ກະຊວງການຕ່າງປະເທດ ຈັດສຳມະນາປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຂອງພັກ

  ໃນວັນທີ 3 ມິຖຸນາ 2020, ທີ່ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໂດຍການເປັນປະທານ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະ ເທດ, ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ ແລະພະນັກງານຫຼັກແຫຼ່ງພາຍໃນກະຊວງການຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.


  ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອລະດົມຄຳຄິດຄຳເຫັນຂອງຄະນະພັກ, ພະນັກງານຫຼັກແຫຼ່ງ, ນັກຄົ້ນຄວ້າ-ນັກວິຊາການທີ່ກ່ຽວຂ້ອງຂອງກະຊວງການຕ່າງປະ ເທດຕໍ່ 3 ບັນຫາສະເພາະຄື: 1. ການປັບປຸງລະບົບການປົກຄອງທ້ອງຖິ່ນ-ຮາກຖານ; 2. ການປະຕິຮູບຂອດບໍລິຫານລັດທີ່ກົດໜ່ວງຖ່ວງດຶງຕໍ່ການດຳເນີນທຸລະກິດ ແລະການບໍລິການຂອງປະຊາຊົນ; 3. ຈຸດພິເສດດ້ານທີ່ຕັ້ງ ແລະນະໂຍບາຍການເຊື່ອມຈອດ-ເຊື່ອມໂຍງເສດຖະກິດຂອງ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການປັບປຸງເນື້ອໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບົນພື້ນຖານການເສີມຂະຫຍາຍຫົວຄິດປະດິດສ້າງ, ປະຊາທິປະໄຕ, ຄວາມຮັບຜິດຊອບການເມືອງຂອງຄະນະນຳ, ການ ຈັດຕັ້ງແຕ່ລະຂັ້ນໃນການສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກຢ່າງທົ່ວເຖິງ ແລະເລິກເຊິ່ງ, ເພື່ອຮັບປະກັນເຮັດໃຫ້ແນວທາງ, ແຜນນະໂຍບາຍທີ່ຈະວາງ ອອກໃນຊຸມປີຕໍ່ໜ້າໃຫ້ມີຄວາມຖືກຕ້ອງ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະສາມາດນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນຮູບປະທຳຢ່າງແທ້ຈິງ.
  ໃນກອງປະຊຸມ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ຜູ້ເຂົ້າຮ່ວມຄົ້ນຄວ້າ ແລະປະກອບຄຳເຫັນຕີລາຄາສະພາບຕົວຈິງໃນການປະຕິບັດ, ຊີ້ໃຫ້ເຫັນຄວາມ ຈຳເປັນ ແລະບັນຫາທີ່ຕ້ອງປັບປຸງ ປ່ຽງແປງ, ສະເໜີຂໍ້ຄິດໃນການ ປັບປຸງແກ້ໄຂມີທັງໃນດ້ານທັດສະນະ ແລະທິດທາງລວມ, ທັງໃນລະດັບມາດຕະການ, ວິທີການ ປະຕິບັດໃນຕໍ່ໜ້າໃຫ້ມີເນື້ອໃນສົມບູນ ແລະຄົບຖ້ວນ. ໃນກອງປະຊຸມດັ່ງກ່າວມີການປະກອບຄຳຄິດຄຳເຫັນຢ່າງຟົດຟື້ນດ້ວຍຄວາມຮັບຜິດຊອບສູງ ແລະປິດລົງດ້ວຍ ຜົນສຳເລັດຢ່າງຈົບງາມ.

______________

ໜັງສືພິມເສດຖະກິດ-ສັງຄົມ