ດີຂຶ້ນ, ຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວພະນັກງານ ແລະກົງຈັກການຈັດຕັ້ງໃຫ້ຫຼຸດລົງເທື່ອລະກ້າວ, ອອກແຮງຕັ້ງໜ້າຂຸດຄົ້ນຊອກແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຄົບຖ້ວນທັນຕາມກຳນົດເວລາທີ່ລະບຽບກົດໝາຍກຳນົດໄວ້.

  ຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໃນ 1 ປີ ຜ່ານມາໂດຍພາຍໄຕ້ການຊີ້ນຳໆພາໆຂອງຄະນະນຳ, ຄະນະພັກ ແລະອຳນາດການປົກຄອງແຕ່ລະຂັ້ນ ແລະຄວາມພະຍາຍາມຂອງພະນັກງານລັດຖະກອນພາຍໃນທົ່ວແຂວງ, ຕາມແຜນການຈັດເກັບລາຍຮັບແມ່ນ 135 ຕື້ກວ່າກີບ, ແຕ່ ປະຕິບັດຕົວຈິງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 121 ຕື້ກວ່າກີບ, ເທົ່າກັບ 101,14% ຂອງແຜນການປີ, ທຽບໃສ່ແຜນດັດແກ້ປະຕິ ບັດໄດ້ 89,69%, ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 133,74%, ໃນນີ້ລາຍຮັບອາກອນປະຕິບັດໄດ້ 74 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າ ກັບ 84%, ລາຍຮັບຄ່າທຳນຽມ 3 ຕື້ກວ່າກີບ, ທຽບໃສ່ແຜນປີປະຕິບັດໄດ້ 93%, ລາຍຮັບວິຊາການປະຕິບັດໄດ້ 36 ຕື້ກວ່າ ກີບ, ທຽບໃສ່ແຜນການປີເທົ່າກັບ 154% ແລະລາຍຮັບພາສີທີ່ດິນ 6 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 104%.

 ທິດທາງຕໍ່ໜ້າຈະເອົາໃຈໃສ່ເພີ່ມທະວີການຈັດເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດທີ່ມີແລ້ວ, ຊອກຄົ້ນແຫ່ງລາຍຮັບທີ່ຍັງບົ່ມຊ້ອນໂດຍສະເພາະຕ້ອງສຸມໃສ່ຫົວໜ່ວຍອາກອນແຈ້ງມອບປົກກະຕິ, ຫົວໜ່ວຍທຸລະກິດທີ່ຖືບັນຊີ້ ແລະອື່ນໆເຊິ່ງເປັນປະເພດລາຍຮັບຕົ້ນຕໍ, ພ້ອມທັງຫັນວິທີການຄຸ້ມຄອງໄປສູ້ລະບົດການເສຍອາກອນແບບທັນສະໃໝເທື່ອລະກ້າວຕໍ່ກັບຫົວໜ່ວຍທຸລະກິດແຕ່ລະປະເພດ, ແຕ່ລະຂະໜາດໃຫ້ມີປະສິດທີ່ຜົນດີຂຶ້ນກວ່າເກົ່າ, ເພື່ອຮັບປະ ກັນໃຫ້ແກ່ການຈັດເກັບລາຍຮັບມອບເຂົ້າງົບປະມານ ແລະ ພື້ນຖານໃນການສ້າງແຜນການຈັດເກັບລາຍຮັບສົກປີຕໍ່ໄປຊຶ່ງສ່ວຍສາອາກອນມີການຂໍ້ມູນລາຍຮັບທີ່ຈະຈັດເກັບໃນປີ 2019 ຄື: ຂັ້ນແຂວງຄຸ້ມຄອງມີລາຍຮັບທັງໝົດ 69 ຕື້ກວ່າກີບ ແລະຂັ້ນແຂວງຄຸ້ມຄອງ 36 ຕື້ກວ່າກີບ, ລວມລາຍຮັບທັງໝົດ 105 ຕື້ກວ່າກີບ.