ອາເມລິກາ ມອບສະບຽງອາຫານ 1,2 ພັນກວ່າໂຕນ ໃຫ້ໂຮງຮຽນຊ້ວງໂຄວິດ-19

 ລັດຖະບານສະຫະລັດອາເມລິກາໄດ້ສະໜັບສະໜູນເຂົ້າສານ ແລະໝາກຖົ່ວ 1,290 ໂຕນໃຫ້ແກ່ລັດຖະບານລາວເພື່ອປະກອບສ່ວນຊ່ວຍເຫຼືອບັນດາໂຮງຮຽນ ປະຖົມໃນທົ່ວປະເທດໃນສະພາວະຂອງການລະບາດຂອງໂຄວິດ-19 ໂດຍຜ່ານອົງການອາຫານໂລກ WFP ໄດ້ສະໜັບສະໜູນ ແລະຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ.


  ພິທີມອບຮັບໄດ້ຈັດຂຶ້ນວັນທີ 19 ພຶດສະພາ 2020 ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າມອບໂດຍທ່ານ ປີເຕີ ເອັມ ເຮມອນເອກອັກຄະລັດສະທູດສະຫະລັດອາເມ ລິກາປະຈຳລາວ ແລະທ່ານ ຢານ ເດວບາເລີຜູ້ອຳນວຍການ ແລະຜູ້ຕາງໜ້າຂອງອົງການອາຫານໂລກປະຈຳລາວ ມີທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງສຶກສາທິການ ແລະກີລາເຂົ້າຮ່ວມ ທ່ານ ປີເຕີ ເອັມ ເຮມອນກ່າວວ່າ: ໃນທ່າມກາງພາວະວິກິດຂອງການລະບາດຂອງໄວຣັດໂຄວິດ-19 ສະຫະລັດອາ ເມລິກາໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ວຽກງານອາຫານທ່ຽງໃຫ້ແກ່ໂຮງຮຽນຊັ້ນປະຖົມໃນເຂດຫ່າງໄກສອກຫຼີກໃນລາວອາຫານທ່ຽງຊ່ວຍໃຫ້ເຮັດໃຫ້ຜົນການຮຽນຂອງພວກຂົາດີຂຶ້ນ ແລະເພີ່ມອັດຕາການເຂົ້າໂຮງຮຽນຂອງພວກເຂົາໂດຍສະເພາະເດັກຜູ້ຍິງສຳລັບເຄື່ອງທີ່ໃຫ້ຊ່ວຍເຫຼືອຄັ້ງນີ້ຈຳນວນ 68 ຕູ້ຄອນເທນເນີ້ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ລວມທັງໝົດ 1.290 ໂຕນຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງຂອງເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90 ພັນຄົນໃນເຂດຊົນ ນະບົດຂອງ ສປປ ລາວ ເຊິ່ງຈະເລີ່ມຕົ້ນໃນສົກຮຽນໜ້າໃນເດືອນກັນຍາທີ່ຈະມາເຖິງນີ້ເນື່ອງຈາກໄລຍະນີ້ມີການລະບາດໂຄວິດ-19 ເດັກນ້ອຍກຸ່ມນີ້ຈຳເປັນຕ້ອງມີອາ ຫານທ່ຽງໃນໂຮງຮຽນເພາະມັນມີຄຸນຄ່າທາງໂພຊະນາການພຽງຄາບດຽວທີ່ພວກເຂົາໄດ້ຮັບປະທານ.


  ທ່ານ ຢານ ເດວບາ ກ່າວຕື່ມອີກວ່າໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການອາຫານໂລກໄດ້ຈັດຕັ້ງປະຕິບັດແມ່ນເຄືອຂ່າຍຄວາມປອດໄພທາງສັງຄົມສຳລັບຫຼາຍໆຄອບຄົວທີ່ທຸກຍາກ ແລະ ມີຄວາມສ່ຽງພວກເຮົາຮູ້ຈາກການປະເມີນຜົນຄວາມໝັ້ນຄົງດ້ານສະບຽງອາຫານ ແລະກະສິກຳທີ່ພວກເຮົາໄດ້ເຮັດວຽກຮ່ວມກັນກັບອົງການອາຫານ ແລະການກະເສດ FAO ເມື່ອບໍ່ດົນມານີ້ວ່າ,ຢູ່ໃນໄລຍະຂອງການກັກໂຕຜູ້ທຸກຍາກຈະປະສົບບັນຫາໜັກທີ່ສຸດໂດຍສະເພາະແມ່ນການເຂົ້າເຖິງແຫຼ່ງອາຫານ, ເພາະ ສ່ວນໃຫ່ຍລາຍຮັບຕົ້ນຕໍແມ່ນມາຈາກ ການອອກແຮງງານ ດັ່ງນັ້ນຄວາມກັງ ວົນຂອງພວກເຮົາແມ່ນເດັກນ້ອຍເຫຼົ່ານັ້ນທີ່ມາຈາກຄອບຄົວດັ່ງກ່າວອາດຈະບໍ່ໄດ້ຮັບອາຫານພຽງພໍ ຫຼືເທົ່າທີ່ຄວນຈາກການປິດໂຮງຮຽນ,ພວກເຂົາອາດຈະຕ້ອງໄດ້ອອກໂຮງຮຽນເພື່ອຊ່ວຍຄອບຄົວຂອງພວກເຂົາໃນການທຳມາຫາກິນເພື່ອໃຫ້ຄອຍຄົວສາ ມາດມີອາຫານ ແລະຊີວິດຢູ່ລອດໃນຂະນະທີ່ໂຮງຮຽນກຳລັງລີ່ມທີ່ຈະເປີດໃໝ່ເທື່ອລະກ້າວພວກເຮົາໄດ້ເອົາໃຈໃສ່ ແລະໃຫ້ຄວາມສຳຄັນທີ່ສຸດກັບມາດຕະຖານຄວາມປອດໄພມາດຕະຖານດ້ານສຸຂະນາໄມ ແລະມາດຕະການໄລຍະຫ່າງທາງສັງຄົມຕະຫຼອດຮອດການຂົນສົ່ງ ແລະການຈັດສົ່ງອາຫານໄປໃນຊຸມຊົນຕ່າງໆ.

---------------

ໜັງສືພິມເສດຖະກິດ-ສັງຄົມ