ລັດເລັ່ງບຸກເບີກເນື້ອທີ່ທຳການຜະລິດໃຫ້ຜູ້ຖືກຜົນກະທົບຢູ່ສະໝາມໄຊ

 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດພ້ອມດ້ວຍຄະນະໄດ້ຊຸກຍູ້ໃຫ້ຄະນະກຳ ມະການໄພພິບັດແຂວງອັດຕະປືສືບຕໍ່ເລັ່ງຈັດສັນເນື້ອທີ່ທຳການຜະລິດກະສິກຳໃຫ້ໄວທັນປີນີ້ຂະນະທີີ່ປະຊາຊົນຜູ້ຖືກຜົນກະທົບຖືກຍົກຍ້າຍໃຫ້ເຂົ້າຢູ່ສູນພັກຊົ່ວຄາວສຳເລັດແລ້ວ.

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງກ່າວຢືນຢັນແລ້ວໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວລົງຕິດຕາມໃນພື້ນທີ່ເຂດການຜະລິດຕົວຈິງເມື່ອວັນທີ 7 ກຸມພາ ຜ່ານມາວ່າ: ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບເຄາະຮ້າຍທີ່ອາໄສຢູ່ສູນພັກຊົ່ວຄາວໄດ້ຮັບການດຳລົງຊີວິດເປັນປົກກະຕິໃນລະດັບພື້ນຖານນີ້ທາງອົງການຈັດຕັ້ງຂອງແຂວງໂດຍສົມທົບກັບເມືອງແມ່ນໄດ້ຈັດສັນເນື້ອທີ່ທຳການຜະລິດຮອງຮັບໃຫ້ປະຊາຊົນແລ້ວຈຳນວນ 2.140 ເຮັກຕາ, ມາຮອດປັດຈຸບັນບຸກເບີກໄດ້ 424 ເຮັກຕາ ແລະ ຄາດວ່າຈະໃຫ້ສຳເລັດທັນໃນລະດູການຜະລິດປີນີ້ຕາມຈິດໃຈທີ່ທ່ານຮອງນາ ຍົກຊີ້ນຳຢ່າງແນ່ນອນ.

  ທ່ານ ນາງ ວິໄລພອນ ວໍລະພິມ ໄດ້ກ່າວຕໍ່ໄປອີກວ່າ: ອີງຕາມຜົນຂອງການສຳຫຼວດວິໄຈດິນ ແລະຄຸນນະພາບຂອງດິນໃນພື້ນທີ່ບຸກເບີກປ່າຜະລິດຂອງປະ ຊາຊົນນັ້ນເຫັນໄດ້ວ່າຈຸດດົງບາກເປັນເຂດທີ່ມີຄວາມເໝາະສົມໃນການປູກເຂົ້າ ແລະປູກຫຍ້າໃຫ້ສັດມີຈຳນວນ 1,02 ພັນເຮັກຕາ, ຈຸດທ່າແສງຈັນແມ່ນມີຄວາມເໝາະສົມໃນການປູກເຂົ້າມີເນື້ອທີ່138,95 ເຮັກຕາ, ຈຸດຕໍມໍຢອດແມ່ນມີຄວາມເໝາະສົມໃນການປູກສາລີ-ປູກມັນຕົ້ນມີເນື້ອທີ່510,13 ເຮັກຕາ ແລະຈຸດປິນດົງແມ່ນມີຄວາມເໝາະສົມໃນການປູກມັນຕົ້ນມີເນື້ອທີ່ 468,09 ເຮັກຕາ.

  ໃນການເດີນທາງເຄື່ອນໄຫວເຮັດວຽກຄັ້ງນີ້ທ່ານຮອງນາຍົກລັດຖະມົນຕີໄດ້ລົງພື້ນທີ່ຕິດຕາມ, ກວດກາພື້ນທີ່ໃນເຂດລຸກເບີກການຜະລິດຕົວຈິງກຳນົດປ່າຜະລິດ 4 ຈຸດນັ້ນເຊິ່ງທ່ານໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ແລະພາກສ່ວນກ່ຽວຂ້ອງກວດຄືນຢ່າງລະອຽດກ່ຽວກັບການບຸກເບີກພື້ນທີ່ທຳການຜະລິດໃນເຂດທີ່ກຳນົດໃຫ້ບຸກເບີກໂດຍສົມທົບກັບພາກສ່ວນກ່ຽວຂ້ອງໃຫ້ລະອຽດຕາມສັນຍາ, ລະບຽບການຊົດເຊີຍ ແລະບັນຫາອື່ນໆຢ່າງສົມເຫດສົມຜົນພ້ອມທັງໃຫ້ຮີບ ຮ້ອນສົ່ງເສີມໃຫ້ປະຊາຊົນໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ, ຕາມແຜນການທີ່ວາງໄວສຳລັບໃນການຜະລິດເພື່ອຫັນວິກິດເປັນໂອກາດໃນການຊ່ວຍເຫຼື ອປະຊາຊົນນັ້ນທາງແຂວງຍັງຈະໄດ້ຈັດຂິດການຜະລິດໂດຍອີງໃສ່ທ່າແຮງຂອງການຕະຫຼາດໃຫ້ເປັນອັນລະອຽດຕື່ມອີກ.

  ໃນເວລາດຽວກັນທ່ານຮອງນາຍົກຍັງໄດ້ສືບຕໍ່ຢ້ຽມຢາມພົບປະກັບອໍານາດການປົກຄອງຂອງບ້ານ ແລະຄອບຄົວຂອງປະຊາຊົນຢ່າງໃກ້ຊິດໃນພື້ນທີ່ສູນພັກຊົ່ວຄາວເຊັ່ນ: ຈຸດຕໍມໍຢອດ, ຈຸດປິນດົງ ແລະຈຸດອື່ນໆເພື່ອຊັກຖາມໃນເລື່ອງສະພາບການເປັນຢູ່ຂອງປະຊາຊົນເປັນຕົ້ນບັນຫາສຸຂະພາບ, ສະຖານທີ່ພັກເຊົາ , ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ທີ່ຈຳເປັນ, ການຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນ ແລະຮີບດ່ວນຂອງປະຊາຊົນ ແລະອື່ນໆ.

  ພ້ອມກັນນັ້ນ, ທ່ານຍັງໄດ້ໂອ້ລົມຕໍ່ປະຊາຊົນຈົ່ງມີຈິດໃຈທີ່ເຂັ້ມແຂງ, ອຸ່ນອ່ຽນທຸ່ນທ່ຽງ, ພ້ອມກັນປະຕິບັດຕາມຄຳແນະນຳຂອງຂັ້ນເທິງກໍ່ຄືການນຳພັກ-ລັດເພື່ອຫຼີກລ້ຽງຄວາມສ່ຽງຕ່າງໆທີ່ຈະຕາມມາ, ຊຶ່ງພັກ-ລັດ ແລະພາກສ່ວນທີ່ກ່ຽວຂ້ອງຈະເອົາໃຈໃສ່ຢ່າງເຕັມທີ່ເພື່ອຊ່ວຍເຫຼືອ ແລະຟື້ນຟູສະພາບທີ່ເກີດ ຂຶ້ນຢ່າງສຸດຄວາມສາມາດ, ສິ່ງສຳຄັນໄລຍະກາງນີ້ແມ່ນການແກ້ໄຂບັນຫາການຈັດສັນເນ້ືອທີ່ທຳການຜະລິດເພື່ອແກ້ໄຂເຮັດໃຫ້ສະພາບການຊີວິດການເປັນຢູ່ຂອງປະຊາຊົນນີ້ກັບຄືນສູ່ປົກກະຕິ.