ຊະນະຄາມ ຕັ້ງເປົ້່ມູນຄ່າຜະລິດກະສິກຳ 3 ຮ້ອຍຕື້ກວ່າກີບ

 ເມືອງຊະນະຄາມ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ມີທ່າແຮງດ້ານການບໍລິການທາງຜ່ານ ແລະ ຍັງຖືເອົາການຜະລິດກະສິກຳເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກັບປະຊາຊົນ, ຂະນະທີ່ໃນປີ 2019 ນີ້ເມືອງດັ່ງກ່າວໄດ້ຕັ້ງເປົ້າໝາຍໃນການຜະລິດກະສິກຳເປັນສິນຄ້າຊຶ່ງຈະສາມາດສ້າງລາຍຮັບໃຫ້ໄດ້ປະມານ 3 ຮ້ອຍ ກວ່າຕື້ກີບຈາກທີ່ເຄີຍໄດ້ 265 ຕື້ກວ່າກີບ ໃນປີ 2018 ຜ່ານມາ.

  ທ່ານ ບຸນຊ່ວງ ວັນສີ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ຊະນະຄາມເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນດ້ານການປູກຝັງ ແລະ ການລ້ຽງສັດເພື່ອບໍລິໂພກ ແລະຜະລິດເປັນສິນຄ້າ, ທັງນີ້ກໍເພາະວ່າເມືອງຊະນະຄາມສາມາດເຮັດນາໄດ້ 2 ລະດູ ແລະມີລະ ບົບຊົນລະປະທານເອື້ອອຳນວຍຄວາມສະດວກໃນການຜະລິດກະສິກຳເປັນສິນຄ້າ, ດັ່ງນັ້ນ ໃນປີ 2018 ຜ່ານມາ, ສະເພາະການຜະລິດເຂົ້າຂອງເມືອງໃນຈຳ ນວນ 8 ພັນກວ່າເຮັກຕາສາມາດໃຫ້ຜົນຜະລິດໄດ້ທັງໝົດ 32,28 ພັນໂຕນ, ສະເລ່ຍໃຫ້ພົນລະເມືອງແລ້ວແມ່ນໄດ້ 792 ກິໂລຕໍ່ຄົນຕໍ່ປີ, ສ່ວນການຜະ ລິດພືດຊຶ່ງອັນພົ້ນເດັ່ນແມ່ນມັນຕົ້ນ, ກ້ວຍ ແລະປາມນ້ຳມັນ, ສຳລັບການລ້ຽງສັດເພື່ອສະໜອງທາດຊີ້ນໄດ້ 2,16 ພັນ ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 53 ກິໂລຕໍ່ຄົນຕໍ່ປີ, ພ້ອມນັ້ນຍັງສາມາດຂະຫຍາຍພັນເຂົ້າ ແລະພັນສັດເພື່ອຂະຫຍາຍໃນລະດູການຜະລິດຕໍ່ໜ້າອີກດ້ວຍ.

  ພ້ອມດຽວກັນນັ້ນ, ໃນການຜະລິດກະສິກຳເປັນສິນຄ້າຂອງປີຜ່ານມາ, ເມືອງສາມາດສ້າງມູນຄ່າໄດ້ທັງໝົດ 265,80  ຕື້ກີບ, ໃນນັ້ນປູກພືດເປັນສິນຄ້າ 1,66 ແສນໂຕນລວມເປັນມູນຄ່າ 206 ຕື້ກວ່າກີບ(ຕົ້ນຕໍແມ່ນ ເຂົ້າ, ສາລີ, ໝາກເດືອຍ, ມັນຕົ້ນ, ກ້ວຍ, ໝາກຂາມຫວານ, ປາມນ້ຳມັນ, ຢາງພາລາ, ຂະຫຍາຍພັນໄມ້ໃຫ້ໝາກ ແລະອື່ນໆ), ນອກນັ້ນແມ່ນໄດ້ຈາກການລ້ຽງສັດ.

    ທ່ານ ບຸນຊ່ວງ ວັນສີ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ເຮັດໃຫ້ວຽກງານການຜະລິດເປັນສິນຄ້າຂອງເມືອງເດີນໜ້າຕໍ່ໄປ ແລະ ບັນລຸຕາມລະດັບຄາດໝາຍໃນປີ 2019, ເມືອງຈຶ່ງວາງຄາດໝາຍສູ້ຊົນໃນການຜະລິດກະສິກຳເປັນສິນຄ້າໃຫ້ໄດ້ 1,63 ແສນໂຕນຄິດເປັນມູນຄ່າ 306,27 ຕື້ ກີບ, ໂດຍສ່ວນຫຼາຍແມ່ນຈະສຸມໃສ່ພືດເສດຖະກິດທີ່ເປັນປາຍແຫຼມເຊັ່ນ: ເຂົ້າ, ສາລີແຂງ, ປາມນ້ຳມັນ, ມັນຕົ້ນ, ກ້ວຍ, ໝາກຂາມຫວານ, ໝາກເດືອຍ ແລະ ພືດອື່ນໆ, ສ່ວນການລ້ຽງສັດຈະສາມາດຜະລິດເພື່ອເປັນສິນຄ້າໃຫ້ໄດ້ທັງໝົດ 2,28 ແສນໂຕນ ແລະປາໃຫ້ໄດ້ 989 ໂຕນ ລວມເປັນມູນຄ່າ 54 ຕື້ກວ່າກີບ.