ເມືອງນອງກຽມປະເມີນຜົນການສ້າງເມືອງເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ

 ເພື່ອເຮັດໃຫ້ການລົງປະເມີນຜົນວຽກງານສາມສ້າງໃຫ້ບັນລຸຜົນຕາມແຜນການ ໃນວັນທີ 13-14 ພຶດສະພາ 2020, ເມືອງນອງໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຝຶກອົບຮົມກ່ຽວກັບວຽກງານສາມສ້າງຂຶ້ນຢ່າງເປັນທາງການທີ່ສະໂມສອນຂອງເມືອງ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລໍາແກ້ວ ແສງໜູທອງ ເລຂາພັກເມືອງ ເຈົ້າເມືອງໆນອງ,ມີທ່ານຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ,ພະນັກງານຫຼັກແຫຼ່ງ ແລະວິຊາການກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

  ໃນການເຊື່ອມຊຶມຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆເປັນຕົ້ນແມ່ນມະຕິເລກທີ 25/ກມ,ສພລົງວັນທີ 22 ທັນວາ 2014 ວ່າດ້ວຍວຽກ ງານສາມສ້າງ, ຜ່ານຄໍາສັ່ງເລກທີ 34/ນຍ ລົງວັນທີ 23 ສິງຫາ 2018 ວ່າດ້ວຍທິດທາງເປົ້າໝາຍ ແລະມາດຕະຖານການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານສ້າງບ້ານເປັນຫົວໜ່ວຍແຜນພັດທະນາ, ຜ່ານຄໍາສັ່ງແນະນໍາຂອງກະຊວງພາຍໃນເລກທີ 05/ ພນ ລົງວັນທີ 31 ທັນ ວາ2019 ກ່ຽວກັບການປະເມີນຜົນວຽກງານສາມສ້າງ ແລະແຈ້ງການຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 558/ຈຂ,ສຂ ລົງວັນທີ 5 ກຸມພາ 2020 ວ່າດ້ວຍໃຫ້ຈັດຕັ້ງຜັນຂະຫຍາຍກ່ຽວກັບຄໍາແນະນໍາເລກທີ 05/ພນ ກ່ຽວກັບການປະເມີນເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເຂົ້າໃຈ ແລະເປັນເອກະພາບໃນການຈັດຕັ້ງປະຕິບັດ.

  ຈາກນັ້ນທ່ານ ສາຍສະໝອນ ຄໍາລືຊາ ຫົວໜ້າຫ້ອງການພາຍໃນເມືອງກໍ່ໄດ້ຂຶ້ນອະທິບາຍແບບຟອມປະເມີນຜົນມາດຕະຖານສ້າງບ້ານເປັນຫົວໜ່ວຍພັດທະນາໃນ 4 ດ້ານ, 30 ຕົວຊີ້ບອກ ແລະໄດ້ເຮັດທົດລອງຕົວຈິງຢູ່ບ້ານນອງວິໄລ ເພື່ອເຮັດໃຫ້ການປະມານຖືກຕ້ອງຊັດເຈນເພື່ອຄວາມເປັນເອກະພາບກັນຄາດວ່າການລົງປະເມີນຕົວຈິງຈະເລີ່ມແຕ່ກາງເດືອນພຶດສະພາຫາເດືອນມິຖຸນາຈະໃຫ້ສໍາເລັດໃນ 69 ກຸ່ມບ້ານໃນທົ່ວເມືອງນອງ.

___________

ໜັງສືພິມເສດຖະກິດ-ສັງຄົມ