ສາລະວັນ ກຽມໄມ້ 6 ແສນກວ່າເບ້ຍປູກທີ 1 ມິຖຸນາ

  ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ19 ພຶດສະພາ 2020 ນີ້ວ່າ: ໃນ ປີ 2020 ແຂວງສາລະວັນ ໄດ້ກຳນົດຕົວເລກສູ້ຊົນໃນການເກັບແກ່ນໄມ້ໃຫ້ໄດ້ 600 ກວ່າກິໂລ, ກ້າເບ້ຍໄມ້ໃຫ້ໄດ້ 7 ແສນເບ້ຍ, ປູກປ່າໃຫ້ໄດ້ 450 ເຮັກຕາ, ຟື້ນຟູປ່າໄມ້ໃນ 3 ປະເພດຄື: ປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ,ປ່າຜະລິດແຫ່ງຊາດໃຫ້ໄດ້ 16.993 ກວ່າເຮັກຕາ, ແລະຂຶ້ນທະບຽນສູນປູກໃຫ້ໄດ້ 1 ພັນເຮັກຕາ, ຜ່ານ ການຈັດຕັ້ງປະຕິບັດວຽກງານຕົວຈິງມາຮອດປະຈຸບັນສາມາດຜະລິດເບ້ຍໄມ້ໄດ້ແລ້ວ 6 ແສນກວ່າເບ້ຍ,  ເບ້ຍໄມ້ຄ້າງມາແຕ່ປີ 2019 ມີ26.000 ກວ່າເບ້ຍ, ຜະລິດໄດ້ໃນປີນີ້ມີ 5 ແສນກວ່າເບ້ຍປະກອບມີເບ້ຍໄມ້ 22 ຊະນິດຄື: ໄມ້ຂະຍູງ, ໄມ້ດູ່,ໄມ້ແຕ້ຂ່າ, ໄມ້ແຄນຫີນ, ໄມ້ແດງ, ໄມ້ບາກໄມ້ສົ້ມພາດ, ໄມ້ແຕ້ໜາມ, ໄມ້ຄູນ, ໄມ້ດູ່ລາຍ,ໄມ້ກະເລົາ, ໄມ້ດູ່ເລືອດ ແລະອື່ນໆ, ສ່ວນເປົ້າໝາຍຈະປູກໃນວັນທີ 1 ມິຖຸນານີ້ເນື່ອງໃນວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດທີ່ຈະໄດ້ກວມເອົາເປົ້າ ໝາຍຈະປູກ 450 ເຮັກຕາ, ໃນ 51 ຈຸດ ຂອງ 8 ຕົວເມືອງໂດຍຈະເລັ່ງໃສ່ປູກໃນຂອບເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ, ປ່າຜະລິດແຫ່ງຊາດຂອງແຂວງ, ເມືອງ ແລະຂອງບ້ານທີ່ໄດ້ກຳນົດໄວ້,

  ແຂວງສາລະວັນ ມີສວນກ້າເບ້ຍທົ່ວແຂວງທັງໝົດ 12 ແຫ່ງ, ໃນນັ້ນໄດ້ສຳເລັດການຈັດສົ່ງເບ້ຍໄມ້ທີ່ຈະປູກໃນວັນທີ 1 ມິຖຸນາໃຫ້ທຸກເມືອງໂດຍໄດ້ມອບໃຫ້ຫ້ອງ ການກະສິກຳ ແລະປ່າໄມ້ເມືອງເປັນເຈົ້າການຈັດຕັ້ງປະຕິບັດພ້ອມທັງນໍາພາທຸກພາກສ່ວນໃນສັງຄົມຮ່ວມແຮງຮ່ວມໃຈກັນປູກເພື່ອຄືນຄວາມອຸດົມສົມບູນໃຫ້ກັບທຳມະ ຊາດຢ່າງເປັນຂະບວນການຟົດຟື້ນ ແຕ່ຕ້ອງປະຕິບັດມາດຕະການໃນການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ,

  ຈາກນັ້ນທ່ານຫົວໜ້າພະແນກກະສິກຳ ແລະປ່າໄມ້ໄດ້ຍັງຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຍົກສູງຄວາມຮັບຜິດຊອບພາຍຫຼັງທີ່ປູກຕົ້ນໄມ້ແລ້ວຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາເພື່ອເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ຂະຫຍາຍຕົວ ແລະກາຍເປັນປ່າກວມອັດຕາສ່ວນສູງແນໃສ່ໃຫ້ບັນລຸຕາມຍຸດທະສາດປີ 2020 ເຮັດໃຫ້ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວແຂວງ.

-----------------

ຂຽນໂດຍ: ທິດລານີ ໂຄດໂຍທາ

ໜັງສືພິມເສດຖະກິດ-ສັງຄົມ