ມອບ-ຮັບຫົວໜ້າຫ້ອງການ-ການເງິນ ເມືອງຊົນນະບູລີ

  ເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ເປັນໄປຕາມແຕ່ໄລຍະເຂົ້າໃສ່ການສ້າງສາພັດທະນາປະເທດຊາດບ້ານເມືອງເວົ້າສະເພາະເມືອງຊົນນະບູລີໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງພັກ, ດັ່ງນັ້ນໃນວັນທີ 14 ພຶດສະພາ 2020 ທີ່ສະໂມສອນເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບຫົວໜ້າຫ້ອງການ-ການເງິນເມືອງຊົນນະບູລີລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ພ້ອມທັງປະກາດຕົວແຕ່ງຕັ້ງຮອງຫົວໜ້າຫ້ອງການຍຸຕິທໍາເມືອງໂດຍການໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງ ທ່ານ ສຸວິໄລ ຫຼວງຊະລາດ ເລຂາພັກເມືອງເຈົ້າເມືອງຊົນນະບູລີ, ທ່ານ ພູຄໍາ ອາລົນທະວົງ ຄະນະພະແນກການເງິນແຂວງສະຫວັນນະເຂດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການເຂົ້າຮ່ວມ.

 ໃນພິທີ ທ່ານ ຄໍາປ້າຍ ເທບທອງແສນ ຫົວໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍທ່ານ ບົວຜັນ ໄຊຈັນທອນ ຫົວໜ້າຫ້ອງການເງິນເມືອງຊົນນະບູລີຜູ້ເກົ່າໄປປະຈໍາການຢູ່ຫ້ອງການ-ການເງິນເມືອງຈໍາ ພອນພ້ອມນີ້ໃນພິທີກໍ່ໄດ້ມີການເຊັນບົດບັນທຶກການມອບຮັບໜ້າທີ່ລະຫວ່າງ ທ່ານ ບົວຜັນ ໄຊຈັນທອນ ຫົວໜ້າຫ້ອງການ-ການ ເງິນເມືອງ(ຜູ້ເກົ່າ) ແລະ ທ່ານ ສຸລິຕ້າ ທິລະວົງ ຮັກສາການຫົວ ໜ້າຫ້ອງການ-ການເງີນເມືອງ (ຜູ້ໃໝ່).

  ຈາກນັ້ນໃນພິທີປະທານກໍ່ໄດ້ໂອ້ລົມພ້ອມທັງກ່າວເນັ້ນໜັກໃຫ້ຮັກສາການຫົວໜ້າຫ້ອງການ-ການເງິນເມືອງ (ຜູ້ໃໝ່) ຕ້ອງເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງຢ່າງເປັນປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນກວ່າເກົ່າສຸມທຸກສະຕິປັນຍາເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ແລະເຊື່ອໝັ້ນວ່າພາຍຫຼັງໄດ້ຮັບການປັບປຸງຄັ້ງນີ້ທຸກໆວຽກງານຈະມີບາດກ້າວດີຂຶ້ນກວ່າເກົ່າເປັນກ້າວໆ.

____________

ໜັງສືພິມເສດຖະກິດ-ສັງຄົມ