ເຕືອນ! ຢ່າຫຼົງກົນລວງແຫຼ່ງທຶນກ້ອນໃຫຍ່ຈາກນອກເຂົ້າລາວ

   ໃນປະຈຸບັນບັນຫາເສດຖະກິດ, ການເງິນ-ເງິນຕາຂອງໂລກພວມຢູ່ໃນພາວະຫຼໍ່ແຫຼມ, ມີຄວາມສ່ຽງທີ່ເກີດຈາກຫຼາຍປັດໄຈຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດທະນາຂອງຫຼາຍປະເທດລວມທັງ ສປປ ລາວ ໃນຂະນະດຽວກັນ; ກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ເປັນຄົນລາວ ແລະຄົນຕ່າງດ້າວທີ່ຢູ່ພາຍໃນ ແລະຕ່າງປະເທດໄດ້ເຄື່ອນໄຫວສວຍໃຊ້ຊ່ອງຫວ່າງໃນເງື່ອນໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງພວກເຮົາເພື່ອຕົວະຍົວະຫຼອກລວງ, ຊັກຊວນ, ດຶງດູດປະ ຊາຊົນເຮົາລວມທັງພະນັກງານຈຳນວນໜຶ່ງທີ່ບໍ່ຮູ້ເທົ່າເຖິງການເຂົ້າຮ່ວມຂະບວນການໃນຫຼາຍຮູບແບບດ້ວຍການໂຄສະນາຜ່ານປາກຕໍ່ປາກ, ພົບປະສັງສັນ, ແລກປ່ຽນ-ຮ່ວມມືໂດຍກົງ ແລະທາງອ້ອມໂດຍແອບອ້າງວ່າ: ພວກເຂົາມີ “ເງິນຕາຕ່າງປະເທດມະຫາສານຢູ່ປະເທດນັ້ນ, ປະເທດນີ້ ແລະມີຄວາມຈິງໃຈທີ່ຢາກນໍາເອົາກ້ອນເງິນເຫຼົ່ານັ້ນເຂົ້າມາພັດທະນາສ້າງສາ

  ປະເທດວ່າຊັ້ນ!” ເຮັດໃຫ້ກຸ່ມຄົນຈໍານວນໜຶ່ງຫຼົງເຊື່ອແລ້ວວີ້ງເຕັ້ນເຂົ້າຫາພາກລັດເພື່ອໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າພິຈາລະນາຊຶ່ງຄໍາໂຄສະນາດັ່ງກ່າວ ເປັນກົນອຸບາຍ, ຂີ້ຕົວະ, ບໍ່ມີມູນຄວາມຈິງ, ບໍ່ມີໂຕຕົນທັງໝົດເປັນພຽງແອບແຝງ, ປັ່ນປ່ວນແນໃສ່ເຮັດໃຫ້ເສດຖະກິດຂອງຊາດກໍ່ຄືພາບພົດຂອງການຈັດຕັ້ງລັດເສຍຫາຍ.

  ໃນໄລຍະຜ່ານມາກຸ່ມຄົນດັ່ງກ່າວໄດ້ມີການວິ້ງເຕັ້ນ, ເປົ່າຫູ, ສະເໜີໃຫ້ຄ່າບໍລິການແກ່ບຸກຄົນຈໍານວນໜຶ່ງເພື່ອເຂົ້າຮ່ວມໃນຂະບວນການດັ່ງກ່າວໂດຍໄດ້ແອບອ້າງວ່າ: ຕົນເອງສາມາດລະດົມແຫຼ່ງທຶນທີ່ເປັນເງິນຕາຕ່າງປະເທດຈໍານວນມະຫາສານ, ຫຼາຍຮ້ອຍຕື້ໂດລາຢູ່ອົງການ ຫຼື ທະນາຄານໃດໜຶ່ງຢູ່ຕ່າງປະ ເທດຊຶ່ງໄດ້ມີຢູ່ສະຖາບັນການເງິນ ຫຼື ທະນາຄານຂອງຕ່າງປະເທດໂດຍມີເປົ້າໝາຍນໍາເອົາເງິນຈໍານວນດັ່ງກ່າວເຂົ້າມາພັດທະນາປະເທດ; ເຮັດໃຫ້ບຸກຄົນຈໍານວນໜຶ່ງຫູເບົາໃຈງ່າຍ, ຫຼົງເຊື່ອຢາກລວຍທາງລັດ, ຕາຕີ່ຕາໂຕແລ່ນຈົນຫົວປິ່ນໂດຍໄດ້ວິ້ງເຕັ້ນໄປຫາຂະແໜງການກ່ຽວຂ້ອງ, ຜູ້ທີ່ມີບົດບາດອໍານາດເພື່ອຂໍ ຄໍາເຫັນໃຫ້ຢໍາເກງໃຫ້ຂະແໜງການກ່ຽວຂ້ອງມີການຄົ້ນຄວ້າ ຫຼື ອອກເອກະສານຢັ້ງຢືນໃດໜຶ່ງເພື່ອນຳໄປແອບອ້າງສະແຫວງຫາຜົນປະໂຫຍດນໍາສະຖາ ບັນການເງິນຢູ່ພາຍໃນ ແລະສາກົນ. ມີກຸ່ມຄົນຈໍານວນໜຶ່ງຍອມເສຍເງິນ, ຄໍາຂອງຕົນລົງທຶນໄປກ່ອນເພື່ອຄາດຫວັງຜົນປະໂຫຍດຕອບແທນສ່ວນແບ່ງໃນ ຕໍ່ໜ້າ. ແຕ່ໃນທີ່ສຸດກໍ່ບໍ່ໄດ້ຮັບອີ່ຫຍັງເລີຍເປັນພຽງກົນອຸບາຍເພື່ອຫຼອກລວງ, ສ້າງຄວາມສັບສົນ ແລະຫຍຸ້ງຍາກຂະແໜງການກ່ຽວຂ້ອງ.

   ຕໍ່ບັນຫາດັ່ງກ່າວ, ເຖິງວ່າປະເທດເຮົາໄດ້ມີນະໂຍບາຍເປີດກວ້າງຮັບເອົາການລົງທຶນຈາກຕ່າງປະເທດ ແລະມີຄວາມຕ້ອງການທາງດ້ານແຫຼ່ງທຶນຢ່າງຫຼວງ ຫຼາຍເພື່ອພັດທະນາປະເທດແຕ່ຕ້ອງຮັບປະກັນວ່າແຫຼ່ງທຶນເຫຼົ່ານັ້ນບໍ່ໄດ້ມາຈາກການກະທໍາທີ່ຜິດກົດໝາຍ, ມີແຫຼ່ງທີ່ມາທີ່ມີຕົວຕົນ, ຫາກມີຈິງແທ້ແມ່ນບໍ່ຈຳເປັນຈະເຕັ້ນແຮ້ງ-ເຕັ້ນກາໃຫ້ໂອນເຂົ້າມາຈໍານວນໃດໜຶ່ງກ່ອນກໍ່ໄດ້ໂດຍຜ່ານລະບົບທະນາຄານຕາມກົດໝາຍທີ່ກ່ຽວຂ້ອງ. ໃນກົດໝາຍວ່າດ້ວຍການຄຸ້ ມຄອງເງິນຕາຕ່າງປະເທດ (ເລກທີ 034/ປປທ, ລົງວັນທີ 30-01-2015), ມາດຕາ 13 ການໂອນເງິນຕາຕ່າງປະເທດລະບຸວ່າ: ຜູ້ມີ ແລະບໍ່ມີພູມລໍາເນົາຢູ່ ສປປ ລາວ ສາມາດໂອນເງິນຕາຕ່າງປະເທດເຂົ້າ ສປປ ລາວ ໂດຍບໍ່ຈໍາກັດຈໍານວນ.ມາດຕາ 14 ການນໍາເງິນຕາເປັນເງິນສົດເຂົ້າ-ອອກ ສປປ ລາວ ລະບຸໄວ້ວ່າ: ຜູ້ມີ ແລະ ບໍ່ມີພູມລໍາເນົາຢູ່ ສປປ ລາວ ສາມາດນໍາເງິນຕາເປັນເງິນສົດເຂົ້າ ສປປ ລາວ ຕາມຈໍານວນທີ່ທະນາຄານແຫ່ງ ສປປ ລາວກໍານົດ, ຖ້າເກີນຈໍານວນດັ່ງກ່າວ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ເພື່ອອອກເອກະສານຢັ້ງຢືນ. ໃນກໍລະນີມີເອກະສານຢັ້ງຢືນກ່ຽວກັບການນຳເງິນ ຕາເຂົ້າ ສປປ ລາວ ສາມາດແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນເພື່ອນຳເງິນຕານັ້ນອອກ ສປປ ລາວ.

  ສະເພາະການນຳທຶນເຂົ້າ-ອອກ ສປປ ລາວ ຢູ່ມາດຕາ 24 ການນຳທຶນ ເຂົ້າມາລົງທຶນຂອງຕ່າງປະເທດໃນກົດໝາຍດັ່ງກ່າວ ໄດ້ລະບຸວ່າ: ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງຂອງຕ່າງປະເທດທີ່ມີຈຸດປະສົງມາລົງທຶນຢູ່ ສປປ ລາວ ຕ້ອງນຳເງິນທຶນເຂົ້າມາຜ່ານລະບົບທະນາຄານ ແລະເປີດບັນຊີເງິນຝາກນຳທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ການນຳທຶນທີ່ເປັນເງິນຕາຕ່າງປະເທດ ແລະເປັນວັດຖຸເຂົ້າມາຕົວຈິງນັ້ນຕ້ອງນຳເອກະສານມາຢັ້ງຢືນນຳທະນາຄານແຫ່ງ ສປປ ລາວ ຕາມລະບຽບການ.

   ພ້ອມນີ້, ໃນກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ (ສະບັບເລກທີ   012/ປປທ, ລົງວັນທີ 04.02.2015)ມາດຕາ 26 ກໍໄດ້ລະບຸໄວ້ວ່າ: ການພົວພັນກັບທະນາຄານຕົວແທນ; ສະຖາບັນການເງິນທີ່ມີການພົວພັນທຸລະກິດກັບທະ ນາຄານຕົວແທນ ຫຼື ມີການພົວພັນອື່ນທີ່ຄ້າຍຄືກັນຕ້ອງປະຕິບັດດັ່ງນີ້: 1. ກວດກາຄືນຖານະນິຕິບຸກຄົນຂອງທະນາຄານຕົວແທນທີ່ຕົນພົວ ພັນທຸລະກິດນຳ; 2. ເກັບກຳຂໍ້ມູນຂ່າວສານກ່ຽວກັບລັກສະນະດຳເນີນທຸລະກິດຂອງທະນາຄານຕົວແທນ; 3. ປະເມີນກ່ຽວກັບຄວາມເຊື່ອຖື ແລະການດໍາເນີນວຽກງານຄຸ້ມຄອງ ແລະກວດກາຂອງທະນາຄານຕົວແທນ; ປະເມີນການຈັດຕັ້ງປະຕິບັດວຽກງານຕ້ານ ແລະສະກັດກັ້ນການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງທະນາຄານຕົວແທນ ແລະ 5. ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງໃນການເປີດສາຍພົວພັນທຸລະກິດກັບທະນາ ຄານຕົວແທນ. ຖ້າວ່າທະນາຄານຕົວແທນຫາກມີການພົວພັນທຸລະກິດ ຫຼື ເຮັດທຸລະກໍາກັບທະນາຄານທີ່ບໍ່ມີຕົວຕົນ ຫຼື ບໍລິສັດໃນກຸ່ມນັ້ນຫົວໜ່ວຍທີ່ມີໜ້າ ທີ່ລາຍງານຕ້ອງບໍ່ສ້າງ ຫຼື ບໍ່ສືບຕໍ່ສາຍພົວພັນທຸລະກິດກັບທະນາຄານຕົວແທນ ຫຼື ບໍລິສັດໃນກຸ່ມດັ່ງກ່າວ.

ໃນກົດໝາຍດັ່ງກ່າວ, ມາດຕາ 50 ໄດ້ມີຂໍ້ຫ້າມທົ່ວໄປໄດ້ລະບຸວ່າ: ຫ້າມບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງມີພຶດຕິກໍາກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຄື: 1. ພົວພັນ ຫຼື ເຂົ້າຮ່ວມກັບການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ 2. ພົວພັນທຸກຮູບແບບ ຫຼື ໃຫ້ການຊ່ວຍເຫຼືອແກ່ຜູ້ຟອກເງິນ ແລະຜູ້ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ 3. ເປັນສື່ກາງ, ໃຫ້ສິນບົນແກ່ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະອື່ນໆ.

  ທັງໝົດທີ່ກ່າວມານັ້ນສະແດງໃຫ້ເຫັນປາກົດການຫຍໍ້ທໍ້ທາງດ້ານເສດຖະກິດທີ່ເປັນໄພອັນຕະລາຍກໍ່ໃຫ້ເກີດຄວາມບໍ່ສະຫງົບທາງສັງຄົມຊຶ່ງຈະກໍ່ໃຫ້ເກີດການສໍ້ໂກງຈາກການເຄື່ອນໄຫວຂອງກຸ່ມຄົນບໍ່ດີດັ່ງກ່າວ; ສະນັ້ນເພື່ອຕ້ານ ແລະສະກັດກັ້ນບັນຫາດັ່ງກ່າວ, ຂໍໃຫ້ທຸກພາກສ່ວນ, ອົງການຈັດຕັ້ງລັດ-ເອກະ ຊົນ, ປະຊາຊົນ ແລະເຈົ້າໜ້າທີ່ຕ້ອງຮ່ວມແຮງຮ່ວມໃຈເປັນເຈົ້າການຕ້ານ ແລະສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີດັ່ງກ່າວ; ຢ່າໃຫ້ການຮ່ວມມືທຸກຮູບແບບ ແລະຢ່າຫຼົງເຊື່ອຕໍ່ກົນອຸບາຍຂອງກຸ່ມຄົນພວກນີ້ຢ່າງເດັດຂາດ, ພວກເຮົາຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່, ຊອກໃຫ້ເຫັນ, ຈັບໃຫ້ໄດ້ບຸກຄົນ ຫຼື ກຸ່ມແກ້ງທີ່ເຄື່ອນໄຫວບໍ່ດີ ແລະທັບມ້າງໃຫ້ໝົດໄປ, ບໍ່ປະປ່ອຍໃຫ້ພວກເຂົາເຄື່ອນໄຫວຢ່າງລອຍນວນຕໍ່ໄປ; ຖ້າກໍລະນີພົບເຫັນຢູ່ບ່ອນໃດຕ້ອງລາຍງານໃຫ້ເຈົ້າໜ້າທີ່ຕໍາຫຼວດ ແລະພາກສ່ວນກ່ຽວຂ້ອງໂດຍດ່ວນເພື່ອນໍາເອົາພວກເຂົາມາລົງໂທດຕາມກົດໝາຍບ້ານເມືອງ ແລະດັ່ງຄໍາກ່າວທີ່ວ່າ: “ເຊືອດໄກ່ໃຫ້ລີງເບິ່ງ” ເຮັດຈັ່ງຊີ້ບັນຫາຈຶ່ງຈະໝົດໄປ.