ການແຜ່ລະບາດຂອງພະຍາດໂຄວິດ-19 ທຳລາຍເສດຖະກິດໄປທົ່ວທຸກຫົນທຸກແຫ່ງໃນທຸກປະເທດກໍ່ໃຫ້ເກີດຄວາມເສຍຫາຍທາງເສດຖະກິດອັນໃຫຍ່ຫຼວງທີ່ສຸດຄັ້ງໃໝ່ນັບຕັ້ງແຕ່ໂລກປະເຊີນໃນໄລຍະປີ 1930.
ຕາມຂ່າວຕ່າງປະເທດລາຍ ງານວ່າວິກິດຈາກໂລກລະບາດຄັ້ງນີ້ໃຫຍ່ຫຼວງພຽງໃດເຫັນໄດ້ຈາກເງິນທີ່ລັດຖະບານ ແລະທະນາຄານກາງຂອງປະເທດຕ່າງໆເທລົງໄປໃນລະບົບເສດຖະກິດເພື່ອຊຸກຍູ້ໃຫ້ລະບົບສາມາດຢູ່ລອດຕໍ່ໄປໄດ້, ທົ່ວໂລກໃນເວລານີ້ປະກາດໃຊ້ເງິນງົບປະມານລວມແລ້ວ ບໍ່ຕໍ່າກວ່າ 15 ພັນຕື້ໂດລາສະຫະລັດ ຜ່ານວິທີການຫຼຸດຜ່ອນປະລິມານລົງດ້ວຍການໄປຊື້ພັັນທະບັດ ແລະຜ່ານການຈັດສັນງົບປະມານຂອງລັດ, ຍິ່ງຄວາມເສຍຫາຍຮ້າຍແຮງເທົ່າໃດການບັນເທົາ ແລະຟື້ນ ຟູູຍິ່ງມະຫາສານໄປນໍາ, ຂໍ້ມູນຂອງສະຖາບັນການເງິນສາກົນ (ໄອໄອ ເອຟ) ລະບຸວ່ານັບຕັ້ງແຕ່ປີ 2007 ຈົນເຖິງປະຈຸບັນ ລວມໜີ້ທົ່ວໂລກ ເພີ່ມສູງຂຶ້ນເປັນ 87 ພັັນຕື້ໂດລາ ໂດຍ 70 ພັນຕື້ໂດລາ ໃນຈໍານວນ ນັ້ນເປັນໜີ້ສາທາລະນະ, ໄອໄອ ເອຟ ເຕືອນວ່າສະເພາະປີນີ້ປະລິ ມານໜີ້ເມື່ອຄິດເປັນອັດຕາສ່ວນຕໍ່ ຈີດີພີ ຂອງທົ່ວໂລກອາດເພີ່ມຂຶ້ນ ອີກ 20 ຈຸດເຖິິງລະດັບ 342% ໃນກໍລະນີທີ່ເສດຖະກິດທົ່ວໂລກໃນປີີນີ້ຕິດລົບ 3% ແລະລັດຖະບານທົ່ວໂລກຈຳເປັນຕ້ອງກູ້ເງິນ ເພີ່ມຕື່ມຫຼາຍກວ່າເມື່ອທຽບກັບປີທີ່ຜ່ານມາຂຶ້ນໄປອີກທົບເຄິ່ງໜຶ່ງ, ໂດຍກອງທຶນການເງິນສາກົນ (ໄອເອັມເອຟ) ປະເມີນເອົາໄວ້ ວ່າພາວະຂາດດຸນພາກລັດຄິດເປັນອັດຕາສ່ວນຕໍ່ລາຍໄດ້ຂອງປະເທດຈະເພີ່ມຂຶ້ນເປັນ 10% ຈາກເດີມປີ 2019 ຢູ່ທີ່ 4% ເທົ່ານັ້ນ, ຊຶ່ງອັດຕາສ່ວນໜີ້ຂອງອາເມລິກາຈະເພີ່ມ ຂຶ້ນເປັນ 100% ໃນປີີນີ້ ແລະຄາດວ່າຈະເພີ່ມເປັນ 125% ໃນປີ 2030 ຈາກລະດັບ79%ໃນປີ 2019, ການສ້າງໜີ້ພາກລັັດເປັນຄວາມຈຳເປັນໃນຍາມນີ້ກໍຈິງແຕ່ກໍເປັນບັັນຫາທ້າທາຍທີ່ໃຫຍ່ຫຼວງໃນອະນາຄົດອັນໃກ້ ໂດຍສະເພາະຢ່າງຍິ່ງໃນປະເທດກຳລັງພັດທະນາເພາະໜີ້ກໍຄືໜີ້ກູ້ຢືມມາກໍຕ້ອງຊໍາລະຄືນບວກກັບດອກເບ້ຍ.
ຍີີ່ປຸ່ນມີໜີ້ສູງເຖິງລະດັບເກີນກວ່າ 200% ຂອງ ຈີດີພີ ໃນຂະນະທີ່ອັດຕາດອກເບ້ຍຕິດລົບ,ສ່ວນອີຕາລີໃຊ້ນະໂຍບາຍດອກເບ້ຍຕໍ່າມາດົນກວ່າ 5 ປີແລ້ວ ເຮັດໃຫ້ໜີ້ຕໍ່ ຈີດີພີ ຢູ່ທີ່ 135% ໃນເວລານີ້ມີທ່າອຽງຈະເພີ່ມຂຶ້ນເປັນ 170% ຕໍ່ຈີດີພີ, ບຣາຊິນຄາດວ່າລະດັບໜີ້ປີນີ້ຈະກາຍເປັນ 77,2% ຂອງຈີດີພີ ແລະອາຟຣິກາໃຕ້ຈະຢູ່ທີ່ 64,9% ຂອງຈີດີພີ.
-------------------
ໜັງສືພິມເສດຖະກິດ-ສັງຄົມ