ນະຄອນປາກເຊເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດໄຂ້ຍຸງລາຍ

   ວັນທີ 21 ພຶດສະພາ 2020, ຄະນະພັກ-ອົງການປົກຄອງນະຄອນປາກເຊຮ່ວມກັບຫ້ອງການສາທາລະນະສຸກນະຄອນ ແລະຄະນະພັກຮາກຖານກຸ່ມບ້ານທີ V ບ້ານພັດທະນາຫຼັກ 7 ໄດ້ຈັດພິທີເປີດຂະບວນການທໍາລາຍແຫຼ່ງເພາະພັນໜ່ວຍນໍ້າຍຸງລາຍຂຶ້ນຢູ່ຫ້ອງການບ້ານດັ່ງກ່າວໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມສັກ ດີວິໄຊ ກໍາ ມະການພັກແຂວງເລຂາພັກນະຄອນເຈົ້ານະຄອນປາກເຊທ່ານ ດຣ. ວຽງສີ ສຸພັກດີ ຮອງຫົວໜ້າພະແນກສາທາລະນະສຸກແຂວງທ່ານ ດຣພູເຂົາ ເຮືອງປັນ ຍາ ກໍາມະການພັກນະຄອນຫົວໜ້າຫ້ອງການສາທາລະນະສຸກນະຄອນປາກເຊມີການນໍານະຄອນການນໍາຂະແໜງການຕ່າງໆຄະນະພັກຮາກຖານກຸ່ມບ້ານທີ V , ຄະນະພັກ-ອົງການປົກຄອງ ແລະພໍ່ແມ່ປະຊາຊົນບ້ານພັດທະນາເຂົ້າຮ່ວມ.

  ໃນໂອກາດກ່າວເປີດພິທີ ທ່ານ ອຸດົມສັກ ດີວິໄຊ ກໍາມະການພັກແຂວງເລຂາພັກນະຄອນເຈົ້ານະຄອນປາກເຊ ໄດ້ໃຫ້ກຽດມີຄໍາເຫັນ, ເນື້ອໃນສໍາຄັນທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງນະຄອນຮ່ວມກັບຄະນະພັກ-ອົງການປົກຄອງບ້ານເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບ 5 ເພື່ອປ້ອງກັນພະຍາດໄຂ້ຍຸງລາຍຄື: . ປິດ ຕ້ອງເອົາໃຈໃສ່ປົກປິດພາຊະນະທີ່ກັກເກັບນໍ້າທັງໃນ ແລະນອກເຮືອນເພື່ອບໍ່ໃຫ້ຍຸງ ລາຍມາໄຂ່ໃສ່; . ປ່ຽນ ຕ້ອງໝັ່ນປ່ຽນ ນໍ້າໃນພາຊະນະທີ່ກັກເກັບນໍ້າເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະອື່ນໆ ໂດຍ ການຂັດຖູເອົາໄຂ່ຍຸງອອກ ຈິ່ງໃສ່ນໍ້າໃໝ່; . ປ່ອຍ ເອົາໃຈໃສ່ປ່ອຍປາຫາງນົກຍຸງເພື່ອໃຫ້ກິນໜອນນໍ້າຍຸງລາຍໂດຍປະໄວ້ບໍລິເວນທີ່ຍຸງມັກອາໄສຢູ່ໂດຍສະເພາະແມ່ນບ່ອນທີ່ມືດ. ປັບປຸງ ທຸກອາທິດ ຕ້ອງເອົາໃຈໃສ່ປັບປຸງອະນາໄມສິ່ງແວດ ລ້ອມອ້ອມເຮືອນໃຫ້ສະອາດ. ປະຕິບັດເອົາໃຈໃສ່ປະຕິບັດໃຫ້ເປັນນິດໄສໃນທຸກອາທິດ ແລະເວລາເປັນໄຂ້ຍຸງຫ້າມຊື້ຢາມາກິນເອງ ແລະຫ້າມປິ່ນປົວຢູ່ເຮືອນຕ້ອງໄປປິ່ນປົວຢູ່ໂຮງໝໍໃກ້ບ່ອນທີ່ທ່ານອາໄສຢູ່. ທັງນີ້ກໍ່ເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການປ້ອງກັນ, ຕ້ານແລະສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ.

 ໃນກອງປະຊຸມຍັງໄດ້ຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດການເຝົ້າລະວັງ, ການປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍຢູ່ນະຄອງປາກເຊຊຶ່ງມາຮອດປະຈຸບັນນີ້ຢູ່ນະຄອງປາກເຊບໍ່ທັນພົບກໍລະນີຜູ້ທີ່ເຈັບເປັນຍ້ອນພະຍາດໄຂ້ຍຸງລາຍ.ຈາກນັ້ນການນໍານະຄອນປາກເຊຮ່ວມກັບຂະແໜງການທີ່ກ່ຽວຂ້ອງຕະ ຫຼອດຄະນະພັກ-ອົງການປົກຄອງບ້ານພັດທະນາກໍ່ໄດ້ລົງເຄື່ອນໄຫວສໍາຫຼວດ ແລະທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຕື່ມອີກ.

 ອີງຕາມຂໍ້ມູນຈາກຫ້ອງການສາທາລະນະສຸກນະຄອນປາກເຊໃຫ້ຮູ່ວ່າ: ປີ 2019 ທີ່ຜ່ານມາທົ່ວນະຄອນປາກເຊມີຜູ້ເຈັບເປັນຍ້ອນພະຍາດໄຂ້ຍຸງລາຍ 357 ກໍລະນີ, ເສຍຊີວິດ 1 ກໍລະນີ.