ກວດກາພາສີ ສາລະວັນຕ້ານລັກລອບໜີພາສີທຸກຮູບແບບປີນີ້ວາງເປົ້າລາຍຮັບ 67 ຕື້ກວ່າກີບ

  ໃນປີ 2020 ວຽກງານຂະແໜງພາສີທົ່ວແຂວງສາລະວັນໄດ້ຮັບຕົວເລກແຜນການທັງໝົດ 67 ຕື້ກວ່າກີບ, ໃນນັ້ນ, ສະເພາະກອງກວດກາພາສີປະຈຳແຂວງສາລະວັນໄດ້ຮັບຕົວເລກແຜນການ 8,5 ຕື້ກວ່າກີບ, ດ່ານພາສີສາກົນລະໄລ 57 ຕື້ກວ່າກັບ, ດ່ານພາສີທ້ອງຖິ່ນປາກຕາພານ 1,5 ຕື້ກວ່າກີບ.

  ທ່ານ ແສງເພັດ ສີສຸລາດ ຫົວໜ້າກອງກວດກາພາສີປະຈຳແຂວງສາລະວັນໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງພາສີທົ່ວແຂວງສາລະວັນໃນໄລຍະຜ່ານມາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໂດຍສະເພາະຢູ່ກອງກວດກາພາສີປະຈຳແຂວງ,ຍັງຂາດຫ້ອງການບ່ອນປະຈຳການເຮັດວຽກ, ສຳລັບດ່ານພາສີສາກົນລະໄລສະຖານທີ່ການຄ່ຽນຖ່າຍສິນຄ້າເຄື່ອງຂອງຍັງພົບຄວາມຫຍຸ້ງຍາກ, ຂາດລະບົບເຄື່ອງມືທັນສະໄໝເຂົ້າໃນການກວດເຊັັກສິນຄ້າເຂົ້າ-ອອກ ແລະບັນຫາອື່ນໆ.

  ຄຽງຄູ່ກັນນັ້ນ, ຍັງມີຂໍ້ສະດວກກໍຄືດ້ານດີທີ່ຂັ້ນເທິງໄດ້ໃຫ້ທິດຊີ້ນຳ-ນໍາພາຢ່າງໃກ້ຊິດ, ອໍານາດການປົກຄອງແຕ່ລະຂັ້ນໄດ້ໃຫ້ການຮ່ວມມືເປັນຢ່າງດີ, ປະສານສົມທົບກັບອຳນາດການປົກຄອງ ທ້ອງຖິ່ນ, ຂະແໜງການກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງພາສີ, ປັບປຸງລະບົບການຈັດຕັ້ງໃຫ້ສອດຄ່ອງກັບລະບຽບຫຼັກການ, ສະຫຼຸບສ່ອງແສງລາຍງານໃຫ້ສາຍຕັ້ງ-ສາຍຂວາງຢ່າງເປັນປົກກະຕິເອົາໃຈໃສ່ກວດກາຕ້ານ ແລະ ສະກັດກັ້ນສິນຄ້າລັກລອບໜີພາສີທຸກຮູບແບບຢູ່ ຕາມລຽບຊາຍແດນຂອງບັນດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນຢ່າງເປັນປະຈຳ ແລະປົກກະຕິ.

 ສຳລັບປີ 2020 ໄດ້ຮັບຕົວເລກແຜນການທັງໝົດ 67 ຕື້ກວ່າກີບ, ໃນນັ້ນ, ສະເພາະກອງກວດກາພາສີປະຈຳແຂວງສາລະວັນໄດ້ຮັບຕົວເລກແຜນການ 8,5 ຕື້ກວ່າກີບ, ດ່ານພາສີສາກົນລະໄລ 57 ຕື້ກວ່າກັບ, ດ່ານພາສີທ້ອງຖິ່ນປາກຕາພານ 1,5 ຕື້ກວ່າກີບ ສະນັ້ນ, ເພື່ອເຮັດໃຫ້ບັນລຸຕາມແຜນການໄດ້ມີມາດຕະການຫຼາຍຢ່າງເປັນຕົ້ນ: ເລັງໃສ່ການສຶກສາອົບຮົມໃຫ້ສະມາຊິກພັກພະນັກງານເຊື່ອມຊືມບັນດາແນວທາງນະໂຍບາຍຂອງພັກກຳແໜ້ນລະບຽບກົດໝາຍຂອງລັດ, ເອົາໃຈໃສ່ຄົ້ນຄວ້າບັນດາມະຕິຂອງພັກ, ລະບຽບກົດໝາຍຂອງລັດໃຫ້ເຂົ້າໃຈເລິກເຊິ່ງ,ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີຄວາມເຂັ້ມແຂງຮອບດ້ານ,ຖືເອົາການສຳຫຼວດກວດກາຕີລາຄາເປັນພື້ນຖານ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ຮັບປະກັນໜ້າທີ່ຮັບຜິດຊອບໃຫ້ສຳເລັດຕາມລະດັບຄາດໝາຍ.

  ທ່ານ ແສງເພັດ ສີສຸລາດ ຫົວໜ້າກອງກວດກາພາສີປະຈຳແຂວງສາລະວັນເນັ້ນຕື່ມອີກວ່າ: ນອກນັ້ນ, ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະ ນັກງານ-ເຈົ້າໜ້າທີ່ພາສີໃນການເຄື່ອນໄຫວວິຊາສະເພາະຕາມພາລະບົດບາດສິດ ແລະໜ້າທີ່ຂອບເຂດກຳນົດໄວ້, ປະຕິບັດລະບຽບກົດໝາຍ, ນິຕິກຳທີ່ກ່ຽວຂ້ອງ, ຊັບຊ້ອນຈັດວາງ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານເຂົ້າໃສ່ແຕ່ລະໜ້າວຽກເພື່ອໃຫ້ແທດເໝາະກັບວຽກງານວິຊາສະເພາະຕົວຈິງຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການ, ສືບຕໍ່ຈັດຕັ້ງວຽກງານໂດຍຖືເອົາກົດໝາຍພາສີ ແລະລະບຽບການ ທີ່ກ່ຽວຂ້ອງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຢ່າງເຂັ້ມງວດ, ຕ້ານ ແລະສະກັດກັ້ນການລັກລອບໜີພາສີທຸກຮູບແບບຕາມເຂດຊາຍແດນ ແລະຈຸດອື່ນໆທີ່ເຫັນວ່າມີການລັກລອບ, ເອົາໃຈໃສ່ຕິດຕາມກວດກາການນຳເຂົ້າສິນຄ້າຈາກດ່ານ, ສິນຄ້າເຄື່ອນຍ້າຍທີ່ໄດ້ເສຍພາສີໃນການນຳເຂົ້າຕາມນະໂຍບາຍສົ່ງເສີມລົງທຶນເອົາໃຈໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງແຕ່ລະຂັ້ນເພື່ອຄວາມເປັນເອກະ ພາບໃນການຈັດຕັ້ງວຽກງານວິາສະເພາະໃຫ້ມີຄວາມຮັດກຸມຂຶ້ນຕື່ມ, ຕິດຕາມກວດກາ,ປະເມີນຜົນບັນດາໜ້າວຽກທີ່ໄດ້ມອບໝາຍ,ແຕ່ລະຈຸງານມີຄວາມຮັບຜິດຊອບ.

 ພ້ອມນັ້ນ, ໄດ້ສະຫຼຸບລາຍງານສະພາບການຈັດຕັ້ງປະຕິບັດປະຈຳເດືອນ, ງວດ, ປີເພື່ອລາຍງານຂັ້ນເທິງຢ່າງເປັນປົກກະຕິ, ເພີ່ມທະວີຄວາມເປັນເຈົ້າການໃນການຕິດ ຕາມກວດກາການສົ່ງອອກ-ນຳເຂົ້າສິນຄ້າເຄື່ອງຂອງພານໃນດ່ານ ແລະນອກດ່ານເພື່ອຮັບປະກັນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

_______________

ຂຽນໂດຍກະຊວງການເງິນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ