ຄຳມ່ວນ ເດັດຂາດຍົກເລີກ 53 ໂຄງການສຳປະທານບໍ່ເຮັດຕາມສັນຍາ

  ຄຳມ່ວນແມ່ນອີກແຂວງໜຶ່ງທີ່ນອນໃນບັນດາແຂວງພາກກາງຂອງລາວທີ່ມີຊາຍແດນຕິດຈອດກັບຫຼາຍແຂວງ ແລະປະເທດໃກ້ຄຽງທັງເປັນຈຸດທີ່ຕັ້ງຂອງຂົວມິດຕະພາບລາວ-ໄທແຫ່ງທີ 3 ແລະເສັ້ນທາງຫຼວງແຫ່ງຊາດເລກທີ 12 ,ທາງຜ່ານເລກທີ 13 ໃຕ້ຈາກສີ່ງດັ່ງກ່າວໄດ້ເປັນສະເໜດຶງດູດນັກລົງທຶນຕ່າງຊາດເຂົ້າມາແຂວງດັ່ງກ່າວເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງຊຶ່ງຫຼາຍໆໂຄງການລົງທຶນກໍພັດທະນາໄປຢ່າງມີປະສິດທິພົນແຕ່ບາງໂຄງການກໍບໍ່ມີຄວາມຄືບໜ້າອັນເປັ ນຜົນໃຫ້ເບື້ອງລັດຕ້ອງໃຊ້ມາດຕາການເດັດຂາດໃນການແກ້ໄຂພ້ອມມີການຍົກເລີກແລ້ວ 53 ໂຄງການສຳປະທານທີ່ບໍ່ປະຕິບັດຕາມສັນຍາ.

  ຕາມຂໍ້ມູນການເປີດເຜີຍຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ຕໍ່ປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 13 ສະໄໝທີ IX ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 4-6 ກຸມພາຜ່ານມາທີ່ແຂວງດັ່ງກ່າວຮູ້ວ່າ: ໃນປີ 2018 ເສດຖະກິດຂອງແຂວງຄໍາມ່ວນຂະຫຍາຍຕົວຢູ່ໃນລະດັບ 6,56 %, ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ບັນ ລຸໄດ້ 7,43 ພັນຕື້ກີບ ໃນນັ້ນຂະແໜງ ກະສິກໍາ-ປ່າໄມ້ບັນລຸ 1,2 ພັນຕື້ກີບ ຂະແໜງອຸດສາຫະກໍາບັນລຸ 3,6 ພັນຕື້ກີບຂະແໜງບໍລິການບັນລຸ 2,3 ພັນຕື້ກີບ,ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 17,88 ລ້ານກີບຕໍ່ຄົນຕໍ່ປີທຽບໃສ່ປີກ່ອນເພີ່ມຂຶ້ນເກືອບ 2 ແສນກີບ ໂດຍທົ່ວແຂວງມີພົນລະເມືອງ 4,15 ແສນຄົນ.

   ສຳລັບການດຸນດ່ຽງແຫຼ່ງທຶນໃນການພັດທະນາ ທ່ານ ໂອໄດ ສຸດາພອນ ກ່າວວ່າ: ປີ 2018 ມີການລົງທຶນທົ່ວແຂວງປະຕິບັດໄດ້ທັງໝົດ 3,07 ພັນຕື້ກີບກວມ  41,30% ຂອງ GDP ໃນນັ້ນການລົງທຶນຂອງລັດ 121,90 ຕື້ກີບ, ເອກະຊົນພາຍໃນ ແລະຕ່າງປະເທດ 2,3 ພັນຕື້ກີບ,  ລະບົບສິນເຊື່ອທະນາຄານ 638,85 ຕື້ກີບ.

 ສະເພາະການລົງທຶນຂອງລັດໃນປີ 2018 ຕາມແຜນການມີທັງໝົດ 310 ໂຄງການ, ມູນຄ່າອະນຸມັດ122,62 ຕື້ກີບ (ທຶນພາຍໃນ 84,15 ຕື້ກີບ, ທຶນຕ່າງປະເທດ 38,47 ຕື້ກີບ) ສາມາດຈັດຕັ້ງປະຕິບັດມູນຄ່າການເບີກຈ່າຍໄດ້ 301 ໂຄງການ, ມູນຄ່າ 121,9 ຕື້ກີບ ເທົ່າກັບ 99% ຂອງທຶນທັງໝົດ ,ສ່ວນການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດໃນເວລາດຽວກັນທ່ານ ໂອໄດ ສຸດາພອນ ເປີດເຜີຍວ່າ: ສາມາດ ດຶງດູດທັງໝົດໄດ້ 63 ໂຄງການ, ມີທຶນທັງໝົດ 5,86 ພັນຕື້ກີບ, ທຶນຈົດທະ ບຽນ 2,31 ພັນຕື້ກີບ ເທົ່າກັບ 90,41% ຂອງແຜນການປີໃນນັ້ນກິດຈະການສໍາປະທານ 25 ໂຄງການຊຶ່ງເປັນການລົງທຶນພາຍໃນ 21 ໂຄງການ, ການລົງທຶນຂອງຕ່າງປະເທດມີ 4 ໂຄງການ ແລະກິດຈະການທົ່ວໄປມີທັງໝົດ 38 ໂຄງການເປັນການລົງທຶນຂອງຕ່າງປະເທດມີ 2 ໂຄງການ.

  ຈາກຕົວເລກດັ່ງກ່າວໄດ້ເຮັດໃຫ້ມາຮອດປະຈຸບັນມີໂຄງການລົງທຶນຢູ່ທົ່ວແຂວງທັງໝົດ 576 ໂຄງການ, ກິດຈະການສໍາປະທານ 169 ໂຄງການຂະນະທີ່ ທ່ານເຈົ້າແຂວງຄຳມ່ວນເປີດເຜີຍຕື່ມວ່າ: ໄດ້ມີການຍົກເລີກບັນດາໂຄງການທີ່ບໍ່ປະຕິບັດຕາມສັນຍາສໍາປະທານ, ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະລະບຽບການອື່ນໆທີ່ກ່ຽວຂ້ອງຈໍານວນ 53 ໂຄງການ .

  ສໍາລັບໃນປີ 2019 ທາງແຂວງແມ່ນຈະສືບຕໍ່ປະຕິບັດຕາມຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016–2020) ຂອງແຂວງ, ຮັບປະກັນທາງດ້ານສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເພື່ອເຮັດໃຫ້ ສປປ ລາວ ບັນລຸເງື່ອນໄຂຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໂດຍຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຢ່າງຕໍ່ເນື່ອງ,ສົມດຸນ ແລະຍືນຍົງ,ມີການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນສູງ,ສ້ງໄດ້ຮູບແບບການຫັນປ່ຽນພັດທະນາຕາມທິດເສີມຂະຫຍາຍທ່າແຮງທີ່ບົ່ມຊ້ອນ ແລະຂໍ້ໄດ້ປຽບຂອງແຂວງຄໍາມ່ວນ, ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະສາ ກົນຢ່າງເປັນເຈົ້າການທ່ານ ໂອໄດ ສຸດາພອນ ກ່າວ .