ໃຊ້ງົບ 2,45 ຕື້ກີບ ປະຕິສັງຂອນພະທາດນາງລາວ

  ພະທາດນາງລາວເປັນພະທາດອົງໃຫຍ່ທີ່ສັກສິດຂອງປະຊາຊົນເມືອງວິລະບູລີ ແຂວງສະຫວັນນະເຂດ ທີ່ໄຫວ້ກະລະບູຊາປົກປັກຮັກສາ, ເຮັດບຸນສິນກິນທານ ແລະສະເຫຼີມສະຫຼອງງານບຸນປະເພນີໃນເດືອນສາມເພັງຂອງທຸກໆປີແຕ່ຍ້ອນອາຍຸການເວລາຜ່ານໄປຫຼາຍປີພະທາດເລີຍຂຸເຈື່ອນ ແລະເພພັງລົງຈຳເປັນຕ້ອງໄດ້ຮັບປະຕິສັງຄອນຄືນໃໝ່ຊຶ່ງໄດ້ໃຊ້ງົບປະມານ 2,45 ຕື້ກີບ ປະຈຸບັນສຳເລັດແລ້ວ.

  ອີງໃສ່ຂໍ້ມູນຈາກຫ້ອງການຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງວິລະບູລີໃຫ້ຮູ້ວ່າ: ພະທາດນາງລາວໄດ້ຖືກສ້າງຂຶ້ນໃນປີໃດນັ້ນແມ່ນບໍ່ໄດ້ລະບຸໄວ້ລະອຽດແຕ່ສັນນິຖານວ່າອາດຈະສ້າງຂຶ້ນໃນໄລຍະຊ່ວງປີ ຄສ 1839 ຫາ 1842 ໂດຍການນຳພາຂອງພະນາງຄຳເພົາ ຊຶ່ງເປັນມະເຫສີອົງທີ 6 ຂອງພະເຈົ້າອານຸວົງທັງ

  ເປັນລູກສາວອຸປະລາດຫຼວງພະບາງພະນາງຄຳເພົາເປັນຜູ້ທີ່ນຳເອົານາຍຊ່າງກໍ່ສ້າງພະທາດເຈດີຈາກເມືອງຫຼວງພະບາງມານຳພາປະຊາຊົນກໍ່ສ້າງພະທາດເພື່ອກວມຫຼຸມຝັງຊ້າງງານິນກ້ຽວອອກທີ່ພະເຈົ້າອານຸວົງມອບໃຫ້ເປັນຊ້າງມິ່ງເມືອງຂອງເມືອງວັງ-ອ່າງຄຳ.

  ພະທາດນາງລາວມີໂຄງສ້າງດ້ານສິລະປະ ແລະສະຖາປັດຕະຍະກໍາແບບຫຼວງພະບາງ ຫຼື ລ້ານຊ້າງຕອນເໜືອ, ມີຖານເປັນຮູບ 4 ຫຼ່ຽມຈະຕຸລັດ ແລະ ມີລວງສູງ 12 ແມັດສ່ວນຖານຮູບ 4 ຫຼ່ຽມຈະຕຸລັດຂອງທາດເປັນຖານແບບຕໍ່ປະກອບ 3 ຖ້ານ, ມີເຕົ້າທາດເປັນຮູບ 8 ຫຼ່ຽມປະດັບດ້ວຍບົວຂວາມ ແລະ ບົວຫງາຍ ແຕ່ເມື່ອການເວລາຜ່ານໄປຫຼາຍປີພະທາດນາງລາວເລີຍໄດ້ຂຸເຈື່ອນ ແລະເພພັງລົງຕາມອາຍຸການແຕ່ຍ້ອນພະທາດນາງລາວເປັນພະທາດອົງໃຫຍ່ ອັນສັກສິດຂອງຄູ່ບ້ານຄູ່ເມືອງຈຶ່ງໄດ້ບຸລະນະປະຕິສັງຄອນຄືນໃໝ່ເພື່ອໃຫ້ມີຮູບຮ່າງທາງສາສະໜາຄວາມສວຍງາມຢູ່ສະພາບເດີມໂດຍບໍລິສັດນັດທະວົງກໍ່ສ້າ ງ ແລະສ້ອມແປງເຄຫາສະຖານຈຳກັດເປັນຜູ້ຮັບເໝົາກໍ່ສ້າງບຸລະນະປະຕິສັງຂອນ.

   ໃນນັ້ນຊຶ່ງໄດ້ແບ່ງອອກເປັນ 2 ໄລຍະໃນການປົວແປງກໍ່ສ້າງຄື: ໄລຍະທີ່ໜຶ່ງແມ່ນໄດ້ບຸກເບີກອະນາໄມບໍລິເວນທາດຈັບແນວຫາຕີນທາດ ແລະ ໃສ່ຍອດເສ ດຕະສາດໂດຍເລີ່ມແຕ່ເດືອນເມສາຫາເດືອນກໍລະກົດ 2018 ສ່ວນໄລຍະທີສອງແມ່ນໄດ້ລົງມືບວກພະທາດ, ກໍ່ສ້າງປູລານເດີ່ນພາຍໃນ, ພາຍນອກກຳແ ພງແກ້ວ, ສ້າງຫໍໄຫວ້ ແລະອື່ນໆໂດຍເລີ່ມແຕ່ເດືອນທັນວາ 2018 ຫາເດືອນກຸມພາ 2019 ໂດຍໃຊ້ງົບປະມານກໍ່ສ້າງທັງໝົດ 2,45 ຕື້ກີບ.