ທລວ ເປີດໜ່ວຍບໍລິການບໍລິຄໍາໄຊ

ວັນທີ 12 ທັນວາ 2018, ທີ່ແຂວງບໍລິຄໍາໄຊ ທະນາ ຄານຮ່ວມທຸລະກິດລາວຫວຽດ (ທລວ) ໄດ້ຈັດພິທີເປີດໜ່ວຍບໍລິການແຂວງບໍລິຄໍາໄຊຢ່າງເປັນທາງການຊຶ່ງ ເຂົ້າຮ່ວມແລະເປັນສັກຂີພິຍານໃນພິທີມີທ່ານດວງຕາມໍລະຄາສຸກຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ; ທ່ານ ໄມຈອມວັນນະສານຄໍາເຈົ້າເມືອງໆປາກຊັນ; ທ່ານວຽງ ສະຫວັນທິດາວັນຫົວໜ້າພະແນກວິເຄາະກົມຄຸ້ມຄອງທະນາຄານທຸລະກິດ, ທຫລ ພ້ອມດ້ວຍບັນດາລູກຄ້າ, ຄູ່ຮ່ວມທຸລະກິດຂອງທະນາຄານຮ່ວມທຸລະກິດລາວ ຫວຽດເຂົ້າຮ່ວມ.

ໃນພິທີ ທ່ານຟ້າມກວັກກົງຮອງຜູ້ອຳນວຍການໃຫຍ່ ທລວ ໃຫ້ຮູ້ວ່າ:ທລວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999 ພາຍໃຕ້ການຊີ້ນໍາຂອງສອງພັກ, ສອງລັດຖະບານສອງຊາດລາວ ແລະຫວຽດນາມ, ໂດຍການຮ່ວມມືລະຫວ່າງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນແລະທະນາຄານຮຸ້ນສ່ວນລົງທຶນແລະ ພັດທະນາຫວຽດນາມພາລະບົດບາດແມ່ນເຊື່ອມໂຍງການຮ່ວມມືເສດຖະກິດ ແລະສະແດງເຖິງສາຍພົວພັນສາມັກຄີ ມິດຕະພາບພິເສດອັນເປັນມູນເຊື່ອລະຫວ່າງສອງຊາດລາວ ແລະຫວຽດນາມ. ພາຍຫຼັງ 19 ປີ ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວ, ປະຈຸບັນ ທະນາຄານໄດ້ພັດທະນາຢ່າງເຂັ້ມແຂງດ້ານເຄືອຂ່າຍ ແລະ ປະສິດທິຜົນຂອງການເຄື່ອນໄຫວ,ກາຍ ເປັນໜຶ່ງໃນບັນດາສະຖານບັນການເງິນຢູ່ໃນແຖວໜ້າຂອງ ສປປ ລາວ.

ຮັບຮູ້ໄດ້ເຖິງທ່າແຮງອັນໃຫຍ່ຫຼວງ ໃນການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງບໍລິຄຳໄຊ ທັງເປັນການສ້າງໂອ ກາດໃນການດຳເນີນທຸລະກິດ, ຂະຫຍາຍ ເຄືອຂ່າຍທຸລະກິດ ແລະຄົ້ນຫາສັກຂະ ຍາພາບໃນການພັດທະນາຢູ່ເຂດທ້ອງ ຖິ່ນ. ດັ່ງນັ້ນ, ຄະນະນຳຂອງ ທລວ ຈິ່ງ ໄດ້ຕົກລົງເຫັນດີສ້າງຕັ້ງໜ່ວຍບໍລິການ ບໍລິຄຳໄຊ ຂຶ້ນທີ່ເມືອງປາກຊັນ, ແຂວງ ບໍລິຄຳໄຊ. 

ການສ້າງຕັ້ງໜ່ວຍບໍລິການບໍລິຄຳ ໄຊ ກໍ່ຖືເປັນການປະຕິບັດຕາມຄຳສັນ ຍາອັນແຮງກ້າຂອງ ທລວ ໃນຄວາມ ພະຍາຍາມທີ່ປະກອບສ່ວນເຂົ້າໃນການ ພັດທະນາແຂວງບໍລິຄຳໄຊໃຫ້ຫຼາຍ ຂຶ້ນກວ່າເກົ່າ, ສາມາດຕອບສະໜອງ ຄວາມຮຽນຮ້ອງຕ້ອງການໃຫ້ແກ່ບັນ ດາວິສາຫະກິດ, ພໍ່ແມ່ປະຊາຊົນໃນຂົງ ເຂດທ້ອງຖິ່ນຕໍ່ກັບຜະລິດຕະພັນການ ບໍລິການທະນາຄານທີ່ທັນສະໄໝ ແລະ ການບໍລິການເປັນມືອາຊີບ, ສະດວກ ວ່ອງໄວ ແລະປອດໄພ.