ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເລັ່ງຊົດເຊີຍຜູ້ໄດ້ຮັບຜົນກະທົບ

  ຕາມການລາຍງານຂອງ ນສພ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ສືບຕໍ່ຈ່າຍຄ່າຊົດເຊີຍເປັນງວດທີ 4 ຈາກທີ່ມີທັງໝົດ 7 ງວດລວມມູນຄ່າເບີກຈ່າຍຊົດເຊີຍຫຼາຍກວ່າ 851 ຕື້ກີບ, ເບື້ອງຕົ້ນຍັງບໍ່ມີແຂວງອຸດົມໄຊຕ້ອງລໍຖ້າການຢັ້ງຢືນເອກະສານລາຍງານເບີກຈ່າຍຕາມລະບຽບ. ມາເຖິງປັດຈຸບັນໂຄງການລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 55,69% ຄາດຈະສໍາເລັດຕາມແຜນພາຍໃນປີ 2021 ແລະ ເປີດນໍາໃຊ້ຫາກບໍ່ມີຫຍັງປ່ຽນແປງ.

  ໂຄງການລົດໄຟ ລາວ-ຈີນ ແມ່ນ ຄວາມຫວັງສຳຄັນທາງດ້ານເສດຖະກິດ, ການຂົນສົ່ງ, ການທ່ອງທ່ຽວຂອງ ສປປ ລາວ ທີ່ຈະສາມາດເຊື່ອມຈອດກັບປະ ເທດທີ່ມີຊາຍແດນຕິດຈອດກັບທະເລເຊັ່ນ: ທາງລົດໄຟປະເທດໄທ, ມາເລເຊຍ ແລະ ປະເທດອື່ນໆຄາດກັນວ່າໂຄງການດັ່ງກ່າວຈະຊ່ວຍຍົກລະດັບ GDP ຂອງລາວໃຫ້ເຕີບໂຕ ແລະ ເຮັດໃຫ້ຄວາມບອບບາງຂອງເສດຖະກິດລາວໃຫ້ມີຄວາມເຂັ້ມແຂງຂຶ້ນ.

  ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ກ່າວວ່າ: ມາຮອດທ້າຍປີ 2018 ໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ປະຕິບັດສຳເລັດ 55,69% ຂອງວຽກງານການກໍ່ສ້າງພື້ນຖານທັງໝົດລົງມືກໍ່ສ້າງ 818 ຈຸດກໍ່ສ້າງ, ໄດ້ເຈາະ 69 ອຸມົງ ສາມາດຊີເຈາະໄດ້ 12 6.544 ແມັດ, ກໍ່ສ້າງຂົວ 143 ແຫ່ງຊີເຈາະເຂັມເສົາຂົວ 213.041 ແມັດສະເພາະການຊົດເຊີຍສິ່ງກີດຂວາງບັນດາແຂວງໄດ້ຄົ້ນຄວ້າລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງຕາມ 8 ຂັ້ນຕອນປັດຈຸບັນການໄກ່ເກ່ຍຊົດເຊີຍໃຫ້ຜູ້ຖືກຜົນກະທົບ 8 ຄັ້ງ ມູນຄ່າ 851,53 ຕື້ກີບ.

  ຕາມການຕົກລົງເບື້ອງຕົ້ນແມ່ນມີກໍານົດເບີກຈ່າຍ 7 ງວດ ( ງວດ 1, 2, 3 ສຳເລັດແລ້ວ 100% ) ມາຮອດວັນທີ 28 ທັນວາ 2018 ສຳເລັດການໂອນງວດທີ 4 ຈຳນວນເງິນ 123,9 ຕື້ກີບ ເຂົ້າບັນຊີຂອງຄະນະກຳມະການໄກ່ເກ່ຍ 3 ແຂວງ ແລະ ນະຄອນຫຼວງ ເປັນທີ່ຮຽບຮ້ອຍກ່ອນຈະມີການເບີກຈ່າຍໃຫ້ກັບຜູ້ທີ່ຖືກກະທົບຄື: ແຂວງຫຼວງນ້ຳທາຈຳນວນ 5,3 ຕື້ກວ່າກີບ, ຫຼວງພະບາງ 22,3 ຕື້ກວ່າກີບ, ແຂວງວຽງຈັນ 51,03 ຕື້ກວ່າກີບ ແລະ ນະຄອນຫຼວງ 45,2 ຕື້ກວ່າກີບ. ສໍາລັບແຂວງອຸດົມໄຊ ຕ້ອງລໍຖ້າເອກະສານຢັ້ງຢືນການເບີກຈ່າຍຈາກທາງແຂວງ.

  ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ລັດຖະບານລາວຖືຫຸ້ນ 30% ແລະ ລັດຖະບານຈີນ 70% ມີຄວາມຍາວທັງໝົດ 409 ກິໂລແມັດເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ເຊິ່ງມີເສັ້ນທາງຕັດຜ່ານ 4 ແຂວງ ແລະ 1 ນະຄອນຫຼວງໂດຍນັບຈາກແຂວງຫຼວງນ້ຳທາມີຄວາມຍາວປະມານລົດໄຟຕັດຜ່ານ 16,9 ກິໂລແມັດສຳເລັດການໄກ່ເກ່ຍ ແລະ ດຳເນີນການກໍ່ສ້າງແລ້ວ 97,04%, ອຸດົມໄຊ 126,6 ກິໂລແມັດ ຄືບໜ້າເທົ່າກັບ 99,3%, ຫຼວງພະບາງ 80 ກິໂລແມັດ ຄືບໜ້າ 95,3%, ແຂວງວຽງຈັນ 145 ກິໂລແມັດ ຄືບໜ້າ 95,5% ແລະ ນະຄອນຫຼວງວຽງຈັນ 40 ກິໂລແມັດ ສໍາເລັດການໄກ່ເກ່ຍແລ້ວ 74% ສ່ວນທີ່ເຫຼືອແມ່ນພື້ນທີ່ປຸກສ້າງ.

  ຕາມການຕົກລົງຂອງສອງຝ່າຍນັ້ນແມ່ນມີການສົ່ງເສີມ ແລະ ກໍ່ສ້າງບໍລິສັດພາຍໃນໃຫ້ມີປະສົບການ ແລະ ນຳໃຊ້ແຮງງານ, ວັດຖຸອຸປະກອນພາຍໃນຂອງລາວ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃນການຈັດຕັ້ງປະຕິບັດຕົວຈິງລະຫວ່າງຜູ້ຮັບເໝົາ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ສະມາຄົມກໍ່ສ້າງແຫ່ງຊາດໄດ້ສົ່ງລາຍຊື່ຈຳນວນ 6 ບໍລິສັດ ແລະ ບັນຊີ 59 ບໍລິສັດ ເພື່ອເປັນທາງເລືອກໃຫ້ກັບບໍລິສັດລູກຊ່ວງປັດຈຸບັນໄດ້ຕົກລົງເຊັນສັນຍາກັບ 6 ບໍລິສັດ.

  ນອກຈາກບໍລິສັດທີ່ເປັນລູກຊ່ວງແລ້ວບໍລິສັດຮັບເໝົາກໍ່ສ້າງຍັງໄດ້ຈ້າງບໍລິສັດຕ່າງໆພາຍໃນເພື່ອບຸກເບີກແລວທາງ, ຂົນສົ່ງວັດຖຸ, ສ້ອມແປງ ແລະ ອື່ນໆ ຕາມເງື່ອນໄຂຕົວຈິງປັດຈຸບັນແຮງງານຄົນລາວໄດ້ປະກອບສ່ວນແຮງງານມີ 4.299 ຄົນ ສ່ວນໃຫຍ່ແມ່ນແຮງງານສີມືທີ່ບໍ່ກ່ຽວກັບທາງລົດໄຟໂດຍກົງເຊິ່ງບໍລິສັດຜູ້ຮັບເໝົາເປັນຜູ້ຈັດຫາຕາມແຕ່ລະໜ້າວຽກ ແລະ ແຕ່ລະໄລຍະເວລາການກໍ່ສ້າງ.