ແຜນປ່ອຍກູ້ວົງເງິນ 100 ຕື້ກີບ ຂອງເອຊີລີດາເໝາະສົມກັບ SME

  SME ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ໄດ້ຂຶ້ນທະບຽນ ແລະ ດຳເນີນງານຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ການຈັດປະເພດຂະໜາດຂອງ SME ແມ່ນຂຶ້ນກັບຈຳນວນສະເລ່ຍຂອງພະນັກງານ, ຊັບສິນທັງໝົດ ແລະລາຍຮັບປະຈຳປີ, ການສະໜັບສະໜູນທາງດ້ານການເງິນລວມທັງການໃຫ້ກູ້ຢືມໄລຍະສັ້ນເປັນປັດໄຈສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາ SME ແລະເສດຖະກິດ-ສັງຄົມ.

 ທະນາຄານ ເອຊີລີດາລາວຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໃສທັດໃນການເປັນຜູ້ນຳທາງດ້ານທະນາຄານເພື່ອ SME ໃນ ສປປ ລາວ ໄດ້ປ່ອຍແຜນ ການສຳລັບເງິນກູ້ໄລຍະສັ້ນ 100 ຕື້ກີບ ສຳລັບ SME ດ້ວຍອັດຕາດອກເບ້ຍທີ່ເໝາະສົມໂດຍສະເພາະຂະແໜງກະສິກຳ, ການຄ້າ ແລະການບໍລິການ, ໃນລາວ, ສິນເຊື່ອປະເພດນີ້ຕ້ອງມີອັດຕາດອກເບ້ຍເລີ່ມແຕ່ 7,99% ຕໍ່ປີ ແລະມີໄລຍະກູ້ຢືມແຕ່ 3 ເດືອນ, 6 ເດືອນຈົນຮອດສູງສຸດ 12 ເດືອນນອກຈາກນີ້ໃນຖານະເປັນທະ ນາຄານເພື່ອ SME ແລະມີເຕັກໂນໂລຊີທີ່ທັນສະໄໝ Mobile App “ ACLEDA ToanChet (ທັນໃຈ),ທະນາຄານເອຊີລີດາໄດ້ຮັບໂອກາດໃນການໃຫ້ບໍລິການລູກຄ້າທຸກລະດັບດ້ວຍຜະລິດຕະພັນທະນາຄານທີ່ຫຼາກຫຼາຍ, ATMs (ຍິນດີຕ້ອນຮັບບັດເອທີເອັມຂອງ 14 ທະນາຄານໃນການຖອນເງິນສົດຜ່ານຕູ້ເອທີເອັມຂອງທະ ນາຄານເອຊີລີດາ ລາວຈຳກັດ) ແລະ ການໃຫ້ບໍລີການສິນເຊື່ອໄລະຍະກາງ ແລະ ຍາວໃນເມື່ອບໍ່ດົນມານີ້, ລູກຄ້າ SME ແຕ່ລະທ່ານ, ໂດຍສະເພາະທຸລະກິດຂະໜາດກາງ ແລະໃຫຍ່ສາມາດກູ້ຢືມກັບທະນາຄານເອຊີລີດາ ໄດ້ສູງສຸດເຖິງ 20 ຕື້ກີບ ຫຼືປະມານ 2,3 ລ້ານໂດລາສະຫະລັດ ອີງຕາມປະຫວັດຂອງລູກຄ້າ.

  ໃນໂອກາດສະເຫຼີມສະຫຼອງ 12 ປີ ແຫ່ງການດຳເນີນງານໃນ ສປປ ລາວ, ທະນາຄານເອຊີລີດາ ລາວຈຳກັດ ໄດ້ຖືກຈັດເປັນທະນາຄານທຸລະກິດອັນດັບ 1 ໃນການສ້າງວຽກເຮັດງານທຳໃນຂະແໜງການດັ່ງກ່າວໃຫ້ແກ່ປະຊາຊົນລາວ ແລະ ເປັນທະນາຄານແຫ່ງທຳອິດໃນລາວທີ່ໃຫ້ບໍລິການຖອນເງິນສົດຜ່ານຕູ້ເອທີເອັມໂດຍບໍ່ໃຊ້ບັດດ້ວຍການນຳໃຊ້ເລກ ລະຫັດ OTP. ACLEDA ToanChet (ທັນໃຈ) ທີ່ຊ່ວຍໃຫ້ລູກຄ້າສາມາດເຮັດທຸລະກຳໄດ້ທຸກວັນທຸກທີ່ທຸກເວລາ, ໃນລະດັບພາກພື້ນ, ກຸ່ມທະນາຄານເອຊີລີດາປະກອບມີທະນາຄານເອຊີລີດາມະຫາຊົນຊຶ່ງສ້າງຕັ້ງຂຶ້ນຕັ້ງແຕ່ປີ 1993 ແລະບໍລິສັດລູກທີ່ດຳເນີນທຸລະກິດຢູ່ປະເທດກຳປູເຈຍ, ລາວ ແລະມຽນ ມາດ້ວຍມູນຄ່າຊັບສິນລວມທັງໝົດຫຼາຍກວ່າ 5 ຕື້ໂດລາສະຫະລັດ, ສາຂາ 316 ແຫ່ງ, ຕູ້ ATM 688ໜ່ວຍ ແລະ ຍັງໃຫ້ບໍລິການລູກຄ້າຫຼາຍລ້ານຄົນ ແລະ ບໍລິ ການໂອນເງິນທົ່ວໂລກ.

ສະໜັບສະໜູນໂດຍ: HONDA

________________

ໜັງສືພິມເສດຖະກິດ-ສັງຄົມ