ນາຍຍົກຢ້ຽມຢາມແລະພົບປະໂອ້ລົມປະຊາຊົນເມືອງສະໜາມໄຊ

 

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແລະທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກກະຊວງ-ອົງການທີ່ກ່ຽວ ຂ້ອງໄດ້ໄປເຄື່ອນໄຫວຢ້ຽມຢາມແລະພົບປະໂອ້ລົມກັບປະຊາຊົນທີ່ຖືກຜົນ ກະທົບຈາກໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ, ແຂວງອັດຕະປື.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະໄດ້ໄປຢ້ຽມ ຢາມ ແລະພົບປະໂອ້ລົມກັບປະຊາຊົນຢູ່ ຈຸດພັກຊົ່ວຄາວຈຸດດົງບາກ, ຈຸດປິນດົງ ແລະຈຸດຕະມໍຢອດ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນທ້າຍເດືອນກໍ ລະກົດທີ່ຜ່ານມາ. ໃນນັ້ນ, ການໄປແຕ່ ລະສະຖານທີ່ທ່ານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ, ມີຄວາມເປັນຫ່ວງ ເປັນໄຍຕໍ່ປະຊາຊົນ ໂດຍໄດ້ຖາມເຖິງສະ ພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນຂອງ ຄູອາຈານ ແລະລູກຫຼານນັກຮຽນ, ຄວາມຄືບໜ້າໃນການແກ້ໄຂ ແລະປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວ ຄາວ ແລະຖາວອນ, ແຜນການປັບປຸງ ແລະຟື້ນຟູວຽກງານດ້ານຕ່າງໆ, ລວມ ທັງການປະເມີນຜົນເສຍຫາຍ, ແຜນ ການຊົດເຊີຍຜົນເສຍຫາຍ, ແຜນການ ປັບປຸງປົວແປງວຽກງານດ້ານຕ່າງໆ ແລະອື່ນໆຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານ, ທັງໃຫ້ ແທດເໝາະກັບສະພາບ ແລະເງື່ອນໄຂ ຕົວຈິງ. ພ້ອມດຽວກັນນັ້ນ, ທ່ານນາຍົກ ລັດຖະມົນຕີຍັງໄດ້ຮັບຟັງການປະກອບ ຄຳຄິດເຫັນ ແລະຂໍ້ສະເໜີຈາກປະຊາຊົນ. ຫຼັງຈາກນັ້ນ, ທ່ານນາຍົກ ລັດຖະມົນຕີ ກໍ່ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ແຕ່ລະບັນ ຫາທີ່ປະຊາຊົນໃຫ້ຄວາມສົນໃຈ.

ໃນມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໃຫ້ກຽດ ໂອ້ລົມຕໍ່ການນຳຫຼັກ ແຫຼ່ງຂອງແຂວງອັດຕະປື ແລະເມືອງ ສະໜາມໄຊ ກໍ່ຄືຄະນະຮັບຜິດຊອບແກ້ໄຂ ແລະຟື້ນຟູເມືອງສະໜາມໄຊທີ່ສະໂມ ສອນຂອງເມືອງດັ່ງກ່າວ. ກ່ອນອື່ນແມ່ນ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບ ຄວາມຄືບໜ້າໃນການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງສະໜາມໄຊ ຈາກທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື. ການ ໂອ້ລົມຂອງທ່ານນາຍົກລັດຖະມົນຕີ ນັ້ນ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ພາກ ສ່ວນກ່ຽວຂ້ອງທີ່ສາມາດປະຕິບັດວຽກ ງານມີຜົນສຳເລັດ ແລະຄືບໜ້າເປັນ ກ້າວໆ; ໄດ້ຍົກໃຫ້ເຫັນສະພາບການແກ້ ໄຂໄພພິບັດໃນຂອບເຂດທົ່ວປະເທດ; ສະພາບຄວາມຮຽກຮ້ອງຄວາມຕ້ອງ ການ ໂດຍສະເພາະຄວາມຕ້ອງການ ການຊ່ວຍເຫຼືອທີ່ແທ້ຈິງຂອງປະຊາຊົນ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຕັ້ງຂຶ້ນ ເພື່ອໃຫ້ພາກສ່ວນ ທີ່ກ່ຽວຂ້ອງໄດ້ນຳໄປຄົ້ນຄວ້າ ແລະ ເພີ່ມຄວາມເອົາໃຈໃສ່ຕື່ມ ເປັນຕົ້ນເຮັດ ແນວໃດ ໃຫ້ປະຊາຊົນທີ່ຖືກຜົນກະທົບ ໄດ້ໄປຢູ່ເຮືອນຊົ່ວຄາວທັງໝົດໄວເທົ່າທີ່ໄວ ໂດຍໃຫ້ປຸກລະດົມຜູ້ຮັບຜິດຊອບເລັ່ງປະຕິບັດ, ຖ້າພາກສ່ວນກ່ຽວຂ້ອງ ມີຄວາມຫຍຸ້ງຍາກ ຫຼື ຕ້ອງການຊ່ວຍ ເຫຼືອຫຍັງ ກໍ່ໃຫ້ສຸມໃສ່ແກ້ໄຂ ຫຼື ແນະ ນຳຕາມຄວາມເໝາະສົມ; ເລັ່ງເຮັດ ເຮືອນຖາວອນໃຫ້ປະຊາຊົນໃຫ້ໄປຕາມ ຂັ້ນຕອນ ແລະລະບຽບການບົນພື້ນຖານ ຮັບປະກັນຄຸນນະພາບ ແລະມີປະສິດທິ ຜົນ; ຮີບຮ້ອນຄົ້ນຄວ້າຈັດສັນທີ່ຢູ່ອາ ໃສຖາວອນ, ພື້ນທີ່ທຳການຜະລິດ ແລະ ຟື້ນຟູອາຊີບໃຫ້ປະຊາຊົນ ໂດຍສະເພາະ ເນັ້ນໃສ່ການປູກ-ການລ້ຽງ ກໍ່ຄືຕາມທ່າ ແຮງ ແລະມູນເຊື້ອຂອງປະຊາຊົນ (ຂໍ ໃຫ້ລົງເລິກຊ່ວຍປະຊາຊົນແທ້ໆ); ໃຫ້ ສະຫຼຸບສັງລວມງົບປະມານທີ່ໄດ້ນໍາ ໃຊ້ໄປແລ້ວໃນໄລຍະຜ່ານມາ ເພື່ອສາ ມາດວາງແຜນປະຕິບັດໂຄງການຕ່າງໆ ຢ່າງຖືກຕ້ອງ ແລະມີປະສິດທິຜົນ; ສືບ ຮັກສາມູນເຊື້ອອັນດີງາມຂອງປະຊາ ຊົນເມືອງສະໜາມໄຊ ໂດຍສະເພາະມູນ ເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ມູນເຊື້ອດຸໝັ່ນ-ອາດຫານ, ຄວາມເດັດດ່ຽວໜຽວແໜ້ນສູ້ຊົນຜ່ານ ອຸປະສັກຕ່າງໆ ເພື່ອພ້ອມກັນຟື້ນຟູຊີວິດ ການເປັນຢູ່ໃຫ້ນັບມື້ດີຂຶ້ນເປັນກ້າວໆ, ກາຍເປັນບ້ານ ແລະເມືອງພັດທະນາ ໃນອະນາຄົດ.

ໃນໂອກາດຢ້ຽມຢາມ ແລະພົບປະ ໂອ້ລົມກັບປະຊາຊົນໃນຄັ້ງນີ້ທ່ານນາຍຍົກລັດຖະມົນຕີໄດ້ມອບເງິນຊ່ວຍເຫຼືອເມືອງສະໜາມໄຊ ຈຳນວນ 100 ລ້ານ ກີບ ແລະບັນດາບ້ານທີ່ໄດ້ຮັບຜົນກະທົບ ບ້ານລະ 10 ລ້ານກີບ, ຊຶ່ງລວມເງິນຊ່ວຍເຫຼືອຢູ່ເມືອງສະໜາມໄຊໃນຄັ້ງນີ້ເປັນ ເງິນຈຳນວນ 190 ລ້ານກີບ.