ອີຢູ ສະເໜີແຜນຟື້ນຟູເສດຖະກິດ 1 ພັັນຕື້ເອີໂຣ

 ຄະນະກຳມາທິການເອີຣົບເປີດເຜີຍວ່າວັນທີ 27 ພຶດສະພານີ້ຈະສະເໜີແຜນການຟື້ນຟູເສດຖະກິດອີຢູຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ມູນຄ່າຫຼາຍກວ່າ 1 ພັນຕື້ເອີໂຣ.

  ຕາມຂ່າວຕ່າງປະເທດລາຍງານວ່າຮອງປະທານຄະນະກຳມາທິການເອີຣົບ (ອີຢູ)ຖະແຫຼງວ່າຄະນະກຳມາທິການເອີຣົບຈະສະເໜີແຜນຟື້ນຟູເສດຖະກິດອີຢູທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕໍ່ລັດຖະບານປະເທດອີຢູໃນວັນທີ 27 ພຶດສະພາທີ່ຈະມາເຖິງນີ້, ໂດຍເງິນດັ່ງກ່າວຈະປະກອບດ້ວຍສ່ວນທີ່ເປັນເງິນຊ່ວຍເຫຼືອ ແລະເງິນກູ້ ຢືມມູນຄ່າລວມກັນຫຼາຍກວ່າ 1 ພັນຕື້ເອີໂຣ ແລະອາດຈະຜູກຕິດກັບແຜນງົບປະມານໄລຍະຍາວປະຈຳປີ 2021-2027ຂອງອີຢູ ຊຶ່ງຈະຕ້ອງໄດ້ສຶກສາຄວາມເປັນໄປໄດ້ໃນການນໍາເງິນງົບປະມານມາເບີກໃຊ້ໃນປີ 2020 ກ່ອນບາງສ່ວນ.

 ທັງນີ້ຍັງຍີນດີຮັັບຂໍສະເໜີຂອງເຢຍລະມັນ ແລະຝຣັ່ງທີ່ສະເໜີແຜນຈັດຕັ້ງກອງທຶນຟື້ນຟູເສດຖະກີີດອີຢູມູນຄ່າ 500 ຕື້ເອີໂຣ ເພື່ອສະໜັບສະໜູນເງິນຊ່ວຍເຫຼືອທີ່ບໍ່ແມ່ນການກູ້ຢືມໃຫ້ກັບປະເທດອີຢູ.

---------------

ໜັງສືພິມເສດຖະກິດ-ສັງຄົມ