ສະຫວັນ ມີ 1,2 ແສນຄອບຄົວພົ້ນທຸກຍາກ

 ກອງປະຊຸມສະຫຼຸບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກ ຍາກ ແລະວຽກງານ 3 ສ້າງ ໃນໄລຍະປີ 2019-2020 ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນານີ້, ທີ່ສະໂມສອນຫ້ອງວ່າການປົກຄອງແຂວງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສັນ ຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກຮອງເລຂາພັກແຂວງຮອງເຈົ້າແຂວງ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການຕ່າງໆ ອ້ອມຂ້າງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ ແລະພາກສ່ວນກ່ຽວຂ້ອງຂັ້ນຕ່າງໆເຂົ້າຮ່ວມ.
  ທ່ານ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານບົດສະຫຼຸບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນໄລຍະຜ່ານມາ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຈຸດດີ, ຈຸດອ່ອນ ແລະໄປຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ຫຼືບໍຊຶ່ງມາຮອດປະຈຸບັນ, ທົ່ວແຂວງພວກເຮົາໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃນ14 ເມືອງ ແລະ 1 ນະຄອນ. ຈາກນັ້ນ, ໃນພິທີກໍ່ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ຊຶ່ງໃນໄລຍະ ຜ່ານມາ, ຄະນະນຳຂອງແຂວງໄດ້ຫັນເອົາແນວທາງ, ນະໂຍບາຍດັ່ງກ່າວລົງເຄື່ອນໄຫວຈັດຕັ້ງນຳພາວຽກງານຕົວຈິງຢູ່ຂັ້ນຮາກຖານການເມືອງ, ຈຸດສຸມ, ກຸ່ມບ້ານ ແລະບ້ານໃນທົ່ວແຂວງເພື່ອສູ້ຊົນປົດແອກຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງເປັນກ້າວໆມາໃນນີ້ໄດ້ຫັນເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງຈຳນວນທັງໝົດ 50 ທ່ານ ເພື່ອລົງຊ່ວຍເມືອງໃນການພັດ ທະນາດ້ານຕ່າງໆຢູ່ຂັ້ນຮາກຖານ, ພິເສດສະເພາະເມືອງນອງແຂວງໄດ້ສົ່ງພະນັກງານລົງຮາກຖານທັງໝົດ 7 ທ່ານ ແລະຂຶ້ນແຜນງົບປະມານໃນທຸກຂົງເຂດວຽກງານ ເພື່ອສຸມໃສ່ສ້າງເມືອງນອງມີເງື່ອນໄຂພົ້ນທຸກໃນປີ 2020.
 ມາຮອດປະຈຸບັນ, ແຂວງສະຫວັນນະເຂດ ຍັງມີເມືອງທຸກຍາກ 1 ເມືອງຄື: ເມືອງນອງ, ສ່ວນເມືອງເຊໂປນປະເມີນ ຕາມດຳລັດ 309/ລບ ແມ່ນເປັນເມືອງພົ້ນທຸກແລ້ວຈາກນີ້,ແຂວງກໍ່ໄດ້ສືບຕໍ່ປະເມີນຄືນມາດຕະຖານພົ້ນທຸກ ແລະການພັດທະນາຕາມດຳລັດ 348/ບລ ຢູ່ນະຄອນໄກສອນ ພົມວິຫານ ແລະ ໄດ້ເຮັດທົດລອງວຽກ ງານ 348/ລບ ຢູ່ເມືອງ ໄຊພູທອງ, ວິລະບູລີ ແລະມາຮອດປີ 2020ນີ໊, ໂດຍປະເມີນຕາມດຳລັດເລກທີ 348/ລບ ແຂວງມີບ້ານພັດທະນາແລ້ວ 30 ບ້ານ, ກວມເອົາ 2,93% ຂອງຈຳນວນບ້ານທັງໝົດໃນທົ່ວແຂວງ, ຄອບຄົວພັດທະນາ 83,07 ພັນຄອບຄົວ, ກວມເອົາ 50,61%, ບ້ານພົ້ນທຸກມີຈຳນວນ 566 ບ້ານ, ກວມ 55,27%, ຄອບຄົວພົ້ນທຸກ 1,24 ແສນຄອບຄົວ, ກວມເອົາ 75,57%, ສຳລັບການສ້າງ ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດຕາມດຳລັດໃໝ່ດັ່ງກ່າວ ແມ່ນບໍ່ມີບ້ານໃດບັນລຸ, ທາງດ້ານວຽກງານ 3 ສ້າງປະຈຸບັນທຸກພາກສ່ວນແມ່ນໄດ້ມີການຈັດຕັ້ງປະຕິບັດມະຕິ 25/ກມສພ ໃນບັນດາກົມກອງ, ພະແນກການ, ຫ້ອງການຕ່າງໆ ແລະໄດ້ຫັນພະນັກງານລົງຊ່ວຍເມືອງ ແລະບ້ານທັງໄດ້ກຳນົດເມືອງ ແລະບ້ານທົດລອງ 3 ສ້າງ ແຕ່ຜົນໄດ້ຮັບຕົວຈິງແມ່ນຍັງບໍ່ໄດ້ດີເທົ່າທີ່ຄວນ.
   ໂອກາດນີ້,ທ່ານເຈົ້າແຂວງກໍ່ໄດ້ມີຄຳເຫັນເຈາະຈີ້ມໃນຫຼາຍບັນຫາກ່ຽວກັບການຈັດຕັ້ງ ແລະເຄື່ອນໄຫວກອງປະຊຸມໃຫຍ່ 3 ຂັ້ນ ແລະວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງໃນໄລຍະຜ່ານມາພ້ອມນີ້ກໍ່ໄດ້ຮັບຟັງການປະກອບຄຳຄິດເຫັນຈາກພາກສ່ວນຕ່າງໆ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າຈາກນັ້ນ, ໃນພິທີກໍ່ຍັງໄດ້ຜ່ານຄຳແນະນຳເລກທີ 07/ອນ, ກ່ຽວກັບການປະ ກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກນຳອີກ.