ປກສ ຈໍາປາສັກ ເພີ່ມທະວີປ້ອງກັນຄວາມສະຫງົບ

  ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກ ແລະມີຄວາມເປັນລະບຽບຮຽບຮ້ອຍຍີ່ງຂຶ້ນໃນປີ 2020 ນີ້ກອງບັນຊາການປ້ອງກັນຄວາມສະຫງົບສຸກແຂວງຈໍາປາສັກຈະໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຂອງຕົນຢ່າງຕັ້ງໜ້າ ແລະເຂັ້ມງວດຂຶ້ນ.

  ທ່ານ ພັທ ດອນສະຫວັນ ວົງສາຄໍາ ຮອງຫົວໜ້າຫ້ອງການ ປກສ ແຂວງຈໍາປາສັກ ໄດ້ຂຶ້ນກ່າວຜ່ານບົດສະຫຼຸບລາຍງານຄືນວຽກງານການເຄື່ອນໄຫວຊີ້ນໍາໆ ພາຈັດ ຕັ້ງປະຕິບັດບັນດາແຜນວຽກຂອງຄະນະກອງບັນຊາການ ປກສ ແຂວງຈໍາປາສັກໃນກອງປະຊຸມວຽກງານຂອງຕົນເມື່ອທ້າຍອາທິດທີ່ຜ່ານມາວ່າ: ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງຕິດພັນກັບການຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຕົ້ນແມ່ນບັນຫາການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ- 19, ບັນຫາການກໍ່ອາດສະຍາກໍາຕ່າງໆ, ຊຶ່ງໃນ 1 ອາທິດທີ່ຜ່ານມາທົ່ວແຂວງຈໍາປາສັກມີຄະດີອາຍາເກີດຂຶ້ນທັງໝົດ 3 ລາຍ, ລັກຊັບພົນລະເມືອງ 2 ລາຍ, ມີຜົນເສຍຫາຍລົດຈັກ 2 ຄັນ, ສາຍແອວທອງນາກ 1 ເສັ້ນ ລວມເປັນມູນຄ່າ 30 ກວ່າລ້ານກີບ,ໃນນີ້ສາມາດມ້າງຄະດີໄດ້ທັງໝົດ 4 ລາຍ, ກັກໂຕຜູ້ຕ້ອງຫາ 4 ຄົນ, ລັກຊັບພົນລະເມືອງ 2 ລາຍ, ກັກໂຕຜູ້ຕ້ອງຫາໄດ້ 2 ຄົນ, ເກັບກູ້ເຄື່ອງຂອງກາງໄດ້ງົວ 1 ໂຕ, ມູນຄ່າ 2 ລ້ານ 5 ແສນກີບໝາກກາເຟ 5 ສອບມູນຄ່າ 5 ແສນ ກີບ, ທໍາຮ້າຍຮ່າງການ 1 ລາຍ, ສາມາດມ້າງຄະດີຢາເສບຕິດໄດ້ 10 ລາຍ, ກັກໂຕຜູ້ຕ້ອງຫາໄດ້ 15 ຄົນ, ມີເຄື່ອງຂອງການ ແລະເຄື່ອງຂອງຕິດຕົວຢາບ້າຈໍານວນ 201 ແສນກວ່າເມັດ, ໂທລະສັບ 12 ໜ່ວຍ, ເງິນກີບ 2 ແສນກວ່າກີບ, ລົດໃຫຍ່ 1 ຄົນ, ລົດຈັກ 10 ຄັນ.

  ນອກຈາກນີ້ທ່ານຍັງໄດ້ກ່າວເນັ້ນຢໍ້າຈະໄດ້ເພີ່ມມາດຕາການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບສຸກ, ເພີ່ມທະວິໃຫ້ອ້າຍນ້ອງ ປກສ ເອົາໃສໃຈສູງ ຂຶ້ນໃນການປະຕິບັດເວນຍາມເພື່ອປ້ອງກັນເຮັດສັງຄົມມີຄວາມສະຫງົບສຸກ ແລະມີຄວາມເປັນລະບຽບຮຽບຮ້ອຍຍີ່ງຂຶ້ນ.

_________________

ຂຽນໂດຍ: ໂພທິຣາຊ

ຈາກໜັງສືພິມເສດຖະກິດ-ສັງຄົມ