ໝົດປີ 2020 ດ່ານພາສີສາກົນວັງເຕົ່າ ຄາດຄະເນລາຍຮັບບັນລຸ 100%

    ສຳລັບການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2020 ເປັນສິ່ງທ້າທ້າຍຫຼາຍຢ່າງ, ຖ້າທຽບໃສ່ແຜນການໄດ້ຮັບມອບໝາຍ, ໂດຍສະເພາະການລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ການເກັບລາຍຮັບຂອງດ່ານພາສີສາກົນວັງເຕົ່າ, ແຕ່ຄະນະດ່ານ-ເຈົ້າໜ້າທີ່ຈະສຸມໃສ່ທຸກທ່າແຮງເພື່ອໃຫ້ບັນລຸຕາມແຜນການ ແລະຄາດຄະເນລາຍຮັບໝົດປີບັນລຸຕາມເປົ້າໝາຍຮ້ອຍສ່ວນຮ້ອຍ.

  ທ່ານ ວິເລືອງ ວໍລະບຸດ ຫົວໜ້າດ່ານພາສີສາກົນວັງເຕົ່າໃຫ້ສຳພາດໃນຫວ່າງບໍ່ດົນນີ້ວ່າ: ດ່ານພາສີສາກົນວັງເຕົ່າເມືອງໂພນທອງແຂວງຈໍາປາສັກແມ່ນດ່ານສາກົນເຮັດ ໜ້າທີ່ອໍານວຍຄວາມສະດວກທີ່ຕິດພັນກັບການນນໍາເຂົ້າ-ສົ່ງອອກສິນຄ້າ, ຊຶ່ງຖືວ່າເປັນປະຕູເຂົ້າ-ອອກຂອງບັນດາແຂວງພາກໃຕ້ກໍ່ຄື ສປປ ລາວ ເຮັດໜ້າທີ່ໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

  ດ່ານພາສີສາກົນວົງເຕົ່າແມ່ນໂຄງປະກອບກົງຈັກໜຶ່ງ, ວຽກພັກຂຶ້ນກັບຄະນະຮາກຖານດ່ານສາກົນວັງເຕົ່າ, ວຽກວິຊາສະເພາະຂຶ້ນກັບກອງຄຸ້ມຄອງພາສີ VII ເປັນເສນາທິການໃຫ້ກົມພາສີກະຊວງການເງິນ,ເຮັດໜ້າທີ່ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ,ໂຄສະນາເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍອື່ນໆທີ່ກ່ຽວ ຂ້ອງກັບວຽກງານພາສີ, ບັນດາລະບຽບການ ແລະນິຕິກໍາຕ່າງໆທີ່ຕິດພັນກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຜ່ານແດນ.

ປະຈຸບັນດ່ານພາສີສາກົນວັງເຕົ່າປະກອບມີ 3 ໜ່ວຍງານ, 1 ດ່ານປະເພນີ (ໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງແລະກວດກາສິນຄ້າ, ໜ່ວຍງານກວດກາພາຫະນະ ແລະຜູ້ໂດຍສານ, ດ່ານປະເພນີຊ່ອງຕາອູ). ສຳລັບການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ຜ່ານມາສາມາດປະຕິບັດໄດ້ທັງໝົດ 639 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 97,09%, ຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນແມ່ນເພີ່ມຂຶ້ນ 0,1% ໃນນັ້ນ, ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກການນໍາເຂົ້ານໍ້າ ມັນເຊື້ອໄຟ, ປະເພດພາຫະນະ, ປະເພດເຄື່ອງບໍລິໂພກ, ອຸປະໂພກ, ເຄື່ອງກໍ່ສ້າງ ແລະອື່ນໆ.

  ສ່ວນປີ 2020 ໄດ້ຮັບຕົວເລກແຜນການທັງໝົດ 721,21 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 8,66%, ແຕ່ຜ່ານ ການຈັດຕັ້ງປະຕິບັດວຽກງານຕົວຈິງ, ນັບແຕ່ຕົ້ນປີຫາວັນທີ 17 ມີນາ 2020 ສາມາດເກັບລາຍຮັບໄດ້ໝົດ 163 ຕື້ ກວ່າກີບ ເທົ່າກັບ 113,05% ຂອງແຜນການງວດ ຫຼືເທົ່າກັບ 22,61% ຂອງແຜນ ການປີ.

 ແນວໃດກໍຕາມສຳລັບການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2020 ເປັນສິ່ງທ້າທ້າຍຫຼາຍຢ່າງ, ຖ້າທຽບໃສ່ແຜນການໄດ້ຮັບມອບໝາຍບວກກັບການລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບໂດຍສະເພາະຄ່າທຳນຽມຜູ້ໂດຍສານ, ແຕ່ຄະນະດ່ານ-ເຈົ້າໜ້າທີ່ໝົດທຸກຄົນຈະສຸມໃສ່ທຸກທ່າແຮງການເກັບລາຍຮັບໃຫ້ບັນລຸຕາມແຜນການຕາມທີ່ໄດ້ຮັບມອບໝາຍ.

ພ້ອມດຽວກັນນີ້,ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ເຈົ້າໜ້າທີ່ພາສີຢູ່ໃນບັນດາໜ່ວຍງານໃຫ້ມີຄວາມເຂັ້ມງວດ, ແບ່ງຄວາມຮັບຜິດຊອບຢ່າງຂາດຕົວນັບແຕ່ຄະນະດ່ານຮອດພະນັກງານວິຊາການສືບຕໍ່ຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານກວດກາສິນຄ້າ,ເອົາໃຈໃສ່ຕິດຕາມກວດກາວຽກງານຄຸ້ມຄອງການແຈ້ງພາສີໃຫ້ຖືກຕ້ອງ, ຊອກຄົ້ນຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ, ສືບຕໍ່ປຸກລະດົມຊຸກຍູ້ຜູ້ປະກອບການ, ປະຕິບັດທຸກມະຕິຄໍງສັ່ງ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ໂຄສະນາເຜີຍແຜ່ກົດໝາຍພາສີ, ລະບຽບການອື່ນໆກ່ຽວຂ້ອງກັບວຽກງານພາສີໃຫ້ຜູ້ປະກອບການ ແລະທຸກຄົນຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຊຶ່ງຄາດວ່າໝົດປີນີ້ການຈັດເກັບລາຍຮັບເຂົ້າງົບປະມານບັນລຸຮ້ອຍສ່ວນຮ້ອຍ ຫຼືລື່ນແຜນການຕາມທີ່ໄດ້ຮັບມອບໝາຍ.