ລັດຖະບານສຳເລັດເຈລະຈາກູ້ເງິນ 170 ຕື້ກວ່າກີບ ນຳທະນາຄານໂລກ

   ກະຊວງການເງິນປະສົບຜົນສຳເລັດໃນການເຈລະຈາຂໍກູ້ຢືມເງິນນຳທະນາຄານໂລກຈຳນວນ 20 ລ້ານໂດລາ ຫຼື ປະມານ 170 ຕື້ກວ່າກີບ, ເພື່ອນຳໃຊ້ເຂົ້າ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນແຫ່ງລັດຜ່ານລະບົບອີເລັກໂຕຣນິກ, ຊຶ່ງເປັນໂຄງການຢູ່ໃນແຜນຍຸດ ທະສາດການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະທະນາຄານໂລກໃນໄລຍະປີ 2019-2025.

 ການເຈລະຈາຂໍກູ້ຢືມເງິນດັ່ງກ່າວ, ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຂອງທະນາຄານໂລກປະຈຳລາວ, ໂດຍແມ່ນ ທ່ານ ອັງຄານ ສະດາມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະຄຸ້ມຄອງໜີ້ສິນກະຊວງການເງິນເປັນຫົວໜ້າຄະນະຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ທ່ານນາງ ແຟນນີ່ໄວເນີເປັນຫົວໜ້າຄະນະຕາງໜ້າໃຫ້ກຸ່ມການພັດທະນາສາກົນ, ທະນາຄານໂລກພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 ສຳລັບເງິນຈຳນວນ 20 ລ້ານໂດລາ ທີ່ລັດຖະບານລາວເງິນກູ້ຢືມນຳທະນາຄານໂລກ, ແມ່ນຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນແຫ່ງລັດຜ່ານລະບົບອີເລັກໂຕຣນິກຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມືລະຫວ່າງລັດຖະບານລາວ ແລະ ທະ ນາຄານໂລກໃນໄລຍະປີ 2019-2025 ແລະເປັນການຈັດຕັ້ງປະຕິບັດຍຸດທະສາດການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝກໍຄືຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025; ໂດຍຈະນຳໃຊ້ບ້ວງເງິນດັ່ງກ່າວເຂົ້າໃນ 3 ອົງປະກອບໜ້າວຽກຄື: ອົງປະກອບທີ 1 ລວມມີການຈັດຊື້ ແລະການຈັດຕັ້ງປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ;ອົງປະກອບທີ 2 ການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການທີ່ຕິດພັນກັບການຄຸ້ມຄອງການເງິນພາກລັດ ແລະການຝຶກອົບຮົມຜູ້ນຳໃຊ້ລະບົບ FMIS; ອົງປະກອບທີ 3 ການບໍລິຫານຄຸ້ມຄອງ ແລະຈັດຕັ້ງປະຕິບັດໂຄງການໂດຍມີໜ່ວຍງານປະສານງານ.

  ໂຄງການສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນແຫ່ງລັດຜ່ານລະບົບອີເລັກໂຕຣນິກ (E-FITS) ແມ່ນຄວາມຮັບຜິດຊອບຂອງກະຊວງການເງິນເປັນຜູ້ຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ໜ່ວຍງານຈັດຕັ້ງປະຕິບັດແຜນງານການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດໄດ້ຮັບການແຕ່ງຕັ້ງໂດຍພາຍໃຕ້ການຊີ້ນຳຂອງກົມນະໂຍບາຍການເງິນ ແລະ ນິຕິກຳກະຊວງການເງິນໃນນາມກອງເລຂາຄະນະຈັດຕັ້ງປະຕິບັດການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດດັ່ງກ່າວ.

  ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ຮ່າງສັນຍາເງິນກູ້ຢືມຈໍານວນ 20 ລ້ານໂດລາ ແລະ ຈະນຳສະເໜີລາຍງານຄະນະນຳກະຊວງການເງິນເພື່ອຂໍທິດຊີ້ນຳໃນການດຳເນີນຂັ້ນຕອນການເຊັນສັນຍາກູ້ຢືມເງິນຈຳນວນດັ່ງກ່າວ.