ເຊັນສັນຍາສຳປະທານດິນຂຸດຄົ້ນ-ປັງປຸງແຕ່ງ ແລະຜະລິດຫີນ

   ວັນທີ 7 ກຸມພາຜ່ານມາຢູ່ພະແນກແຜນການ ແລະການລົງທຶນແຂວງສາລະວັນ ໄດ້ຈັດພິທີເຊັນສັນຍາເຊົ່າ-ສຳປະທານເນື້ອທີ່ດິນລັດເພື່ອສ້າງໂຮງງານ ແລະດຳເນີນກິດຈະການຂຸດຄົ້ນ ແລະຜະລິດຫີນ, ເພື່ອຮັບໃຊ້ການກໍ່ສ້າງ ແລະຈຳໜ່າຍທົ່ວໄປເຂດການຂຸດຄົ້ນແມ່ນຢູ່ ບ້ານນາຄູເມືອງ ແລະແຂວງສາລະວັນ ຈຳນວນ 9 ເຮັກຕາ, ໂດຍການເຂົ້າຮ່ວມຂອງທ່ານ ປອ ສະໄໝ ໂພທິສານ ຫົວໜ້າຫ້ອງວ່າການປົກຄອງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະອະນຸກຳມະການ-ການລົງທຶນຂັ້ນແຂວງເຂົ້າຮ່ວມ,

  ທ່ານ ນາງ ອາລຸນ ສົມພິລາວົງ ປະທານບໍລິສັດ ອາລຸນ ກໍ່ສ້າງຂົວທາງຈຳກັດ ຜູ້ດຽວໄດ້ລາຍງານກ່ຽວກັບຄວາມເປັນມາ ແລະສະພາບລວມຂອງການຈັດຕັ້ງ ປະຕິບັດໃນການດຳເນີນໂຄງການຂຸດຄົ້ນ ແລະສ້າງຕັ້ງໂຮງງານຂົບຫີນ, ໂຄງການດັ່ງກ່າວແມ່ນຕັ້ງຢູ່ເຂດບ້ານນາຄູ ເມືອງສາລະວັນ, ແຂວງສາລະວັນ ໃນ ເນື້ອທີ່ທັງໝົດ 9 ເຮັກຕາ, ໃນນັ້ນຈໍານວນ 4 ເຮັກຕາ ແມ່ນເນື້ອທີ່ຂຸດຄົ້ນຕົວຈິງ ແລະ 5 ເຮັກຕາ ແມ່ນເນື້ອທີ່ສ້າງຕັ້ງໂຮງງານ, ເຊີ່ງແມ່ນບໍລິສັດ ອາລຸນ ກໍ່ສ້າງຂົວທາງຈຳກັດຜູ້ດຽວເປັນຜູ້ລົງທຶນ 100%, ມີມູນຄ່າການລົງທຶນທັງໝົດ 9 ຕື້ກີບ, ໂດຍມີອາຍຸສຳປະທານ 5 ປີນັບແຕ່ປີ 2019-2024, ໂດຍໄດ້ກໍານົດແຜນການດຳເນີນງານແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1  ແມ່ນໄລຍະເລີ່ມກໍ່ສ້າງໂຮງ ງານຄື: ປີ 2019 - 2020 ແລະໄລຍະທີ  2 ແມ່ນໄລຍະດໍາເນີນການຜະລິດ ແລະ ຈໍາໜ່າຍນັບແຕ່ປີ 2020 - 2024.

    ການລົງທຶນດັ່ງກ່າວແມ່ນໃນຮູບການສຳປະທານຊຶ່ງໄດ້ເສຍພັນທະໃຫ້ລັດ 50 ໂດລາຕໍ່ເຮັກຕາຕໍ່ປີ, ແລະສາມາດຕໍ່ອາຍຸໃນການສຳປະທານໄດ້ຕາມການ ຕົກລົງເຫັັນດີທັງສອງຝ່າຍ, ແຕ່ຕ້ອງໄດ້ສະເໜີກ່ອນ 1 ປີ ກ່ອນຈະໝົດອາຍຸສຳປະທານ, ການສ້າງໂຮງງານຂຸດຄົ້ນ ແລະ ຜະລິດຫີນຢູ່ເມືອງສາລະວັນ ນີ້ກໍແມ່ນເພື່ອນຳເອົາຊັບພະຍາກອນທຳມະຊາດທີ່ມີຢູ່ມາໝູນໃຊ້ເຂົ້າໃນວຽກງານການສ້າງສາ ແລະພັັດທະນາປະເທດຊາດຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ກໍຄືຂອງ ແຂວງສາລະວັນ ໃຫ້ເກີດປະໂຫຍດສູງສຸດ, ເພື່ອສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງໂອກາດໃນການຈັດຫາວຽກເຮັດງານທຳໃຫ້ແກ່ປະຊາຊົນມີລາຍໄດ້ເພີ້ມ ແລະທັງເປັນການຖ່າຍທອດສີມືແຮງງານ, ຄວາມຮູ້, ຄວາມສາດທາງດ້ານເຕັກນິກ, ວິທະຍາສາດທີ່ທັນ ສະໄໝໃຫ້ແກ່ພະນັກງານວິຊາການ,

  ຈາກນັ້ນໃນພິທີກໍ່ໄດ້ມີການເຊັນສັນຍາເຊົ່າສຳປະທານເນື້ອທີ່ເນື້ອທີ່ໃນຈຳນວນ 9 ເຮັກຕາ, ໂດຍຊ້ອງໜ້າອໍານາດການປົກຄອງແຂວງສາລະວັນ, ຕ່າງໜ້າພະແນກແຜນການແຂວງໂດຍທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ຕ່າງໜ້າເມືອງສາລະວັນ ທ່ານ ວຽງສະໄໝ ສໍອ້ອຍທິບ ຮອງເຈົ້າເມືອງໆສາລະວັນ, ຕ່າງໜ້າພະແນກພະລັງງານບໍ່ແຮ່ແຂວງ ທ່ານ ສີແພງ ເມືອງຈັນ ຫົວໜ້າພະລັງງານບໍ່ແຮ່ແຂວງ, ຕ່າງໜ້າພະແນກການເງິນແຂວງທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງ ແລະຕ່າງໜ້າບໍລິສັດທ່ານ ນາງ ອາລຸນ ສົມພິລາວົງ ປະທານບໍລິ ສັດ ອາລຸນ ກໍ່ສ້າງຂົວທາງຈຳກັດຜູ້ດຽວພ້ອມດ້ວຍພະແນກການພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.