ໂຮງແຮມ ລາວເທວ ວຽງຈັນ ໃສ່ໃຈເຂັ້ມງວດທຸກຄົນເຂົ້າ-ອອກ

  ໂຮງແຮມລາວເທວ ໂຣເທວແອນຣີສອດ ໜຶ່ງໂຮງແຮມກິດຈະການຂອງຄົນລາວທີ່ເພິ່ນມີອຸດົມການຮັກສາເອກະລັກລາວໆ ພາຍຫຼັງປິດກິດຈະການຊົ່ວຄາວມາປະຈຸບັນລັດຖະບານໃຫ້ເປີດກິດຈະການໃໝ່ທາງໂຮງແຮມກໍ່ບໍ່ນິ່ງນອນໃຈໄດ້ສືບຕໍ່ປະຕິດບັດຕາມທາງຄະນະສະເພາະກິດໂຄວິດວາງອອກໂດຍເນັ້ນທຸກຄົນເຂົ້າອອກຢ່າງຈິງຈັງ.


   ທ່ານນາງ ວົງຈັນ ບົວແພງ ທີ່ປຶກສາໂຮງແຮມ ລາວເທວ ວຽງຈັນ ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ພວກເຮົາວ່າ: ໂຮງແຮມແຫ່ງນີ້ໃນເມື່ອກ່ອນແມ່ນຊື່ວ່າ: ໂຮງແຮມສົມບູນ ໂດຍຕັ້ງຕາມຊື່ຍາພໍ່ສົມບູນ ອິນທະວົງ ຜູ້ເປັນບິດາຂອງຂ້າພະເຈົ້າທີ່ເປັນເຈົ້າຂອງ ແລະເປັນຜູ້ສ້າງຕັ້ງ, ໂດຍສ້າງຂຶ້ນໃນປີ 1957, ມາ ຮອດວັນທີ່ 19 ຕຸລາ 1991 ບໍລິສັດ GTS DETICO CO.,LTD ໄດ້ມາເຊົ່າກິດຈະການນຳພວກຂ້າພະເຈົ້າເປັນໄລຍະເວລາ 30 ປີ ແລະ ມາຮອດວັນທີ່ 24 ເມສາ 2019 ນີ້ບໍລິສັດດັ່ງກ່າວໄດ້ຕົກລົງເຫັນດີເປັນເອກະພາບມອບການບໍລິຫານກິດຈະການ ໂຮງແຮມດັ່ງກ່າວນີ້ຄືນ.


  ຊຶ່ງຊ້ວງວິກິດໂຄວິດລະບາດຜ່ານມາທາງໂຮງແຮມກໍ່ໄດ້ນຳພາພະນັກງານ ແລະໝູ່ເພື່ອຕົ້ມໂຮມສ້າງຂະບວນເຮັດແນວກິນໄປໃຫ້ທາງຕຳຫຼວດ, ແພດໝໍນອກຈາກນີ້ຍັງໄດ້ຮັບການໄວ້ເນື້ອເຊື່ອໃຈຈາກບໍລິສັດ ພູເບ້ຍມາຍນິ່ງ ທີ່ນຳເອົາພະນັກງານຂອງບໍລິສັດມາຕິດຕາມເຝົ້າລະວັງເປັນສູນກັກໂຕຈຳນວຍຫຼາຍ100 ຄົນ.

ປະຈຸບັນທາງໂຮງແຮມແມ່ນມີການປັບປຸງລະບົບການໃຊ້ບໍລິການໃຫ້ເໝາະສົມໂດຍສະເພາະເລື່ອງລາຄາທີ່ສາມາດຄົນລາວເຂົ້າມາໃຊ້ບໍລິການໃດໂດຍເນັ້ນສ້າງລະບົບແບບລາວໆແຕ່ຢູ່ໃນລະດັບສາກົນທີ່ສຳຄັນທາງໂຮງແຮມສ້າງວຽກເຮັດງານທຳພະນັກງານຫຼາຍກວ່າ 95 ໜ່ວຍງານ.

_________________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ